spot_img
Homeຂ່າວການພັດທະນາກຳປູເຈຍ - ລາວ - ຫວຽດນາມ ເພີ່ມທະວີ ພັດທະນາເຂດສາມຫຼ່ຽມພັດທະນາ

ກຳປູເຈຍ – ລາວ – ຫວຽດນາມ ເພີ່ມທະວີ ພັດທະນາເຂດສາມຫຼ່ຽມພັດທະນາ

Published on

E6-1

ກອງປະຊຸມລັດຖະມົນ ຕີຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດ ນາມ (CLV) ຄັ້ງທີ 10 ໄດ້ຈັດຂຶ້ນໃນວັນທີ  11  ທັນວານີ້ ຢູ່ ໂຮງແຮມຈຳປາສັກແກຣນ ໂດຍເປັນປະທານຮ່ວມຂອງທ່ານ   ສົມດີ ດວງດີ ລັດຖະມົນຕີ ວ່າການກະຊວງແຜນການ ແລະ   ການລົງທຶນປະທານຄະນະກຳມະການປະສານ ງານຮ່ວມເຂດສາມຫຼ່ຽມພັດທະນາຂອງ  ສປປ ລາວ ທ່ານ ຊຸນ ຈັນໂທລ   ລັດຖະມົນຕີອາວຸໂສລັດຖະມົນຕີວ່າການກະຊວງການຄ້າ ປະທານຄະນະກຳມະການປະສານງານ ຮ່ວມເຂດສາມຫຼ່ຽມ  ພັດທະນາຂອງຣາຊະອານາ ຈັກກຳປູເຈຍ ແລະ ທ່ານ ບຸຍ  ກວາງວິງ ລັດຖະມົນຕີວ່າການ  ກະຊວງແຜນການ ແລະ ການລົງທຶນ ປະທານຄະນະ ກຳມະການປະສານງານຮ່ວມເຂດ  ສາມຫຼ່ຽມພັດທະນາຂອງ ສສ   ຫວຽດນາມ ທ່ານ ດຣ ບຸນຖອງ  ດີວີໄຊ ເຈົ້າແຂວງຈຳປາສັກ.
ກອງປະຊຸມຄັ້ງນີ້ ໄດ້ທົບທວນຄືນການຈັດຕັ້ງຜັນຂະຫຍາຍຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດ CLV ຄັ້ງ ທີ 8 ໃນປີ 2014 ຢູ່ນະຄອນຫຼວງວຽງຈັນໂດຍສະເພາະ ຄວາມຄືບໜ້າຂອງການຈັດຕັ້ງປະຕິ ບັດແຜນແມ່ບົດການພັດທະນາເສດຖະກິດ-ສັງຄົມ ຂອງເຂດສາມຫຼ່ຽມພັດທະນາ ແຕ່ປີ 2010-2020 ການຈັດຕັ້ງ  ປະຕິ ບັດ ບົດບັນ ທຶກຄວາມເຂົ້າ ໃຈກ່ຽວກັບນະໂຍບາຍທີ່ດຶງດູດກວ່າເກົ່າຂອງເຂດສາມຫຼ່ຽມພັດທະນາ ແລະ ປຶກສາຫາລືກ່ຽວກັບທິດທາງການ ຮ່ວມມືໃນຕໍ່ໜ້າໂດຍສຸມໃສ່  ສ້າງເຂດ ການ ຮ່ວມມືດັ່ງກ່າວໃຫ້ກາຍເປັນເຂດທີ່ໄດ້ຮັບການສົ່ງເສີມ ແລະ ດຶງດູດການຄ້າການລົງທຶນ ແລະ ການທ່ອງທ່ຽວໃຫ້ຫຼາຍກວ່າເກົ່າລວມທັງການຊອກຫາວິທີທາງຂົນຂວາຍ ລະດົມ ແຫຼ່ງທຶນຈາກ  ປະເທດຄູ່ຮ່ວມພັດທະນາສະຖາບັນການເງິນ ແລະ ພາກເອກະຊົນ.
ກອງປະຊຸມໄດ້ຕີລາຄາສູງຕໍ່ຄວາມຄືບໜ້າຂອງຂອບການຮ່ວມມືເຂດສາມຫຼ່ຽມພັດທະນາ ເຮັດໃຫ້ຂົງເຂດດັ່ງກ່າວ  ສືບຕໍ່ຮັກສາໄດ້ຄວາມສາມັກຄີ  ເພື່ອນມິດ ແລະ ບ້ານໃກ້ ເຮືອນຄຽງທີ່ມີມູນເຊື້ອອັນໄດ້ເຮັດໃຫ້ເຂດສາມຫຼ່ຽມພັດທະນາມີສັນຕິພາບ ແລະ ສະຖຽນລະພາບເອື້ອອຳນວຍໃຫ້ການພັດທະນາເສດຖະກິດ-ສັງຄົມໃຫ້ນັບມື້ຂະຫຍາຍຕົວ.
ໂດຍສະເພາະບັນດາໂຄງ ການພັດທະນາ ພື້ນຖານໂຄງ ລ່າງໂຄງການປັບປຸງ ແລະ ຍົກ ລະດັບເສັ້ນທາງເຊື່ອມຈອດ ພາຍໃນແຕ່ລະປະເທດ ແລະ ເຊື່ອມຈອດບັນດາແຂວງໃນ ເຂດສາມຫຼ່ຽມພັດທະນາການ ພັດທະນາຊັບພະຍາກອນມະ  ນຸດ ການລົງທຶນຂອງພາກເອ  ກະຊົນ ແລະ ອື່ນໆ ຊຶ່ງໄດ້ປະ  ກອບສ່ວນສຳຄັນໃນການພັດ  ທະນາເສດຖະກິດ-ສັງຄົມຂອງບັນດາແຂວງໃນເຂດສາມຫຼ່ຽມພັດທະນາການລົງທຶນຂອງພາກລັດ ແລະ ເອກະຊົນໃນເຂດສາມຫຼ່ຽມພັດທະນາ ມີທ່າອ່ຽງເພີ່ມຂຶ້ນ ໂດຍສະເພາະການລົງທຶນ ຂອງຫວຽດນາມ ຢູ່  4 ແຂວງພາກໃຕ້ ຂອງ ສປປ ລາວ ມີມູນຄ່າຫຼາຍກວ່າ 2 ຕື້  ໂດລາສະຫະລັດ ກອງປະຊຸມ  ໄດ້ຊົມເຊີຍຕໍ່ຜົນສຳເລັດຂອງ  ກອງປະຊຸມ 4 ອະນຸກຳມະ ການເວທີສົ່ງເສີມການຄ້າການລົງທຶນ ແລະ ການທ່ອງທ່ຽວງານວາງສະແດງສິນຄ້າ ແລະ ການທ່ອງທ່ຽວເວທີພົບປະຊາວໜຸ່ມຂອງເຂດສາມຫຼ່ຽມພັດທະນາຊຶ່ງໄດ້ປະກອບ ສ່ວນເຂົ້າໃນ  ການສົ່ງເສີມການຄ້າ ການລົງ  ທຶນ ແລະ ການໄປ-ມາຫາສູ່ກັນ ຂອງປະຊາຊົນໃນເຂດສາມ  ຫຼ່ຽມພັດທະນາ ພ້ອມດຽວກັນ  ນີ້ລັດຖະມົນຕີໄດ້ມອບໝາຍໃຫ້  ຄະນະເຈົ້າໜ້າທີ່ຈາກກະຊວງຂະແໜງການກ່ຽວຂ້ອງສືບຕໍ່ໜ້າວຽກສຳຄັນຄື: ສຶກສາກ່ຽວກັບການພັດທະນາອຸດສາຫະກຳຢາງພາລາໃນເຂດສາມຫຼ່ຽມພັດທະນາສ້າງແຜນ ປະຕິບັດງານເຂດເຊື່ອມຈອດເສດ  ຖະກິດເຂດສາມຫຼ່ຽມພັດທະນາ ມອບໝາຍໃຫ້ຄະນະເຈລະ  ຈາວ່າດ້ວຍການສົ່ງເສີມ ແລະ   ອຳນວຍຄວາມສະດວກດ້ານການຄ້າ ສືບຕໍ່ ເຈລະຈາໃຫ້ສຳເລັດຜົນ ແລະ ສະເໜີຕໍ່ກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາຄັ້ງທີ 9 ທີ່ຈະຈັດ  ຂຶ້ນໃນປີ 2016 ຢູ່ຣາຊະອານາຈັກກຳປູເຈຍ, ສຳລັບກອງ ປະຊຸມລັດ ຖະມົນຕີຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ CLV ຄັ້ງ  ທີ 11 ຈະຈັດຂຶ້ນໃນປີ 2017   ໂດຍການເປັນເຈົ້າພາບຂອງສສ ຫວຽດນາມ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...