Homeປະເພນີ-ວັດທະນະທຳ10 ປະເທດອາຊຽນ ຮ່ວມມືປົກປັກຮັກສາ ໜັງສືໃບລານ

10 ປະເທດອາຊຽນ ຮ່ວມມືປົກປັກຮັກສາ ໜັງສືໃບລານ

Published on

7-1

ກອງປະຊຸມສຳມະນາການປົກປັກຮັກສາໜັງສືໃບລານ ໃນກຸ່ມປະເທດອາຊຽນ ມີຂຶ້ນໃນວັນທີ 15 ທັນວານີ້ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຊຶ່ງມີຕົວແທນທີ່ກ່ຽວຂ້ອງຈາກ 10 ປະເທດອາຊຽນເຂົ້າ ຮ່ວມ.
ກອງປະຊຸມໄດ້ສົນທະນາ ແລະ ແລກປ່ຽນຄວາມຄິດຄວາມ ເຫັນກັບບັນດາວິທະຍາກອນ ທີ່ມີຄວາມຊ່ຽວຊານ ແລະ ປະ ສົບການກ່ຽວກັບການປົກປັກ ຮັກສາໜັງສື ໃບລານ ແລະ ໜັງສືເກົ່າແກ່ທີ່ຫາຍາກດ້ວຍ ຄວາມເອົາໃຈໃສ່, ພ້ອມທັງ ແລກປ່ຽນບົດຮຽນ, ປະສົບການ ຊຶ່ງກັນ ແລະ ກັນໃນການປົກປັກ ຮັກສາໜັງສືໃບລານ ຊຶ່ງເປັນ ເອກະສານເກົ່າແກ່ຫາຍາກ, ເປັນມໍລະດົກທາງດ້ານວັດທະ ນະທຳໃຫ້ຄົງຢູ່ຕະຫຼອດໄປ ເພື່ອຄົນລຸ້ນສືບທອດຈະໄດ້ ສຶກສາຮຽນຮູ້ເລື່ອງຕ່າງໆຈາກ ໜັງສືຜູກ ໃບລານ ລວມທັງວິທີ ການປົກປັກຮັກສາໃຫ້ເອກະສານ ມີຄວາມຍືນຍົງດ້ວຍກຳມະວິທີຕ່າງໆ ເພື່ອບໍລິການນັກ ຮຽນນັກສຶກສາ ປັນຍາຊົນນັກຄົ້ນຄວ້າທັງຫຼາຍ ໄດ້ເຂົ້າເຖິງ ຂໍ້ມູນຢ່າງສະດວກ ແລະ ວ່ອງໄວຕາມຄວາມຕ້ອງການ, ສິ່ງສຳຄັນອີກຢ່າງໜຶ່ງໃນທ້າຍປີນີ້ (31ທັນວາ 2015) ພວກເຮົາ ຈະໄດ້ເຂົ້າເປັນປະຊາຄົມເສດ ຖະກິດອາຊຽນ (AEC) ຈະໄດ້ແລກປ່ຽນຂໍ້ມູນຂ່າວສານດ້ວຍ ກັນຫຼາຍດ້ານ, ສະນັ້ນໃນຖານະທີ່ ສປປ ລາວ ເປັນເຈົ້າພາບໃນຄັ້ງນີ້ ກໍຈະໄດ້ນຳເອົາບົດຮຽນຈາກ ກອງປະຊຸມຄັ້ງນີ້  ເພື່ອນຳໄປພັດທະນາວຽກງານໃຫ້ ມີຄວາມກ້າວໜ້າຍິ່ງໆຂຶ້ນ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...