spot_img
Homeຂ່າວເຫດການກອງປະຊຸມອາຊີວະສຶກສາປະເທດພາກພື້ນ ຄັ້ງທີ 3

ກອງປະຊຸມອາຊີວະສຶກສາປະເທດພາກພື້ນ ຄັ້ງທີ 3

Published on

5-1

ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ຮ່ວມກັບກະຊວງຮ່ວມມື ເສດຖະກິດ ແລະ ການພັດທະນາ ສສ ເຢຍລະມັນໄດ້ຈັດກອງປະຊຸມອາຊີວະສຶກສາ ຂອງປະເທດພາກພື້ນ ຄັ້ງທີ 3 ປະຈຳປີ 2015 ພາຍໃຕ້ຫົວຂໍ້ “ການສະໜັບສະໜູນການ ເຊື່ອມໂຍງປະຊາຄົມເສດຖະ ກິດອາຊຽນດ້ວຍການເລັ່ງໃສ່ ການຮຽນຮ່ວມ ແລະ ຕະຫຼາດ ແຮງງານ” ຂຶ້ນໃນວັນທີ 14-15 ທັນວານີ້ ທີ່ໂຮງແຮມດອນຈັນ ພາເລດ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພັນຄຳ ວິພາວັນ ຮອງ ນາຍົກ ລັດຖະມົນຕີ, ລັດຖະມົນຕີວ່າ ການກະຊວງສຶກສາທິການ ແລະ ກິລາ, ມີລັດຖະມົນຕີ, ທູຕານຸທູດ, ຜູ້ຕາງໜ້າອົງການ ຈັດຕັ້ງສາກົນປະຈຳລາວ, ອົງການ ຈັດຕັ້ງທີ່ ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໃນພິທີ, ທ່ານ ພັນຄຳ ວິພາວັນ ໄດ້ກ່າວຄຳເຫັນບາງ ຕອນສຳຄັນວ່າ: ກອງປະຊຸມ ອາຊີວະສຶກສາພາກພື້ນ ຄັ້ງທີ 3 ເປັນກອງປະຊຸມທີ່ສຳຄັນເພາະຈະເປີດ ໂອກາດ ໃຫ້ຜູ້ ແທນກອງປະຊຸມໄດ້ແລກປ່ຽນ ປະສົບການ ແລະ ຄຳຄິດເຫັນ ກ່ຽວກັບສະຖານະພາບຂອງ ວຽກງານອາຊີວະສຶກສາ ແລະ ການຝຶກອົບຮົມໃນພາກພື້ນ ແລະ ສາກົນ. ນອກຈາກນັ້ນ, ມັນຍັງຈະໃຫ້ໂອກາດແກ່ຜູ້ ເຂົ້າຮ່ວມສາມາດກຳນົດບັນ ດາສິ່ງທ້າທາຍໃນອະນາຄົດ ຂ້າງໜ້າ. ບັນຫາສຳຄັນແມ່ນ ຈະເປັນເວທີການປຶກສາ ຫາລື ເຖິງວິທີການຕ່າງໆຂອງບັນ ດາປະເທດອາຊຽນ ໃນການ ສ້າງຄວາມກົມກຽວດ້ານການ ພັດທະນາວຽກງານດັ່ງກ່າວ ຮ່ວມກັນ ຫຼັງປີ 2015.
ກອງປະຊຸມຄັ້ງນີ້ ມີຄວາມ ສຳຄັນຫຼາຍສຳລັບວຽກງານອາ ຊີວະສຶກສາຂອງ ສປປ ລາວ ຊຶ່ງເນື້ອໃນ ແລະ ຜົນໄດ້ຮັບຂອງກອງປະຊຸມ ຈະເປັນການ ປະກອບສ່ວນ ເຂົ້າໃນການປັບ ປຸງຄຸນນະພາບຂອງການສຶກ ສາດ້ານອາຊີວະສຶກສາ ກໍຄືການພັດທະນາຊັບພະຍາກອນມະນຸດ, ໃນນັ້ນ ບໍ່ພຽງແຕ່ມີ ຄວາມສຳຄັນໃນການສ້າງ ຄວາມເຂັ້ມແຂງໃຫ້ແກ່ກຳລັງແຮງງານ ມີຄວາມຮູ້, ຄວາມ ສາມາດ ພາຍໃນປະເທດເທົ່າ ນັ້ນ, ແຕ່ພວກເຮົາຈະຕ້ອງເພີ່ມ ການຮ່ວມມືຊຶ່ງກັນ ແລະ ກັນ ໃຫ້ຫຼາຍຂຶ້ນ ໂດຍອີງໃສ່ມາດຕະຖານດຽວກັນ. ກອງປະຊຸມດັ່ງກ່າວໄດ້ເປີດໂອກາດໃຫ້ມີການແລກປ່ຽນກ່ຽວກັບຜົນກະທົບຂອງການເຂົ້າເປັນປະຊາຄົມເສດຖະກິດອາຊຽນ ຕໍ່ກັບ ຕະຫຼາດ ແຮງງານທ້ອງຖິ່ນ ແລະ ພາກພື້ນ ຊຶ່ງເປັນສິ່ງ ທີ່ຈຳເປັນຈະຕ້ອງມີການປັບ ປຸງລະບົບອາຊີວະສຶກສາ ລວມເຖິງພາກເອກະຊົນ ໃຫ້ເຂົ້າມາມີສ່ວນຮ່ວມໃນ ວຽກງານອາຊີ ວະສຶກສາກັບພາກລັດ ແລະ ຄູ່ ຮ່ວມພັດທະນາ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...