spot_img
Homeຂ່າວພາຍ​ໃນທ່ານ ສົມສະຫວາດ ເລັ່ງສະຫວັດ ຕ້ອນຮັບ ຄະນະຜູ້ແທນ ສປ ຈີນ ແລະ ຜູ້ແທນທະນາຄານໂລກ

ທ່ານ ສົມສະຫວາດ ເລັ່ງສະຫວັດ ຕ້ອນຮັບ ຄະນະຜູ້ແທນ ສປ ຈີນ ແລະ ຜູ້ແທນທະນາຄານໂລກ

Published on

2-1

ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດ ຖະມົນຕີ ໄດ້ຕ້ອນຮັບການເຂົ້າ ຢ້ຽມຄຳນັບຂອງ ທ່ານ ຖັງຮັນ ເຈຍ ຄະນະປະຈຳພັກ ຮອງ ເຈົ້າແຂວງກວາງຊີ ສປ ຈີນ ພ້ອມດ້ວຍຄະນະ ໃນວັນທີ 15 ທັນວານີ້ ທີ່ຫ້ອງວ່າການລັດຖະບານ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ, ໃນລະຫວ່າງວັນທີ 11-15 ທັນວາ 2015 ນີ້.
ໃນໂອກາດພົບປະໂອ້ລົມກັນ, ທ່ານ ສົມສະຫວາດ ເລັ່ງສະຫວັດ ກໍໄດ້ສະແດງ ຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ຖັງຮັນ ເຈຍ ພ້ອມດ້ວຍຄະນະທີ່ເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວໃນຄັ້ງນີ້ ຊຶ່ງເປັນ ການປະກອບສ່ວນທີ່ສຳຄັນ ເຂົ້າໃນການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວ ພັນຮ່ວມມື ລະຫວ່າງສອງພັກ, ລັດ ແລະ ປະຊາຊົນສອງຊາດ ລາວ – ຈີນ ໃຫ້ນັບມື້ນັບແໜ້ນ ແຟ້ນຍິ່ງຂຶ້ນ ແລະ ໃນໂອກາດດຽວກັນນີ້ ທ່ານ ຖັງຮັນ ເຈຍ ກໍໄດ້ສະແດງຄວາມ ຂອບອົກຂອບໃຈຕໍ່ ທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ໄດ້ໃຫ້ການ ຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ ພ້ອມທັງລາຍງານຜົນການເຄື່ອນໄຫວເຮັດວຽກກັບຝ່າຍ ລາວແມ່ນ ໄດ້ຮັບຜົນສຳເລັດ ເປັນຢ່າງດີ ແລະ ໃນວັນດຽວ ກັນນີ້ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ກໍໄດ້ໃຫ້ກຽດຕ້ອນຮັບ ທ່ານ ອູຣີຊ ຊາຊົວ ອຳນວຍການ ປະຈຳພາກພື້ນອາຊີຕາເວັນ ອອກສຽງໃຕ້ຂອງທະນາຄານ ໂລກ ພ້ອມດ້ວຍຄະນະ ໃນໂອ ກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ. ໃນໂອ ກາດພົບປະໂອ້ລົມກັນ, ທ່ານ ສົມສະຫວາດ ເລັ່ງສະຫວັດ ກໍໄດ້ສະແດງຄວາມຍິນດີຕ້ອນຮັບທ່ານ ອູຣີຊ ຊາຊົວ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນ ການປະກອບສ່ວນທີ່ສຳຄັນ ເຂົ້າໃນການເສີມຂະຫຍາຍ ການຮ່ວມມືລະຫວ່າງ ສປປ ລາວ-ທະນາຄານໂລກ ໃຫ້ນັບ ມື້ແໜ້ນແຟ້ນຍິ່ງຂຶ້ນ ແລະ ໃນໂອກາດດຽວກັນນີ້ ທ່ານ ອູຣີຊ ຊາຊົວ ກໍໄດ້ສະແດງຄວາມ ຂອບອົກຂອບໃຈຕໍ່ທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ໄດ້ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໃນຄັ້ງນີ້ ພ້ອມທັງລາຍງານ ກ່ຽວກັບການປິດໄລຍະເວລາ ຍົກຍ້າຍຈັດສັນໂຄງການນ້ຳ ເທີນ 2 ໃນທ້າຍປີ 2015, ພາຍ ຫຼັງຜູ້ຊ່ຽວຊານດ້ານສິ່ງແວດ ລ້ອມ ແລະ ສັງຄົມ (POE) ໄດ້ ມາກວດກາທົບທວນຜົນການຈັດ ຕັ້ງປະຕິບັດໂຄງການດ້ານສິ່ງ ແວດລ້ອມ ແລະ ສັງຄົມ ໂດຍສະ ເພາະແລ້ວແມ່ນການທົບທວນ ແລະ ປະເມີນຜົນການຈັດຕັ້ງ ປະຕິບັດແຜນງານປະກອບອາ ຊີບທັງ 5 ແຜນງານ, ຂອງຜູ້ ຖືກຍົກຍ້າຍທີ່ບ້ານຍົກຍ້້າຍ ຈັດສັນ ເທິງພູພຽງນາກາຍ ໃນເດືອນເມສາ 2015 ທີ່ຜ່ານມາ ຂໍ້ແນະນຳຂອງ POE ແມ່ນ ເຫັນວ່າ: ຜົນການຈັດຕັ້ງປະ ຕິບັດແຜນງານປະກອບອາຊີບ ທັງ 5 ແຜນງານ ຂອງຜູ້ຖືກຍົກຍ້າຍຍັງບໍ່ທັນສຳເລັດສົມບູນ ແລະ ຖືວ່າຍັງບໍ່ທັນໝັ້ນໃຈ ໄດ້ວ່າໝາກຜົນຂອງການປະ ກອບອາຊີບຜ່ານມາ ຈະເປັນ ພື້ນຖານໄດ້ ໃຫ້ແກ່ຄວາມຍືນຍົງ ໃນການປະກອບອາຊີບຂອງ ຜູ້ ຍົກຍ້າຍເທື່ອ. ສະນັ້ນ POE ຈຶ່ງມີຄຳແນະນຳໃຫ້ຂະຫຍາຍ ໄລຍະເວລາຍົກຍ້າຍຈັດສັນ ອອກໄປຕື່ມ ອີກເປັນເວລາ 2 ປີຄື: ຮອດເດືອນທັນວາ 2017 ເພື່ອໃຫ້ບໍລິສັດນ້ຳເທີນ 2 ແລະ ຄະນະຍົກຍ້າຍຈັດສັນຂອງ ໂຄງການສືບຕໍ່ນຳພາຜູ້ຖືກຍົກຍ້າຍຈັດຕັ້ງປະຕິບັດວຽກງານປະກອບອາຊີບ ຕື່ມອີກ, ຫຼັງຈາກນັ້ນ POE ຈຶ່ງຈະມາປະເມີນຜົນອີກຄັ້ງໜຶ່ງ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...