Homeຂ່າວພາຍ​ໃນຕຳຫລວດຈັບຊາວຣູມານີ ແຮ໊ກຂໍ້ມູນບັດ ATM ແລ້ວສ້າງບັດປອມ ກົດເອົາເງິນອອກບັນຊີ!

ຕຳຫລວດຈັບຊາວຣູມານີ ແຮ໊ກຂໍ້ມູນບັດ ATM ແລ້ວສ້າງບັດປອມ ກົດເອົາເງິນອອກບັນຊີ!

Published on

80669dbb02100f951381cd76184c2e8d

ອີງ​ຕາມ​ຂໍ້​ມູນ​ຈາກ​ທະ​ນາຄານ​ຮ່ວມ​ພັດທະນາ ໄດ້​ແຈ້ງ​ໃຫ້ຮູ້​ວ່າ: ນັບ​ແຕ່​ວັນ​ທີ 14 ເດືອນ​ພະຈິກ 2015 ເຈົ້າ​ໜ້າທີ່​ທະນາຄານ ແລະ ເຈົ້າ​ໜ້າທີ່​ຕຳຫຼວດ​ ໄດ້​ຈັບຄາ​ໜັງ​ຄາ​ເຂົາ​ພວກ​ຄົນ​ບໍ່​ດີ​ ເຂົ້າມາ​ເຄື່ອນ​ໄຫວ​ກໍ່​ອາ​ຊະ​ຍາ​ກຳທາງ​ດ້ານ​ລະບົບ​ທະນາຄານ​ຢູ່ ​ສປປ ລາວ ໂດຍ​ສະເພາະ ຢູ່​ນະຄອນ​ຫຼວງ​ວຽງ​ຈັນ ເຊິ່ງ​ພວກ​ຄົນບໍ່​ດີ​ດັ່ງກ່າວ​ ໄດ້​ລັກລອບ​ຂໍ້​ມູນ​ບັດຕ່າງປະເທດ ແລ້ວ​ເຮັດ​ບັດ​ປອມ ເພື່ອ​ມາ​ກົດ​ເອົາ​ເງິນສົດ​ຢູ່​ບັນດາຕູ້ ATM ຕ່າງໆ​ໃນ​ນະຄອນຫຼວງວຽງ​ຈັນ ແລະ ແຂວງ​ອື່ນໆ ແຕ່ເຖິງ​ຢ່າງໃດ​ກໍ່​ຕາມ ​ເຈົ້າ​ໜ້າທີ່​ທະນາ​ຄານ​ເຫັນ​ຄວາມ​ຜິດ​ປົກກະຕິຂອງ​ຄົນ​ບໍ່​ດີ​ດັ່ງກ່າວ ຜ່ານ​ລະບົບປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ຕູ້ ATM ແລະ ລະບົບ​ໄອ​ທີ ທີ່​ມີ​ລະບົບ​ເຕືອນ​ໄພ​ສູງ ຈຶ່ງ​ໄດ້​ຮ່ວມ​ມື​ກັບເຈົ້າ​ໜ້າທີ່​ຕຳຫຼວດ ຕິດຕາມ​ເພື່ອຈັບ​ກຸມ​ພວກ​ຄົນ​ບໍ່​ດີໄດ້ 2 ຄົນ 1 ໃນ​ນັ້ນມີ​ທ້າວ ບ໋ອກ​ດ່ານ ຕາລາລຸນ​ກາ ອາຍຸ 37 ປີ ສັນຊາດຣູມາ​ນີ ຖືກ​ຈັບ​ໃນ​ວັນ​ທີ 5 ທັນວາ 2015.

ປັດຈຸບັນ ເຈົ້າ​ໜ້າທີ່​ກ່ຽວຂ້ອງ​ກຳລັງ​ດຳເນີນ​ການສືບສວນ-ສອບ​ສວນຄະດີ ​ໄປ​ຕາມຂັ້ນ​ຕອນ​ກົດໝາຍ​ຂອງ ​ສປປ ລາວ ນອກຈາກ​ບັດ​ປອມ​ແລ້ວ ພວກ​ຄົນ​ບໍ່​ດີ​ຈຳນວນ​ໜຶ່ງ ກໍ່​ຊອກໂອກາດ​ສອດ​ຊິບ​ເຂົ້າ​ໃນ​ຕູ້ ATM ຢູ່​ລາວ ເພື່ອ​ລັກລອບ​ຂໍ້​ມູນ​ລູກ​ຄ້າ ເພື່ອ​ຈະ​ໄປ​ເຮັດ​ບັດ​ປອມ​ອີກ ດັ່ງນັ້ນ ຂໍ​ໃຫ້​ທະນາຄານ ພໍ່​ແມ່​ປະຊາ​ຊົນ ແລະ ຜູ້​ຊົມໃຊ້ຕູ້ ATM ຈົ່ງ​ມີ​ສະຕິ​ລະວັງ​ຕົວ​ສູງ ຖ້າ​ເຫັນຕູ້ ATM ຜິດ​ປົກກະຕິ ກະລຸນາແຈ້ງ​ໃຫ້​ເຈົ້າ​ໜ້າທີ່​ຊາບ​ດ່ວນ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...