spot_img
Homeມຸມຂ່າວ AECສປປ ລາວ ປະກອບສ່ວນຢ່າງຫ້າວຫັນ ກຽມເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນ

ສປປ ລາວ ປະກອບສ່ວນຢ່າງຫ້າວຫັນ ກຽມເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນ

Published on

asean.jpg w=690

ໂດຍ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ໂຄງການ​ຊ່ວຍເຫຼືອ​ວຽກ​ງານ​ອາ​ຊຽນ ໄລຍະ 3 ຂອງ​ອົງການ​ສະຫະ​ປະຊາ​ຊາດ ເພື່ອ​ການ​ພັດທະນາ ກົມ​ອາ​ຊຽນ ກະຊວງ​ການ​ຕ່າງປະເທດ ຈຶ່ງ​ໄດ້​ຈັດ​ກອງ​ປະຊຸມ​ສະຫຼຸບ​ການເຄື່ອນໄຫວ​ວຽກ​ງານ​ອາ​ຊຽນ​ຂອງ ​ສປປ ລາວ ປະຈຳ​ປີ 2013 ໄດ້​ມີ​ຂຶ້ນ​ວັນ​ທີ 13 ມັງກອນ 2014 ຢູ່​ສູນ​ຮ່ວມ​ມື​ສາກົນ ແລະ ການ​ເຝິກອົບຮົມ (ICTC) ໂດຍ​ເປັນ​ປະທານ​ຂອງ​ທ່ານ ອາ​ລຸນ​ແກ້ວ ກິດ​ຕິ​ຄຸນ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ການ​ຕ່າງປະເທດ ຫົວໜ້າ​ເຈົ້າ​ໜ້າທີ່​ອາວຸໂສ​ອາ​ຊຽນ​ຂອງ ​ສປປ ລາວ ມີ​ບັນດາ​ຜູ້​ຮັບຜິດຊອບ​ຈຸດ​ປະສານ​ງານ​ອາ​ຊຽນ ຈາກ​ຂະແໜງການ​ຕ່າງໆ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ຈຸດປະສົງ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້ ເພື່ອ​ຕີ​ລາຄາ​ຄືນ​ຜົນສຳເລັດ ຂໍ້ຄົງຄ້າງ ສິ່ງ​ທ້າ​ທາຍ​ໃນ​ການຈັດຕັ້ງ​ປະຕິບັດ​ບັນດາ​ກິດຈະກຳ ແລະ ມາດ​ຕະການ​ໃນ​ໜຶ່ງ​ປີຜ່ານມາ ພາຍ​ໃຕ້​ແຜນ​ແມ່​ບົດ 3 ເສົາຄ້ຳ​ຄື: ປະຊາ​ຄົມ​ການເມືອງ-ຄວາມ​ໝັ້ນຄົງ​ອາ​ຊຽນ ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ແລະ ປະຊາ​ຄົມ​ວັດທະນະທຳ​ສັງຄົມ​ອາ​ຊຽນ ນອກ​ນີ້​ກອງ​ປະຊຸມ​ຍັງ​ໄດ້​ຮັບ​ຊາບ ສະພາບ​ການ​ຂອງ​ພາກ​ພື້ນ ແລະ ສາກົນ​ທີ່​ພົ້ນ​ເດັ່ນ​ໃນ​ປັດຈຸບັນ ພ້ອມ​ທັງ​ໄດ້​ແລກປ່ຽນ​ຖອດ​ຖອນ​ບົດຮຽນ​ເຊິ່ງ​ກັນ ແລະ ກັນ ເພື່ອ​ປັບປຸງ​ຂອດ​ປະສານ​ງານ ແລະ ກະກຽມ​ຄວາມ​ພ້ອມ​ໃນ​ແຕ່​ລະ​ດ້ານ ເປັນຕົ້ນ ດ້ານ​ບຸກ​ຄະລາ​ກອນ ນິຕິ​ກຳ ໂຄງ​ລ່າງ​ພື້ນຖານ ຜະລິດ​ຕະ​ພັນ ແລະ ບັນຫາ​ອື່ນໆ​ທີ່​ກ່ຽວຂ້ອງ ເພື່ອ​ກຽມພ້ອມ​ເຂົ້າ​ເປັນ​ປະຊາ​ຄົມ​ອາ​ຊຽນ ໂດຍ​ສະເພາະ ການ​ເຂົ້າ​ຮ່ວມ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ໃນ​ປີ 2015 ແລະ ການ​ກະກຽມ​ເປັນ​ປະທານ​ອາ​ຊຽນ​ຂອງ ​ສປປ ລາວ ໃນ​ປີ 2016.

ໄລຍະ 1 ປີຜ່ານມາ ​ສປປ ລາວ ໄດ້​ປະກອບສ່ວນ​ຢ່າງ​ຫ້າວຫັນ ໃນ​ການຈັດຕັ້ງ​ປະຕິບັດ​ພັນທະ​ຂອງ​ຕົນ​ຢ່າງ​ມີ​ຄວາມ​ຮັບຜິດຊອບ​ສູງ ເປັນຕົ້ນ ໄດ້​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ລັດຖະມົນຕີ​ອາ​ຊຽນ ວ່າ​ດ້ວຍ​ການ​ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາດ ຄັ້ງ​ທີ 9 ກອງ​ປະຊຸມ​ຜູ້​ບັນຊາ​ການ​ທະຫານ​ອາກາດ​ສູງ​ສຸດ ຄັ້ງ​ທີ 10 ກອງ​ປະຊຸມ​ເຈົ້າ​ໜ້າທີ່​ອາວຸໂສ ວ່າ​ດ້ວຍ​ກົດໝາຍ​ອາ​ຊຽນ ຄັ້ງ​ທີ 15 ກອງ​ປະຊຸມ​ອົງການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ຂົງເຂດ​ອາຊີ​ຕາເວັນ​ອອກສຽງ​ໃຕ້ ຄັ້ງ​ທີ 9 ກອງ​ປະຊຸມ​ລັດຖະມົນຕີ​ຂົນສົ່ງ​ອາ​ຊຽນ ຄັ້ງ​ທີ 19 ແລະ ກອງ​ປະຊຸມ​ເຈົ້າ​ໜ້າທີ່​ອາວຸໂສ​ຂົນສົ່ງ​ອາ​ຊຽນ ຄັ້ງ​ທີ 36 ກອງ​ປະຊຸມ​ລັດຖະມົນຕີ​ປ່າໄມ້​ອາ​ຊຽນ ຄັ້ງ​ທີ 35 ກອງ​ປະຊຸມ​ລັດຖະມົນຕີ​ທ່ອງ​ທ່ຽວ​ອາ​ຊຽນ ຄັ້ງ​ທີ 12 ແລະ ກອງ​ປະຊຸມ​ລັດຖະມົນຕີ​ກີລາ​ອາ​ຊຽນ ຄັ້ງ​ທີ 2.

ທີ່ມາ http://www.vientianemai.net/teen/khao/1/10974

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...