HomeມູມໄອທີລາວWorld of Tanks Blitz ເກມຍິງລົດຖັງມ່ວນໆພ້ອມໃຫ້ດາວໂຫຼດແລ້ວສຳລັບ Windows

World of Tanks Blitz ເກມຍິງລົດຖັງມ່ວນໆພ້ອມໃຫ້ດາວໂຫຼດແລ້ວສຳລັບ Windows

Published on

image

Worlds of Tanks Blitz ເກມຍິງລົດຖັງສຸດມັນ ທີ່ໂດ່ງດັງແລະເປັນທີ່ນິຍົມກັນຫຼາຍໃນລະບົບປະຕິບັດການ iOS/Android ຕອນນີ້ພ້ອມໃຫ້ທ່ານໄດ້ສຳຜັັດແລ້ວສຳລັບອຸປະກອນ Windows 10 ຜ່ານທາງ Windows Store ເຊິ່ງສາມາດດາວໂຫຼດໄດ້ທັງ ສະມາດໂຟນ ແລະ ຄອມພິວເຕີຫຼືແທັບເລັດກໍໄດ້ ສະເພາະ Windows 10 ເທົ່ານັ້ນ!!

image

image

World of Tanks Blitz ເປັນເກມຍິງລົດຖັງທີ່ເປີດໃຫ້ສາມາດຫຼິ້ນຟຣີໄດ້ແຕ່ຈະມີການຈ່າຍເງິນແທ້ໃນເກມ ເປັນເກມທີ່ໄດ້ລວມເອົາລົດຖັງໃນຕຳນານຈາກສົົງຄາມໂລກຄັ້ງທີ 2 ບໍ່ວ່າຈະເປັນອາເມຣິກາ,ເຢຍລະມັນ ແລະ ໂຊຫວຽດ ຫຼາຍກວ່າ 90 ຄັນໃຫ້ເລືອກຫຼິ້ນ ສຳລັບລະບົບການຕໍ່ສູ້ລະຫວ່າງລົດຖັງນັ້ນຈະເປັນແບບ 7 vs 7. ໂດຍໂຕເກມແມ່ນຖືກພັດທະນາໂດຍ Wargaming, ເຊິ່ງເກມດັ່ງກ່າວຕອນນີ້ມີຄົນຫຼິ້ນຫຼາຍກວ່າ 90 ພັນລ້ານຄົນໃນທົ່ວໂລກແລ້ວ!!

image

image

ສຳລັບການຄວບຄຸມໃນສະມາດໂຟນແລະແທັບເລັດຈະເປັນການຄວບຄຸມແບບສຳຜັດ , ສ່ວນໃນດ້ານຂອງຄອມພິວເຕີນັ້ນແມ່ນສາມາດໃຊ້ເມົ້າແລະຄີບອດຄວບຄຸມເພື່ອຫຼິ້ນເກມໄດ້ເລີຍ ໃຜທີ່ສົນໃຈສາມາດເຂົ້າໄປທີ່ໜ້າເວັບຫຼືຮ້ານຄ້າເລີຍ  ຢ້ຳວ່າ ສະເພາະ Windows 10 ເທົ່ານັ້ນ

World of Tanks Blitz for Windows 10

ທີ່ມາ:wmpoweruser

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...