Homeຂ່າວເຫດການທ່ານ ທອງສິງ ທຳມະວົງ ຕ້ອນຮັບທູດຝຣັ່ງ ແລະ ມົງໂກລີ ເຂົ້າຢ້ຽມຄຳນັບ

ທ່ານ ທອງສິງ ທຳມະວົງ ຕ້ອນຮັບທູດຝຣັ່ງ ແລະ ມົງໂກລີ ເຂົ້າຢ້ຽມຄຳນັບ

Published on

1-1 (1) 1-2 (1)

ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ໄດ້ຕ້ອນຮັບທ່ານ ນາງ ຄຼູດິນລີດຸກ (Caudine LEDUX) ເອກອັກຄະລັດຖະທູດວິສາມັນຜູ້ມີ ອຳນາດເຕັມ ແຫ່ງປະເທດຝຣັ່ງ ແລະ ທ່ານ ໂລດອຍດາມບາ ຈາບາລັກ (Lodoidamba GALBADRAKH) ເອກ ອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ປະເທດມົງໂກລີ
ເຂົ້າຢ້ຽມຄຳນັບ ໃນວັນທີ 10 ທັນວານີ້ ທີ່ຫ້ອງວ່າການລັດຖະບານ ໃນໂອກາດທີ່ທ່ານທູດ ທັງສອງໄດ້ມາດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດຄົນໃໝ່ ປະຈຳລາວ.
ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ທ່ານທູດທັງ ສອງ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາ ດຳລົງຕຳແໜ່ງເປັນເອກອັກ ຄະລັດຖະທູດ ຄົນໃໝ່ ປະຈຳ ລາວ ຊຶ່ງຈະເປັນການສືບຕໍ່ເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງ ລາວ-ຝຣັ່ງ ແລະ ລາວ-ມົງໂກລີ ໃຫ້ນັບມື້ ຂະຫຍາຍຕົວຍິ່ງໆຂຶ້ນ.
ທ່ານນາຍົກລັດຖະມົນຕີ ໄດ້ອວຍພອນໃຫ້ທ່ານທູດທັງສອງ ຈົ່ງປະສົບຜົນສຳເລັດໃນ ການປະຕິບັດໜ້າທີ່ຢູ່ ສປປ ລາວ ໃນໂອກາດດຽວກັນທ່ານ ທູດທັງສອງ ໄດ້ສະແດງຄວາມ ຂອບໃຈເປັນຢ່າງຍິ່ງຕໍ່ການ ຕ້ອນຮັບອັນອົບອຸ່ນຂອງທ່ານ ນາຍົກໃນຄັ້ງນີ້.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...