Homeຂ່າວທ້ອງຖິ່ນເມືອງໄຊທານີ ສະຫຼອງບຸນກິນຈຽງ ປີໃໝ່ຂອງຊົນເຜົ່າມົ້ງ ປະຈຳປີ 2015

ເມືອງໄຊທານີ ສະຫຼອງບຸນກິນຈຽງ ປີໃໝ່ຂອງຊົນເຜົ່າມົ້ງ ປະຈຳປີ 2015

Published on

cd8d6f2ea79175becc50988e9f9197e0

ເພື່ອ​ເປັນ​ການ​ຮັກສາ ແລະ ສືບ​ສານ​ວັດທະນະທຳ​ຮີດຄອງ​ປະເພນີ​ອັນ​ດີ​ງານ​ຂອງ​ປະຊາຊົນລາວ​ບັນດາເຜົ່າ ທີ່​ສືບ​ທອດ​ກັນມາ​ແຕ່​ດົນ​ນານ ​ໃຫ້​ຄົງ​ຢູ່​ໄວ້​ກັບປະຊາຊົນ​ລາວ​ຕະຫຼອດ​ໄປ ໃນທ້າຍ​ອາທິດ​ຜ່ານ​ມາ ເມືອງ​ໄຊ​ທານີ ນະຄອນຫຼວງ​ວຽງ​ຈັນ ໄດ້​ຈັດງານ​ສະຫຼອງ​ບຸນປີໃໝ່​ຂອງ​ຊົນເຜົ່າ​ມົ້ງ (ບຸນ​ປະເພນີ​ກິນ​ຈຽງ) ປະຈຳ​ປີ 2015 ຂຶ້ນ​ທີ່​ບ້ານ​ສົມສະໄໝ ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມຂອງ​ທ່ານ ສາຍທອງ ແກ້ວ​ດວງດີ ຮອງ​ເຈົ້າ​ຄອງ​ນະຄອນຫຼວງວຽງ​ຈັນ ທ່ານ ບຸນ​ທ່ຽງ ຂຸນ​ສີ ປະທານ​ແນວ​ລາວ​ສ້າງ​ຊາດ ນວ ທ່ານ ຈັນທະ​ລາ ອິນ​ທະລັງ​ສີ ເຈົ້າເມືອງ​ໄຊ​ທານີ ມີ​ບັນດາ​ການນຳ​ຂັ້ນ​ສູນ​ກາງ ຂັ້ນ​ນະຄອນຫຼວງ ອົງ​ການຈັດຕັ້ງ​ມະຫາຊົນ ພ້ອມດ້ວຍ​ອຳນາດ​ການ​ປົກຄອງ​ບ້ານ ແລະ ພໍ່​ແມ່​ປະຊາຊົນ​ອ້ອມ​ຂ້າງ ເຂົ້າ​ຮ່ວມ.

ທ່ານ ຮົວ​ເຮີ ນາຍບ້ານສົມສະໄໝ ໄດ້​ກ່າວ​ວ່າ: ງານ​ບຸນ​ປະເພນີ​ກິນ​ຈຽງ​ຊົນເຜົ່າ​ມົ້ງ​ ແມ່ນງານ​ບຸນ​ປະເພນີ​ໜຶ່ງ​ທີ່​ຈັດ​ຂຶ້ນ​ໃນຕົ້ນ​ເດືອນ 12 ລະຫວ່າງ​ວັນ​ທີ 11-13 ຂອງ​ທຸກໆ​ປີ ພາຍຫຼັງ​ທີ່​ສຳເລັດ​ການ​ເກັບ​ກ່ຽວ​ຜົນ​ຜະລິດ ຈຸດປະສົງ​ແມ່ນ​ເພື່ອ​ເປັນ​ການ​ຮັກສາວັດທະນະທຳ​ຮີດຄອງ​ປະເພນີ​ອັນດີງາມ ແລະ ການ​ເຊື່ອ​ຖື​ທີ່​ສືບທອດ​ກັນ​ມາ​ແຕ່​ບັນພະບຸລຸດ ເຊັ່ນ: ພິທີ​ບູຊາ​ເສັ່ນ​ໄຫວ້ ການ​ຜູກຂໍ້​ຕໍ່​ແຂນ ແລະ ອື່ນໆ ນອກ​ນັ້ນ ພາຍ​ໃນ​ງານ​ຍັງ​ມີ​ການ​ຄົບງັນ ແລະ ສະແດງ​ກິດຈະກຳ​ຕາມ​ຮີດຄອງ​ປະເພນີ​ຫຼາຍ​ຢ່າງ ເປັນຕົ້ນ: ກິດຈະກຳ​ງົວ​ຊົນ​ງົວ ຂັບ​ລຳ ເປົ່າແຄນ ການສະແດງ​ບົດ​ຟ້ອນ ແລະ ໂຍນ​ໝາກ​ຄອນ ທີ່​ສະແດງໃຫ້​ເຫັນ​ສິລະ​ປະ​ວັດທະນະທຳ ​ຮີດຄອງ​ປະເພນີ ແລະ ການ​ເຊື່ອ​ຖືຂອງ​ຊົນເຜົ່າ ຄວາມ​ສາມັກຄີ​ຮັກແພງ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ໃຫ້​ສະໜິດສະໜົມ ອອກແຮງແຂ່ງຂັນ​ສ້າງ​ຜົນງານ ເພື່ອ​ປະກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງສາພັດທະນາ​ປະເທດ​ຊາດ​ ໃຫ້​ມີຄວາມ​ຈະເລີນ​ຮຸ່ງເຮືອງ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...