Homeຂ່າວການພັດທະນາລັດຖະບານ ຈະເລີ່ມຂຶ້ນທະບຽນຄົນຕ່າງປະເທດ ພ້ອມເກັບທຳນຽມ 3 ແສນກີບ ຕໍ່ຄົນຕໍ່ເດືອນ!

ລັດຖະບານ ຈະເລີ່ມຂຶ້ນທະບຽນຄົນຕ່າງປະເທດ ພ້ອມເກັບທຳນຽມ 3 ແສນກີບ ຕໍ່ຄົນຕໍ່ເດືອນ!

Published on

DSC_0027 tangdao 1

ຂປລ. ລັດຖະບານ​ ໄດ້ຈັດ​ຕັ້ງປະຕິບັດ ​ການ​ຂຶ້ນ​ທະບຽນ ​ແລະ ​ອອກ​ບັດ​ອະນຸຍາດ​ເຄື່ອນ​ໄຫວ​ຊົ່ວຄາວ​​ ໃຫ້​ຄົນ​ຕ່າງປະ​ເທດ​​ ໃນ​ຂອບ​ເຂດທົ່ວ​ປະ​ເທດ ​ໂດຍ​ເລີ່​ມແຕ່​ວັນ​ທີ 16 ທັນວາ 2015 ​ໄປ​ຈົນ​ເຖິງ​ວັນ​ທີ 16 ມີນາ 2016 ​​​ເຊິ່ງ​ຈະ​ໃຊ້​ເວລາ​ໃນ​ການຈັດ​ຕັ້ງ​ປະຕິບັດ 3 ​ເດືອນ ​ແລະ  ​ຄາດ​ວ່າ​ຈະ​ມີ​ຜູ້​ມາ​ຂຶ້ນ​ທະບຽນ ບໍ່​ຕໍ່າ​ກວ່າ 30.000 ຄົນ​.

​ ທ່ານ ພົງ​ໄຊ​ສັກ ອິນ​ຖາ​ລາດ ຫົວໜ້າ​ກົມ​ຄຸ້ມ​ຄອງ​ແຮງ​ງານ, ​ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການສັງຄົມ ໄດ້​ຖະ​ແຫລ​ງຂ່າວ​ໃຫ້​ຮູ້ ​​​​ ໃນ​ວັນ​ທີ 15 ທັນວາ ນີ້ວ່າ: ​ເພື່ອ​ເຮັດ​ໃຫ້​ສັງຄົມ​ມີ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ ທັງ​ເປັນ​ການ​ປົກ​ປ້ອງ​ສິດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ແຮງ​ງານ​ເຄື່ອນ​ຍ້າຍ, ສ້າງ​ຄວາມ​ພ້ອມ​ໃນ​ການ​ເຂົ້າ​ເປັນ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ​ໃນ​ທ້າຍ​ປີ 2015 ລັດຖະບານ​ຈຶ່ງ​ໄດ້​ດໍາ​ເນີນ​ການ​ຂຶ້ນ​ທະບຽນ ​ແລະ ອອກ​ບັດ​ອະນຸຍາດ​ເຄື່ອນ​ໄຫວ​ຊົ່ວຄາວ​ ໃຫ້​ຄົນ​ຕ່າງປະ​ເທດ​ທີ່​ຍັງ​ເຄື່ອນ​ໄຫວ​ແບບ​ບໍ່​ຖືກຕ້ອງ​ຢູ່ ສປປ ລາວ. ການ​ຂຶ້ນ​ທະບຽນ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ເກັບ​ກໍາ​ຈໍານວນ​ຄົນ​ຕ່າງປະ​ເທດ​ ທີ່​ເຄື່ອນ​ໄຫວ​ບໍ່​ຖືກຕ້ອງ​ວ່າ​ມີ​ຈໍານວນ​ເທົ່າ​ໃດ ​ແລ້ວມາ​ແຍກ​ໃຫ້​ເຫັນ​ ລັກສະນະ​ການ​ເຄື່ອນ​ໄຫວ​ຂອງ​ເຂົາ​ເຈົ້າ ​ເພື່ອ​ຈະ​ໄດ້​ມອບ​ຄວາມ​ຮັບຜິດຊອບ ​ໃຫ້​ແຕ່ລະ​ຂະ​​ແໜງ​ການທີ່​ກ່ຽວ​ຂ້ອງ​ຂອງ​ລັດ​ ເປັນ​ຜູ້​ຄຸ້ມ​ຄອງ​ຕາມ​ລະບຽບການຕໍ່​ໄປ ​ຫລີກ​ເວັ້ນບັນຫາ​ຄວາມ​ສັບສົນ ​ໃນ​ການ​ຄຸ້ມ​ຄອ​ງ. ​

ທ່ານ ພົງ​ໄຊ​ສັກ ອິນ​ຖາ​ລາດ​ ກ່າວ​ຕື່ມ​ວ່າ: ການຈັດ​ ຕັ້ງ​ປະຕິບັດການ​ຂຶ້ນ​ທະບຽນ ​ແລະ ​ອອກ​ບັດ​ອະນຸຍາດ​ເຄື່ອນ​ໄຫວ​ຊົ່ວຄາວ​​ ໃຫ້​ຄົນ​ຕ່າງປະ​ເທດ​​ນີ້ ຈະ​ດຳ​ເນີນ​ໄປ​ເປັນ​ເວລາ 3 ​ເດືອນ. ສ່ວນ​ຄ່າ​ຂຶ້ນ​ທະບຽນ ແມ່ນຜູ້​ໜຶ່ງ 3 ​ແສນ​ກີບ​/ຄົນ/​ເດືອນ​. ຖ້າ ​ສິ້ນ​ສຸດ​ເວລາ​ທີ່​ກໍານົດ ໃຫ້​ນີ້​ແລ້ວ​ແຕ່​ຍັງ​ມີ​ຜູ້​ເຄື່ອນ​ໄຫວ​ບໍ່​ຖືກຕ້ອງ ຫລື ຍັງ​ມີ​ຜູ້​​ໃຫ້ຄວາມ​ສະດວກ​ແກ່​ກຸ່ມ​ຄົນ​ດັ່ງ​ກ່າວ ​ໂດຍ​ບໍ່​ມີ​ເຫດຜົນ ​ທາງ​ເຈົ້າ​ໜ້າ​ທີ່​ກ່ຽວຂ້ອງ​ຈະ​ໄດ້​ດໍາ​ເນີນ​ມາດ​ຕະການ​ທາງ​ກົດໝາຍ. ດັ່ງ​ນັ້ນ​ຈຶ່ງ​ຮຽກຮ້ອງ​ມາ​ຍັງ​ທຸກ​ພາກສ່ວນ​ທີ່​ກ່ຽວຂ້ອງເປັນຕົ້ນ ​ແມ່ນ​ຜູ້​ໃຊ້​ແຮງ​ງານ, ຊາວ​ຕ່າ​ງດ້າວ, ຊາວ​ຕ່າງປະ​ເທດ ລວມທັງ​ປະຊາຊົນ​ລາວ ​ຜູ້​ໃຫ້​ເຊົ່າ​ສະຖານ​ທີ່​ເຮັດ​ທຸລະ​ກິດ, ຄ້າຂາຍ, ​ໃຫ້​ເຊົ່າ​ສະຖານ​ທີ່​ພັກ​ພາ​ອາ​​ ໄສ, ​ໃຫ້​ເຊົ່າ​ທະບຽນ​ວິ​ສາ​ຫະກິດ ​ແລະ ​ໂຄງການ​ຕ່າງໆ ລວມທັງ​ ເຂດ​ເສດຖະກິດ​ພິ​ເສດ ​ແລະ ​ເຂດ​ເສດ​ຖະກິດສະ​ເພາະ ຈົ່ງ​ພ້ອມ​ກັນ​ເຂົ້າ​ຮ່ວມ​ເປັນ​ເຈົ້າ​ການ​ນໍາ​ກັນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...