spot_img
Homeຂ່າວພາຍ​ໃນຜົນການສຳຫຼວດພົນລະເມືອງ ຄັ້ງທີ IV ພົນລະເມືອງລາວ ມີ 6,4 ລ້ານກວ່າຄົນ

ຜົນການສຳຫຼວດພົນລະເມືອງ ຄັ້ງທີ IV ພົນລະເມືອງລາວ ມີ 6,4 ລ້ານກວ່າຄົນ

Published on

5-1-1

ຜົນການສຳຫຼວດພົນ ລະເມືອງ ຄັ້ງທີ IV ປີ 2015 ຢັ້ງຢືນວ່າ: ພົນລະເມືອງລາວ ມີທັງໝົດ 6,4 ລ້ານກວ່າຄົນ, ໃນນັ້ນ ຜູ້ຊາຍຫຼາຍກວ່າຜູ້ຍິງ ເລັກນ້ອຍ, ແຂວງ ສະຫວັນນະເຂດ ກວມເອົາ 15% ຮອງລົງ ມາແມ່ນນະຄອນຫຼວງວຽງຈັນ ກວມເອົາ 13% ຂອງພົນລະເມືອງທັງໝົດ ແລະ ແຂວງໄຊສົມບູນ ມີພົນລະເມືອງອາໄສ ຢູ່ໜ້ອຍສຸດກວມບໍ່ເຖິງ 1% ຂອງພົນລະເມືອງທັງໝົດ.
ສ່ວນຄວາມໜາແໜ້ນ ຂອງພົນລະເມືອງໃນ 10 ປີ ຜ່ານມາເພີ່ມຂຶ້ນເລັກໜ້ອຍ ຈາກ 23 ມາເປັນ 27 ຄົນຕໍ່
ກິໂລຕາແມັດ (ກິໂລແມັດມົນ ທົນ) ໃນນັ້ນ ນະຄອນຫຼວງມີ ຄວາມ ໜາແໜ້ນສູງກວ່າໝູ່ຢູ່ທີ່ 209 ຄົນຕໍ່ກິໂລຕາແມັດ.
ການສຳຫຼວດຍັງພົບວ່າ: ການຂະຫຍາຍຕົວຂອງພົນ ລະເມືອງລາວໃນໄລຍະ 10 ປີ ຜ່ານມາ ຂະຫຍາຍຕົວຊ້າກວ່າ 10 ປີກ່ອນໜ້ານີ້ ຊຶ່ງສະແດງ ໃຫ້ເຫັນວ່າ ອັດຕາ ການເກີດ ຫຼຸຸດລົງ ແລະ ມີທ່າອ່ຽງກາຍ ເປັນຄອບຄົວນ້ອຍ.
ກອງປະຊຸມຄະນະຊີ້ນຳ ທົ່ວປະເທດຂອງການສຳຫຼວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ IV ປີ 2015 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 10 ທັນວາ ນີ້ ພາຍໃຕ້ ການເປັນປະທານຂອງພະນະ ທ່ານ ດຣ. ບຸນປອນ ບຸດຕະນະວົງ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານເສດຖະກິດມະຫາພາກ ທັງເປັນຫົວໜ້າ ຄະນະ ຊີ້ນຳລະດັບຊາດສຳ ຫຼວດພົນລະເມືອງ ແລະ ທີ່ຢູ່ ອາໄສທົ່ວປະເທດ ຄັ້ງທີ IV ປີ 2015, ມີບັນດາທ່ານໃນຄະ ນະຊີ້ນຳລະດັບຊາດ, ບັນດາ ທ່ານເຈົ້າແຂວງ, ຮອງເຈົ້າ ແຂວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ທ່ານ ດຣ. ບຸນປອນ ບຸດ ຕະນະວົງ ໄດ້ກ່າວວ່າ: ນັບແຕ່ ການສຳຫຼວດພາກສະໜາມ ຈົນຮອດປະຈຸບັນ ກໍເປັນເວລາ ເກືອບ 9 ເດືອນ ໄດ້ສັງລວມ, ກວດກາ-ກວດ ແກ້ ແລະ ປຸງ ແຕ່ງຂໍ້ມູນຂອງການສຳຫຼວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ IV ປີ 2015 ດ້ວຍເຄື່ອງມືທີ່ທັນສະໄໝ. ມາ ຮອດປະຈຸບັນແມ່ນຖືວ່າ ໄດ້ສຳເລັດທຸກຂັ້ນຕອນ, ສາມາດສຳ ເລັດບົດລາຍງານຜົນເບື້ອງຕົ້ນ ຂອງການສຳຫຼວດຕາມລະດັບ ຄາດໝາຍ ເຖິງແມ່ນວ່າໄດ້ມີ ການເລື່ອນເວລາໃນການປະ ກາດ ຜົນອອກໄປເປັນເວລາ 2 ເດືອນກວ່າ, ແຕ່ກໍສັງເກດເຫັນ ໄດ້ວ່າການສຳຫຼວດຄັ້ງນີ້ ພວກ ເຮົາດຳເນີນໄປຢ່າງເຄັ່ງຮ້ອນ ແລະ ດ້ວຍຄວາມຮັບຜິດຊອບ ສູງ ເພື່ອຮັບ ປະກັນຄວາມເປັນ ເອກະພາບທາງດ້ານເຕັກນິກ, ດ້ານຫຼັກການ ແລະ ຄວາມ ສອດຄ່ອງຂອງຂໍ້ມູນ ນັບແຕ່ ສູນກາງຮອດທ້ອງຖິ່ນ.
ລັດຖະບານ ແຫ່ງ ສປປ ລາວ ກໍໄດ້ເປັນສ່ວນໜຶ່ງ ໃນ ການປະຕິບັດໜ້າທີ່ພາຄີຂອງ ຕົນ ເພື່ອບັນລຸພັນກທະ ແລະ ໜ້າທີ່ຕໍ່ສາກົນ ກໍຄືແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງ ຊາດ ຂອງປະເທດເຮົາ ໂດຍ ຈັດຕັ້ງປະຕິບັດການສຳຫຼວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ໃນທຸກໆ 10 ປີ ຕາມຫຼັກການຂອງສະຖິຕິອົງ ການ ສະຫະປະຊາຊາດ. ການ ສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ IV ປີ 2015 ໄດ້ດຳເນີນໄປດ້ວຍ ຜົນສຳເລັດອັນຈົບງາມ ຜົນ ຫຍໍ້ໄດ້ຮັບເບື້ອງຕົ້ນ ຂອງການ ສຳຫຼວດມີດັ່ງນີ້:
1. ການຈົດນັບ ໃນວັນທີ 1 ມີນາ ປີ 2015 ສະແດງໃຫ້ຮູ້ວ່າ: ຈຳນວນພົນລະເມືອງທັງ ໝົດຢູ່ ສປປ ລາວ ມີທັງໝົດ 6.472.400 ຄົນ, ໃນນັ້ນມີຜູ້ ຍິງ 3.237.600 ຄົນ ແລະ ຜູ້ຊາຍ 3.254.800 ຄົນ ເຫັນ ວ່າມີຜູ້ຊາຍຫຼາຍກວ່າຜູ້ຍິງ ຊຶ່ງ ມັນສະແດງອອກໃນອັດຕາ ສ່ວນເພດແມ່ນຜູ້ຊາຍ 100,5 ຄົນຕໍ່ຜູ້ຍິງ 100 ຄົນ.
2. ອັດຕາການຂະຫຍາຍ ຕົວຂອງປະຊາກອນໄລຍະ 10 ປີຜ່ານມາແຕ່ປີ 2005 ເຖິງປີ 2015 ແມ່ນ 1,45%ຕໍ່ປີ ຫຼຸຸດ ລົງ ເມື່ອທຽບໃສ່ປີ 2005 ແມ່ນ 2,08% ເຫັນວ່າມີຈັງຫວະ ການເພີ່ມຊ້າກວ່າຊຸມ 10 ປີ ກ່ອນ.
3. ການແຈກຢາຍຂອງ ພົນລະເມືອງໃນ ສປປ ລາວ ແມ່ນບໍ່ມີການປ່ຽນແປງຫຼາຍ, ສ່ວນໃຫຍ່ແມ່ນອາໄສຢູ່ແຂວງ ສະຫວັນນະເຂດ ຊຶ່ງກວມເອົາ 15% ຂອງ ຈຳນວນພົນລະ ເມືອງທັງໝົດ, ຖັດຈາກນັ້ນ ແມ່ນນະຄອນຫຼວງວຽງຈັນ ກວມປະມານ 13%, ແຂວງ ຈຳປາສັກ ກວມເອົາ 11% ແລະ ຫຼວງພະບາງ ກວມ 7%, ແຂວງທີ່ມີຄົນອາໄສຢູ່ໜ້ອຍ ກວ່າໝູ່ແມ່ນແຂວງໄຊສົມບູນ ຊຶ່ງກວມຕ່ຳກວ່າ 1% ຂອງພົນ ລະເມືອງທັງໝົດ.
4. ການສຳຫຼວດໃນຄັ້ງນີ້ ຍັງໄດ້ຊີ້ໃຫ້ເຫັນວ່າ ຈຳນວນ ຄົວເຮືອນມີການເພີ່ມຂຶ້ນ ແລະ ໃນປີ 2015 ມີຄົວເຮືອນສ່ວນ ບຸກຄົນທັງໝົດ 1,2 ລ້ານຄົວ ເຮືອນ, ຂະໜາດສະເລ່ຍຂອງ ຄົວເຮືອນຫຼຸຸດລົງ ເມື່ອທຽບໃສ່ ປີ 2005 ຈາກ 5,8 ມາເປັນ 5,3 ຄົນຕໍ່ຄົວເຮືອນ. ການຫຼຸຸດ ລົງນີ້ ອາດເປັນສາເຫດເຮັດ ໃຫ້ຈຳນວນພົນ ລະເມືອງຕ່ຳກວ່າ ການຄາດຄະເນຈາກປີ 2005 ປະມານ 3 ແສນຄົນ ຊຶ່ງຕາມການຄາດຄະເນໃນ ເມື່ອກ່ອນ, ໃນປີ 2015 ພົນ ລະເມືອງລາວຈະມີ 6,8 ລ້ານ ຄົນ.
5. ຄວາມໜາແໜ້ນຂອງ ພົນລະເມືອງຂອງ ສປປ ລາວ ເຮົາ ໃນ 10 ປີຜ່ານມາ ກໍເພີ່ມ ຂຶ້ນເລັກໜ້ອຍຈາກ 23 ມາ ເປັນ 27 ຄົນຕໍ່ກິໂລຕາແມັດ  ເຫັນວ່າຍັງຕ່ຳ ເມື່ອທຽບໃສ່ຂົງເຂດ. ນະຄອນຫຼວງວຽງຈັນ  ມີຄວາມໜາແໜ້ນສູງກວ່າໝູ່ຄື: 209 ຄົນຕໍ່ກິໂລຕາແມັດ  ແລະ ຄວາມໜາແໜ້ນໜ້ອຍກວ່າໝູ່ແມ່ນຢູ່ແຂວງ ຜົ້ງສາ ລີ ແລະ ໄຊສົມບູນ ມີພຽງປະ ມານ 10 ຄົນຕໍ່ກິໂລຕາແມັດ.
6. ບ້ານໄດ້ຮັບການພັດ ທະນາທາງດ້ານໂຄງລ່າງພື້ນຖານ ໂດຍສະເພາະບ້ານທີ່ມີ ເສັ້ນທາງເຂົ້າເຖິງ ແລະ ບ້ານ ທີ່ມີໄຟຟ້າໃຊ້ແມ່ນຫຼາຍກວ່າ 80 % ຂອງບ້ານ ທັງ ໝົດ, ຈຳ ນວນບ້ານຫຼາຍກວ່າ 90% ແມ່ນມີໂຮງຮຽນປະຖົມ.
ສະຫຼຸຸບແລ້ວ ພົນລະເມືອງ ທີ່ອາໄສຢູ່ ສປປ ລາວ ໃນໄລ ຍະ 10 ປີຜ່ານມາ ແລະ ມີການຂະຫຍາຍຕົວຊ້າກວ່າໃນໄລຍະ 10 ປີກ່ອນ. ການເກີດໜ້ອຍລົງ ແລະ ມີທ່າ ອ່ຽງກາຍ ເປັນຄົວເຮືອນນ້ອຍ ທີ່ມີສະ ມາຊິກຄົວເຮືອນຫຼຸຸດລົງ. ປະຊາກອນຫຼາຍກວ່າ 45% ແມ່ນ ອາໄສຢູ່ 4 ແຂວງໃຫຍ່ຄືກັບການສຳຫຼວດຄັ້ງຜ່ານມາ. ການ ເຂົ້າເຖິງພື້ນຖານໂຄງລ່າງຂອງບ້ານເປັນຕົ້ນແມ່ນດ້ານການສຶກສາ, ສາທາລະນະສຸກ, ການເຂົ້າເຖິງຖະໜົນຫົນທາງ ແລະ ການເຂົ້າເຖິງຕາຂ່າຍ ໄຟຟ້າກໍໄດ້ຮັບການ ປັບປຸງຂຶ້ນ ເຮັດໃຫ້ປະຊາຊົນໄດ້ມີເງື່ອນ ໄຂໃນການດຳລົງຊີວິດດີຂຶ້ນ. ພ້ອມກັນນີ້ ກໍສ່ອງແສງໃຫ້ເຫັນ ເຖິງການປ່ຽນແປງຂອງບ້ານ ໂດຍມີການຈັດສັນ, ໂຮມບ້ານ ແລະ ຍຸບບ້ານ ໃຫ້ແທດເໝາະ ກັບການຄຸ້ມຄອງບໍລິຫານໃນ ແຕ່ລະເມືອງ ແລະ ແຂວງ ຊຶ່ງສະແດງໃຫ້ເຫັນຈຳນວນບ້ານ ໄດ້ຫຼຸຸດລົງຈາກ 10.552 ບ້ານ ໃນປີ 2005 ມາເປັນ 8.507 ບ້ານ ໃນປີ 2015 ຊຶ່ງເຫັນໄດ້ ວ່າຂະໜາດຄົວເຮືອນ ແລະ ຈຳນວນຄົນຕໍ່ບ້ານກໍມີທ່າອ່ຽງ ເພີ່ມຂຶ້ນ.
ໃນບົດລາຍງານຜົນເບື້ອງ ຕົ້ນຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ IV ນີ້ໄດ້ສະເໜີແຕ່ໂຕເລກຕົ້ນຕໍຂອງການສຳຫຼວດເທົ່ານັ້ນ ສ່ວນລາຍລະ ອຽດຂອງຜົນ ການສຳຫຼວດທັງໝົດ ຈະໄດ້ ນຳສະເໜີໃນບົດລາຍງານສຸດ ທ້າຍໃນກາງປີ 2016.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ພົບປະສອງຝ່າຍ ປະທານປະເທດລາວ-ປະທານາທິບໍດີ ອາແຊັກໄບຊານ ທີ່ຣັດເຊຍ

ໃນວັນທີ 23 ຕຸລາ 2024, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ອິວຮາມ...

ຄວາມຄືບໜ້າໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງ ສີໄຄ-ສີເກີດ

ການປັບປຸງ ແລະ ສ້ອມແປງເສັ້ນທາງ 13 ເໜືອ ແຕ່ເສັ້ນທາງເຂດບ້ານສີໄຄ, ເມືອງສີໂຄດຕະບອງ ຫາ ເຂດບ້ານສີເກີດ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ. ມາຮອດປັດຈຸບັນມີຄວາມຄືບໜ້າແລ້ວ 66%, ຄາດວ່າຈະສ້າງໃຫ້ສຳເລັດຕາມແຜນການໃນເດືອນມີນາ...

ພະຍາກອນອາກາດແຕ່ເວລາ 12 ໂມງ ຂອງວັນທີ 24/10/2024 ເຖິງເວລາ 12 ໂມງຂອງວັນທີ 25/10/2024

ຄວາມກົດດັນສູງຂອງອາກາດເຢັນຍັງແຜ່ລົງມາປົກຄຸມຢູ່ເຂດພາກເໜືອ ຫາ ພາກກາງຂອງປະເທດລາວ ດ້ວຍກໍາລັງອ່ອນ ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດເຢັນພ້ອມມີໝອກບາງປົກຫຸ້ມ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ, ພ້ອມຈະມີຝົນຕົກໃນລະດັບຄ່ອຍ ແລະ ຈະມີລົມພັດ ແຮງຢູ່ບາງທ້ອງຖິ່ນ ສໍາລັບພາຍຸ ທາມີ...

ລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫຼືອປັບປຸງສະໜາມບິນສາກົນວັດໄຕ

ໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ທີ່ຫາກໍ່ຜ່ານມາເມື່ອບໍ່ດົນມານີ້, ທີ່ ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເອກະສານແລກປ່ຽນ ເພື່ອຮັບເອົາໂຄງການຊ່ວຍ ເຫຼືອລ້າຈາກລັດຖະບານຍີ່ປຸ່ນ ໃນໂຄງການປັບປຸງສະໜາມບິນສາກົນວັດໄຕ (The Project...