spot_img
Homeຂ່າວເຫດການໄຊສົມບູນ ສະເຫຼີມສະຫຼອງວັນຊາດ ຄົບຮອບ 40 ປີ

ໄຊສົມບູນ ສະເຫຼີມສະຫຼອງວັນຊາດ ຄົບຮອບ 40 ປີ

Published on

6-1 6-2

ແຂວງໄຊສົມບູນ ຈັດພິທີສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ, ລະນຶກວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 95 ປີ, ວັນສ້າງຕັ້ງແຂວງໄຊສົມບູນ ຄົບຮອບ 2 ປີ ແລະ ເປີດປີ
ທ່ອງທ່ຽວໄຊສົມບູນ 2015 ຂຶ້ນ ຢ່າງຍິ່ງໃຫຍ່ໃນວັນທີ 11 ທັນ ວານີ້ ທີ່ສະໜາມກິລາແຂວງ ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ດຣ. ສົມບັດ ເຢຍລີເຮີ ເລຂາພັກ ແຂວງເຈົ້າແຂວງໄຊສົມບູນ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການ ກະຊວງສຶກສາທິການ ແລະ ກິລາ, ມີບັນດາຮອງເຈົ້າແຂວງ, ລັດຖະ ມົນຕີຊ່ວຍວ່າການ, ຫົວໜ້າ ກົມ, ຮອງກົມ, ພະນັກງານປະ ຕິວັດອາວຸໂສບຳນານ, ບັນດາ ອະນຸ ກຳມະການ, ແຂກຖືກ ເຊີນ, ພະນັກງານ, ທະຫານ, ຕຳຫຼວດ, ນັກຮຽນ ແລະ ມວນ ຊົນຊາວແຂວງໄຊສົມບູນເຂົ້າ ຮ່ວມຢ່າງຫຼວງຫຼາຍ.
ໃນພິທີ, ທ່ານ ດຣ. ສົມບັດ ເຢຍລີເຮີ ໄດ້ໃຫ້ກຽດກ່າວປາໄສຕໍ່ພິທີໂຮມຊຸມນຸມ ໂດຍ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງການສະຖາປະນາ ສປປ ລາວ, ຜົນງານ, ໄຊຊະນະທີ່ຍາດມາໄດ້ຕະຫຼອດ 40 ປີຜ່ານມາ ພາຍໃຕ້ ລະບອບໃໝ່ ແລະ ພາຍໃຕ້ການນຳພາຂອງພັກ ປປ ລາວ. ຈາກນັ້ນໄດ້ກ່າວເຖິງຊີວິດ ແລະ ການ ເຄື່ອນໄຫວຂອງ ປະທານ ໄກສອນ ພົມວິຫານ ຕະຫຼອດຊີວິດຂອງເພິ່ນແມ່ນ ຕິດພັນກັບການປະຕິວັດ, ເພິ່ນແມ່ນລູກຮັກຫຼານແພງຂອງປະ ຊາຊົນລາວບັນດາເຜົ່າ, ແມ່ນ ຜູ້ຮັກຊາດ, ນັກປະຕິວັດທີ່ຍິ່ງ ໃຫຍ່ຂອງຊາດ, ວິລະບຸລຸດຜູ້ ນຳຂອງພັກ, ລັດ ທີ່ປີຊາສາ ມາດ, ສະຫຼາດສ່ອງໃສ ແລະ ສະດຸ້ງໄວ.
ຕໍ່ຜົນງານການປົກປັກຮັກ ສາ ແລະ ສ້າງສາແຂວງໄຊ ສົມບູນ ໃນໄລຍະສອງປີຜ່ານ ມາ ທ່ານເຈົ້າແຂວງໄດ້ຊີ້ໃຫ້ ເຫັນວ່າ: ແຂວງໄຊສົມບູນ ໄດ້ ຮັບການພັດທະນາ ໃນທຸກດ້ານ ຢ່າງບໍ່ຢຸດຢັ້ງ. ເວົ້າສະເພາະຜ່ານການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງ ແຂວງ ແລະ ໂດຍໄດ້ຮັບການ ຊີ້ນຳໆພາຢ່າງໃກ້ຊິດຈາກສູນ ກາງ ພັກ, ສະພາແຫ່ງຊາດ, ລັດຖະບານ, ດ້ວຍຄວາມເອົາ ໃຈໃສ່ຂອງຄະນະບໍລິຫານງານ ພັກແຂວງ ແລະ ຄວາມສາມັກ ຄີເປັນປຶກແຜ່ນຂອງປະຊາຊົນ ບັນດາເຜົ່າພາຍ ໃນແຂວງພວກ ຂ້າພະເຈົ້າ ຈຶ່ງສາມາດຍາດໄດ້ ຜົນງານຫຼາຍໆດ້ານ ເປັນຕົ້ນ ແມ່ນເສດຖະກິດມະຫາພາກ ໃນສົກປີ 2014-2015 ລວມ ຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນປະມານ 10,08%, ສ້າງມູນຄ່າເພີ່ມລາ ຄາໃນປີນີ້ໃຫ້ໄດ້ 814,8 ຕື້ກີບ (ແຜນການວາງໄວ້ 806,5 ຕື້ ກີບ), ສະເລ່ຍໃສ່ຫົວຄົນໄດ້ປະ ມານ 9.712.950 ກີບ ຫຼືເທົ່າ ກັບ  1.207 ໂດລາສະຫະລັດ/ ຄົນ/ປີ (ພົນລະເມືອງສະ ເລ່ຍ ພາຍໃນແຂວງປະມານ 83.888 ຄົນ). ໃນຂະແໜງກະ ສິກຳ-ປ່າໄມ້ ເພີ່ມຂຶ້ນ 9,39% ກວມເອົາ 33,60% ຂອງ GDP, ຂະແໜງອຸດສາຫະກຳ ເພີ່ມຂຶ້ນ 10,50% ກວມ 40,80% ຂອງ GDP ແລະ ຂະ ແໜງບໍລິການເພີ່ມຂຶ້ນ 10,31% ກວມ ເອົາ 25,60% ຂອງ GDP. ການເກັບລາຍຮັບເຂົ້າ ງົບປະມານໄດ້ 98,23 ຕື້ກີບ, ເທົ່າກັບ 65,94% ຂອງແຜນການ (ແຜນການ 148,98 ຕື້ ກີບ), ຄຸ້ມຄອງການ ປະຕິບັດ ລາຍຈ່າຍງົບປະມານໄດ້ 126,18 ຕື້ກີບ ເທົ່າກັບ 78,30% ຂອງແຜນການ(ແຜນການ 141,19 ຕື້ກີບ) ແລະ ໄດ້ຮັບ ການດຸ່ນດ່ຽງຈາກສູນກາງ 27,94 ຕື້ກີບ. ການຈໍລະຈອນສິນຄ້າມີມູນຄ່າ 74,31 ຕື້ກີບ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 15%, ມູນຄ່າຜະລິດຕະພັນ ອຸດສາຫະກຳທັງໝົດບັນລຸ ໄດ້ 140,14%, ການສົ່ງອອກ ສິນຄ້າ ມູນຄ່າ 2.409.888 ໂດລາສະຫະລັດ ແລະ ນຳເຂົ້າ ສິນຄ້າຈາກຕ່າງປະເທດມູນ ຄ່າ 10.592.700 ໂດລາສະຫະລັດ, ການປ່ອຍສິນເຊື່ອ ຂອງບັນດາທະນາຄານໄດ້ 46,41 ຕື້ກີບ ແລະ ລະດົມເງິນ ຝາກໄດ້ 86,09 ຕື້ກີບ. ພ້ອມ ດຽວກັນນີ້ໃນວຽກງານຊົນນະ ບົດ ແລະ ລຶບລ້າງຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງ ທົ່ວແຂວງ ມີບ້ານທຸກຍາກ 26 ບ້ານ ເທົ່າ ກັບ 27,08%, ຄອບຄົວທຸກຍາກ 1.809 ຄອບ ຄົວ ເທົ່າກັບ 13,85%, ມີບ້ານ ພັດທະນາ 16 ບ້ານ (ຢູ່ໃນຂັ້ນ ຕອນຮັບຮອງ 7 ບ້ານ) ເທົ່າກັບ 16,67% ແລະ ຄອບຄົວພັດ ທະນາ 8,716 ຄອບຄົວ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...