Homeຂ່າວພາຍ​ໃນສະພາຮັບຮອງເອົາກົດໝາຍວ່າດ້ວຍງົບປະມານແຫ່ງລັດ ແລະ ສ່ວຍສາອາກອນສະບັບປັບປຸງ

ສະພາຮັບຮອງເອົາກົດໝາຍວ່າດ້ວຍງົບປະມານແຫ່ງລັດ ແລະ ສ່ວຍສາອາກອນສະບັບປັບປຸງ

Published on

lien thikeo

ສະມາຊິກ​ສະພາ​ແຫ່ງ​ຊາດ ​ໄດ້​​ເຫັນ​ດີ​ຮັບຮອງ​ເອົາກົດໝາຍວ່າ​ດ້ວຍ​ງົບປະມາ​ແຫ່ງ​ລັດສະ​ບັບປັບປຸງຢ່າງ​ເປັນ​ເອກ​ກະສັນ ໃນ​​ເຊົ້າ​ວັນ​ທີ 16 ທັນວາ​​ນີ້, ​ເຊິ່ງ​ເປັນ​ມື້​ທີ 8 ຂອງ​ການ​ດຳ​ເນີນ​ກອງ​ປະຊຸມ​ສະ​​ໄໝ​ສາມັນ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VII. ທ່ານ ລຽນ ທິ​ແກ້ວ ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ ​ໄດ້​ສະ​ເໜີກ່ຽວກັບ​ກາ​ນປັບປຸງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ງົບປະມານ​ແຫ່ງ​ລັດ​ວ່າ:ກົດໝາຍ​ດັ່ງກ່າວ ​ເປັນ​ເຄື່ອງ​ມືທີ່​ສຳຄັນ​ໃນ​ການ​ຄຸ້ມ​ຄອງ​ວຽກ​ງານ​ການ​ເງິນ-ງົບປະມານ​ໃຫ້​ເຂົ້າ​ສູ່​ລະບຽບ​ກົດໝາຍ, ສາມາດ​ລວມສູນ​ລາຍ​ຮັບ-ລາຍ​ຈ່າຍ​ງົບປະມານ, ສາມາດ​ລະດົມ​ແຫລ່ງລາຍ​ຮັບ​ເຂົ້າ​ງົບປະມານ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ​ແລະ ​ເກີນ​ແຜນ​ໃນ​ບາງ​ປີ, ພ້ອມ​ທັງ​ສາມາດ​ສະໜອງ​ດ້ານ​ທຶນ​ຮອນ

​ໃຫ້​ແກ່​ການ​ຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ​ໃນ​ແຕ່ລະ​ໄລຍະ​ໄດ້​ໂດຍ​ພື້ນຖານ, ສາມາດ​ຄຸ້ມ​ຄອງ​ລາຍ​ຈ່າຍ​ງົບປະມານ​ໃຫ້​ໄປ​ຕາມ​ແຜນ​ທີ່​ສະພາ​ແຫ່ງ​ຊາດ​ຮັບຮອງ, ຮັກສາ​ວິ​ໄນ​ການ​ເງິນ​ຢ່າງ​ເຂັ້ມ​ງວດ, ຄຸ້ມ​ຄອງ​ງົບປະມານ​ແຫ່ງ​ລັດ​ໃຫ້​ມີ​ຄວາມ​ຖືກຕ້ອງ, ຄົບ​ຖ້ວນ​, ​ໂປ່​ງ​ໃສ, ​ເປີດ​ເຜີຍ ​ແລະ ສາມາດ​ກວດ​ສອບ​ໄດ້ ຈຶ່ງ​ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ໄດ້​ມີ​ການ​ປັບປຸງ​ກົດໝາຍ​ສະບັບ​ນີ້ ​ເພື່ອ​ໃຫ້​ເນື້ອ​ໃນ​ຂອງ​ກົດໝາຍ​ດັ່ງກ່າວ​ສອດຄ່ອງ​ກັບນະ​ໂຍບາຍ​ຂອງ​ພັກ-ລັດຖະບານ ​ໃນ​ແຕ່ລະ​ໄລຍະ ​ແລະ ສອດຄ່ອງ​ກັບ​ມາດຕະຖານ​ສາກົນ​ໃນ​ການ​ຄຸ້ມ​ຄອງ​ງົບປະມານ ​ແລະ ການ​ເງິນ​ແຫ່ງ​ລັດ, ​ໂດຍ​ລວມ​ແລ້ວ ​ໄດ້​ມີ​ການ​ປັບປຸງ​ທາງ​ດ້ານ​ໂຄງ​ສ້າງ, ​ເນື້ອ​ໃນ​ຕົ້ນຕໍ​ຂອງ​ກົດໝາຍ, ກົດໝາຍ​ສະບັບ​ເກົ່າ​ປະກອບ​ມີ 8 ພາກ, 14 ໝວດ ​ແລະ 91 ມາດຕາ ສ່ວນ​ສະບັບ​ປັບປຸງ​ໃໝ່ ປະກອບ​ມີ 10 ພາກ, 15 ໝວດ ​ແລະ 98ມາດຕາ ​ໃນ​ນີ້ ​ໄດ້​​ເພີ່ມ​ເຂົ້າ​ໃໝ່ 2 ພາກ, 1 ໝວດ ​ແລະ 12 ມາດຕາ ​ແລະ ​ໄດ້​ປັບປຸງ​ໃໝ່ 49 ມາດຕາ.

ທ່ານ​ລັດຖະມົນຕີ ​ກ່າວ​​ວ່າ: ​ເມື່ອ​ກົດໝາຍ​ສະບັບ​​ໃໝ່ ຖືກ​ຮັບຮອງ​ຈາກ​ສະພາ​ແຫ່ງ​ຊາດ ການ​ຄຸ້ມ​ຄອງ​ງົບປະມານ​ຂອງ​ລັດ ຈະ​ມີ​ຄວາມ​ຈະ​ແຈ້ງ, ​ໂປ່​ງ​ໃສ, ສອດຄ່ອງ​ກັບ​ບັນດາ​ນິຕິ​ກຳ​ທີ່​ມີ​ການ​ປັບປຸງ, ຮັບປະກັນ​ການຈັດ​ຕັ້ງ​ປະຕິບັດ​ລັດຖະທຳ​ມະນູນ, ກົດໝາຍ, ​ແຜນພັດທະ​ນາ​ເສດຖະກິດ-ສັງຄົມ, ປະສິດທິ​ຜົນ​ສູງ ​ແລະ ສາມາດ​ປົກ​ປ້ອງ​ສິດຜົນປະ​ໂຫຍ​ດຂອງ​ລັດ, ລວມໝູ່ ​ແລະ ຜົນ​ປ​ະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ປະຊາຊົນ ເຮັດ​ໃຫ້​ລາຍ​ຮັບ ​ເຂົ້າ​ງົບປະມານ​​ແຫ່ງ​ລັດຢ່າງ​ລວມສູນ ​ແລະ ຈຳກັດ​ລາຍ​ຈ່າຍ​ນອກ​ແຜນ​ໄດ້​ອີກ​ດ້ວຍ.

​ໃນ​ຕອນບ່າຍ​ຂອງ​ວັນ​ດຽວ​ກັນ ທ່ານ​ລັດຖະມົນຕີວ່າການ​ກະຊວງ​ການ​ເງິນຍັງ​ໄດ້​ຂຶ້ນ​ສະ​ເໜີ​ກ່ຽວ​ກັບ​ການ​ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ສ່ວຍ​ສາ​ອາກອນ ສະບັບ​ປັບປຸງ ຕໍ່​ສະພາ​ແຫ່ງ​ຊາດ​ຢ່າງ​ກົງ​ໄປ​ກົງ​ມາ, ຊຶ່ງ​ກົດໝາຍ​ດັ່ງກ່າວ ປະກອບ​ມີ: 1 ພາກ ​ແລະ 64 ມາດຕາ ​ແລະ ​ໃນ​ຂະນະ​ດຽວ​ກັນ ທ່ານປະທານ​ກອງ​ປະຊຸມ ໄດ້​ມີ​ບາງ​ຄຳ​ຖາມ​ເຈາະ​ຈີ້ມ​ຕໍ່​ກົດໝາຍ​ສະບັບ​ດ່ັງກ່າວ ​ເພື່ອ​​ເປັນ​ບ່ອນ​ອີງ​ໃຫ້ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ມີ​ການ​ຄົ້ນຄວ້າ​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ສະບັບ​ດ່ັງກ່າວ ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ ​ແລະ ສົມບູນ​ຂຶ້ນ​ກວ່າ​ເກົ່າ ​​ແລະ ​​ໃນ​ຕອນ​ທ້າຍ​ກໍ​ໄດ້​ເຫັນ​ດີ​ຮັບຮອງ​ເອົາ​ກົດໝາຍວ່າ​ດ້ວຍ​ສ່ວຍ​ສາ​ອາກອນ ສະບັບ​ປັບປຸງ ຫລາຍ​ກວ່າ 90% ຂອງ​ຜູ້​ແທນ​ທັງ​ໝົດ.

 

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...