Homeມຸມຂ່າວ AECບັນດາປະເທດອາຊຽນ ເພີ່ມຄວາມຮັບຮູ້ ກ່ຽວກັບການປົກປັກຮັກສາ ໜັງສືໃບລານ

ບັນດາປະເທດອາຊຽນ ເພີ່ມຄວາມຮັບຮູ້ ກ່ຽວກັບການປົກປັກຮັກສາ ໜັງສືໃບລານ

Published on

DSC_0004 nangseu 1

ຂປລ. ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດສໍາມະນາ ກ່ຽວກັບການປົກປັກຮັກສາ ໜັງສືໃບລານ ໃນປະເທດອາຊຽນເພື່ອເພີ່ມຄວາມຮູ້ ແລະ ແລກປ່ຽນບົດຮຽນ,ປະສົບການເຊິ່ງກັນ ແລະ ກັນ ໃນການປົກປັກຮັກສາໜັງສືໃບລານ ເຊິ່ງເປັນໜັງສື ເກົ່າແກ່ທີ່ຫາຍາກ ເປັນມໍລະດົກທາງດ້ານ ວັດທະນະທໍາ ໃຫ້ຄົງຢູ່ຕະຫລອດ

ທ່ານ ບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວໄດ້ມີຄໍາເຫັນ​ ໃນ​ຊຸດ​ສຳ​ມະ​ນາ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 15 ທັນວາ​ ນີ້​ວ່າ:ໜັງສືໃບລານເປັນເອກະສານທີ່ ບັນຈຸຂໍ້ມູນຕ່າງໆ ທັງຝ່າຍໂລກ ແລະ ຝ່າຍທໍາ ເຊິ່ງເປັນພູມປັນຍາຂອງ ບັນພະບູລຸດໄດ້ຂຽນ (ຈານ) ລົງໃນໃບລານດ້ວຍອັກສອນທໍາລາວ, ຂອມ, ລື້, ລ້ານນາ, ໄທດໍາ ແລະ ເປັນພາສາບາລີ, ສັນສະກິດ, ລາວ, ບາລີ/ລາວ, ບາລີ/ລື້, ບາລີ/ລ້ານນາ.  ໜັງສືໃບລານລາວລວມ ມີເນື້ອໃນຫລາຍທີ່ຈານລົງໄວ້ ໃນໃບລານເຊັ່ນ: ພະວິ​ໄນ, ພະສູດ, ພະອະພິທໍາ, ຄໍາພີພາສາບາລີ, ບົດສູດມົນ, ຕໍານານເມືອງ, ກົດໝາຍ, ໂອວາດຄໍາສອນ, ປະເພນີ/ວິທີກໍາ, ທໍາມະທົ່ວໄປ, ນິຍາມທໍາມະ, ຕໍານານພຸດທະສາສະໜາ ແລະ ອື່ນໆ; ໜັງສືໃບລານເປັນວັດທະນະທໍາ ຄວາມເຊື່ອຖືທາງສາສະໜາພຸດ ທີ່ຈາລຶກໄວ້ໃນເອກະສານບູຮານ, ໄດ້ກໍານົດຮູບແບບ ແນວຄວາມຄິດທີ່ເນັ້ນໜັກຄຸນຄ່າ ແຫ່ງສະຕິປັນຍາ, ສິລະປະ ບັນເທິງ, ວັດທະນະທໍາ, ຄວາມຮູ້ຮອບຕົວ, ສ້າງຄວາມສາມັກຄີຖານພີ່ນ້ອງ, ຊ່ວຍເຫລືອເຊິ່ງກັນ ແລະ ກັນຂອງທຸກຊັ້ນຄົນ ໃນສັງຄົມ ໃຫ້ມີຄວາມ ເມດຕາກະລຸນາ ຕໍ່ເພື່ອມະນຸດດ້ວຍກັນ ຈາກໜັງສືໃບລານທີ່ຮຽນອ່ານ, ເທດໃນວັດກາຍມາເປັນຄວາມເຊື່ອ ​ໂດຍ​ການ​ນຳ​ມາປະຕິບັດຂອງ ອອກຕົນ ຍາດໂຍມ ໃນຊີວິດປະຈໍາວັນ ແລະ ຮີດຄອງປະເພນີພິທີກໍາຕ່າງໆ.

ທ່ານ ບົວເງິນ ຊາພູວົງ ຍັງມີຄໍາເຫັນຕື່ມອີກວ່າ: ໜັງສືໃບລານ ແມ່ນວັດທະນະທໍາທີ່ໄດ້ຢັ່ງຮາກເລິກຢູ່ໃນ ຄວາມຜູກພັນຂອງຊາວລາວ ແບບຍືນຍົງ ເປັນເວລາຫລາຍສະຕະວັດມາແລ້ວ ສ່ວນຫລາຍຈະແມ່ນຜູ້ຊາຍ ທີ່ໄດ້ບວດ ຮຽນ, ຂຽນ, ອ່ານ ສະເພາະແມ່ຍິງ ແລະ ເດັກນ້ອຍເຖິງແມ່ນ ວ່າໃນສະໄໝກ່ອນບໍ່ໄດ້ຮຽນ, ຂຽນ, ອ່ານ  ໜັງສືທໍາ, ໜັງສືລາວ ​ແຕ່ໄດ້ປະຕິບັດຄໍາສອນທາງທໍາ, ທາງໂລກ ທີ່ພະສົງເທດສູ່ຟັງຢ່າງເຄັ່ງຄັດ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...