Homeຂ່າວພາຍ​ໃນຣິເວີເພຼດເຂົ້າສູ່ຮອບຊິງແລ້ວ ໃນບານເຕະ ສະໂມສອນໂລກຟີຟ່າ ຄລັບ ເວີລດ໌ ຄັບ ທີ່ປະເທດຍີ່ປຸ່ນ

ຣິເວີເພຼດເຂົ້າສູ່ຮອບຊິງແລ້ວ ໃນບານເຕະ ສະໂມສອນໂລກຟີຟ່າ ຄລັບ ເວີລດ໌ ຄັບ ທີ່ປະເທດຍີ່ປຸ່ນ

Published on

ການແຂ່ງຂັນບານເຕະ ຊິງແຊມປ໌ສະໂມສອນໂລກ ຟີຟ່າ ຄລັບ ເວີລດ໌ ຄັບ ທີ່ປະເທດຍີ່ປຸ່ນ ຮອບຮອງຊະນະເລີດ ຣິເວີລ໌ເພຼດ ຈາກອາກຊັງຕິນ ຕົວແທນໂຊນອາເມລິກາໃຕ້ ເອົາຊະນະ ຊານເຟຊເຊ ຮິໂຣຊິມາ ຈາກຍີ່ປຸ່ນ ຕົວແທນຊາດຂອງເຈົ້າພາບ 1-0 ໄດ້ປະຕູໄຊຈາກ ລູຄັສ ອະລາຣິໂອ ໃນນາທີ 72 ລິຣິເວີລ໌ເພຼດ ຈະແຂ່ງຂັນໃນຮອບຊິງຊະນະເລີດໃນວັນທີ 20 ທັນວາ 2015 ພົບຜູ້ຊະນະຄູ່ລະຫວ່າງ ບາເຊໂລນາ ພົບກັບ ກວ່າງໂຈວ ເອເວີແກຣນດ໌ ສ່ວນວ່າ ຊານເຟຊເຊ ຮິໂຣຊິມາ ຕ້ອງໄປຊິງອັນດັບ 3 ພົບທີມເສຍ ເຊີ່ງຈະແຂ່ງຂັນໃນວັນທີ 20 ທັນວາ 2015 ເຊັ່ນດຽວກັນ

ສ່ວນຄູ່ຊິງອັນດັບ 5 ຄັບ ອາເມລິກາ ຈາກເເມັກຊິໂກ ຕົວແທນໂຊນຄອນຄາເຄຟ ເອົາຊະນະ ເຕເປ ມາເຊມເບ້ ຈາກດີອາລ໌ ຄອງໂກ ຕົວແທນໂຊນອັບຟຣິກາ 2-1 ປະຕູ ອາເມລິກາໄດ້ປະຕູຈາກ ດາຣິໂອ ເບເນເດດໂຕ້ ໃນນາທີ 19, ມາລ໌ຕິນ ຊູນຢິກາ ໃນນາທີ 28 ທາງດ້ານ ມາເຊມເບ້ ໄດ້ປະຕູຈາກ ເຣນຟອລ໌ດ ຄາລາບາ ໃນນາທີ 43

665732-01

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...