spot_img
Home​ຂ່າວທ່ອງທ່ຽວວັດປ່າພະບາດພູເຂົາຄວາຍ ແຫລ່ງທ່ອງທ່ຽວອະຣິຍະທໍາທາງຈິດໃຈ!

ວັດປ່າພະບາດພູເຂົາຄວາຍ ແຫລ່ງທ່ອງທ່ຽວອະຣິຍະທໍາທາງຈິດໃຈ!

Published on

mpb

ວັດປ່າພະບາດພູເຂົາຄວາຍ ເປັນແຫລ່ງທ່ອງທ່ຽວທາງຈິດໃຈອີກແຫ່ງໜຶ່ງທີ່ລໍ້າຄ່າ ເປັນຕົ້ນແມ່ນຮອຍພະບາດ ທີ່ຕັ້ງຢູ່ໃນເຂດ “ທ່າຊ້າງ ວັງຫລວງດານໂພ, ດານໄຮ, ດອຍພະພັກ, ຖໍ້າພະບູຮານ, ຫີນຊ້າງສີ, ວັງຄ້ອງ ແລະ ວັງກ້ອງ”, ຕາມການ ບອກເລົ່າ​ຂອງ ບັນພະບຸລຸດສືບທອດກັນມາ ຫລາຍເຊັ່ນຄົນວ່າ  ສະຖານທີ່ດັ່ງກ່າວລຶກລັບຊັບຊ້ອນເປັນທີ່ເຄົາລົບ ແລະ ຢໍາເກງຂອງຜູ້ຄົນຕະຫລອດມາ. ບາງເທື່ອ ສິນດັບ ສິນເພັງ ໄດ້ຍິນສຽງຄ້ອງ ສຽງກອງດັງຂຶ້ນ, ມີແຜ່ນສີລາດານຫີນກວ້າງໃຫຍ່ ເປັນຣາຊະສີ, ມີຕົ້ນໄມ້ໃຫຍ່ນ້ອຍເກີດຕາມດານຫີນ, ບາງບ່ອນເປັນດົງໜາປ່າຕຶບ, ພູສູງຊັນເຫວເລິກ ມີໂງ່ນຫີນນ້ອຍໃຫຍ່, ຖໍ້າຮູຄູຫາມີພະພຸດທະຮູບບູຮານ ປະດິດສະຖານ​ໄວ້, ຫ້ວຍນໍ້າລໍາທານມາຈາກອ່າງ ຢູ່ເນີນພູເຂົາຄວາຍໄຫລຜ່ານ ອ້ອມສະຖານ ທີ່ດັ່ງກ່າວ, ສອງສ່ວນສີ່ ມີນາມວ່າ: “ລໍານໍ້າທົນ”, ບໍລິເວນດັ່ງກ່າວ ເປັນເຂດແດນກວ້າງຂວາງ, ມີເງື່ອນໄຂສະດວກຂອງ ພະສົງອົງສະແຫວງຫາ ຄວາມສຸກທາງດ້ານຈິດໃຈ ແລະ ຍັງເປັນສະຖານທີ່ທ່ອງທ່ຽວທາງຈິດຂອງຄົນທົ່ວໄປອີກດ້ວຍ.

ວັດປ່າພະບາດພູເຂົາຄວາຍ ຕັ້ງຢູ່ບ້ານນາຍາງ, ເມືອງທຸລະຄົມ, ແຂວງວຽງຈັນໄປຕາມທາງເລກ 10 ປະມານ 25 ກິໂລແມັດ,​ ລ້ຽວຂວາ ເຂົ້າໄປຜ່ານບ້ານນານົກຂຸ້ມ ແລະ ບ້ານນາຍາງ ຕື່ມປະມານ 3 ກິໂລແມັດເຫັນປະຕູ​ໂຂງໃຫຍ່ ຕັ້ງເຈິ້ນເຖິ້ນ ຢູ່ເບື້ອງຊ້າຍມືເຂົ້າໄປອີກບໍ່ໄກ ກໍເຖິງວັດປ່າພະບາດພູເຂົາຄວາຍແດນແຫ່ງອະຣິຍະທໍາທາງຈິດໃຈແຫ່ງໃໝ່ວ່າຊັ້ນ​ໄດ້. ວັດດັ່ງກ່າວ, ເຖິງວ່າຫາ ກໍຄົ້ນພົບຮອຍພະບາດ ປີ 1991 ຈາກນັ້ນຕໍ່ມາໃນປີ 1997 ໄດ້ຮັບ ການສ້າງຕັ້ງຂຶ້ນ ແລະ ພັດທະນາຕະຫລອດມາ ຮອດປັດຈຸບັນນີ້.

ຜູ້ຂຽນມີໂອກາດເລາະທ່ຽວຊົມຕົວຈິງເລີຍເກັບພາບງາມໆເຫລົ່ານັ້ນມາເລົ່າຄືນ, ເມື່ອຜ່ານປະຕູ​ໂຂງວັດລ້ຽວຊ້າຍເຂົ້າໄປທາງໃນ ຈະເຫັນອົງພະທາດ ກວມຮອຍພະບາດ, ພະທາດໜ່ວຍນີ້ ເປັນ ຮູບຈຳລອງບ່ອນພະພຸດທະອົງ ຊົງຕັດສະຣູ້, ຕໍ່ດ້ວຍທາດນ້ອຍສີ່ໜ່ວຍຢູ່ແຈ ສູງ 7 ແມັດ ທີ່​ມີຮູບຊົງລວດລາຍ ແບບປານີດ ວິຈິດບັນຈົງ ແລະ ງົດງາມ, ມີສາລາໂຮງທຳຕັ້ງຢູ່ເທິງແຜ່ນຫີນດານໃຫຍ່, ມີສະຖານທີ່ຈຳລອງທີ່ພະພຸດທະອົງ ຊົງປະຣິນິບພານ, ມີພະພຸດທະຮູບໃຫຍ່ປາງໃສຍາດ, ມີສະຖານ ທີ່ຈຳລອງທີ່ພະພຸດທະອົງ ຊົງປະຖົມມະເທດສະໜາໂຜດປັນຈະວັກຄີທັງ 5 ຢູ່ເທິງດອຍພະພັກ, ພະພຸດທະຮູບຂະໜາດໜ້າຕັກ 9 ແມັດ, ປາງປະຖົມມະເທສະໜາ, ມີສວນລຸມພິນີ ຈຳລອງວັນທີ່ພະພຸດທະອົງຊົງປະສູດ. ສະຖານທີ່ສັກສິດ ທັງສີ່ນີ້ມີຈິງ ຢູ່ປະເທດເນປານ ແລະ ອິນເດຍ, ຖືວ່າຢູ່ລາວເປັນແຫ່ງທຳອິດ ແລະ ແຫ່ງທີສອງຂອງໂລກກໍວ່າໄດ້. ນອກຈາກຄວາມໜ້າ ອັດສະຈັນຂອງສະຖານທີ່ຈຳລອງ ແລະ ພະພຸດທະຮູບແຕ່ລະອົງແລ້ວ, ວັດດັ່ງກ່າວ ຍັງອ້ອມຮອບດ້ວຍທຳມະຊາດ, ປ່າຕຶບດົງໜາ, ແມ່ນໍ້າລຳທານ, ຖໍ້າ, ສັດປ່ານາໆພັນ ແລະ ເປັນເຂດຮັກສາຕົ້ນໄມ້ເຄືອເຂົາທີ່ເປັນຢາອີກດ້ວຍ.

ສະຖານທີ່ສັກສິດດັ່ງກ່າວ ເປັນບ່ອນພຸດທະສາສະໜາ ເປັນພຸດທະບູຊາ ທຳມະບູຊາ ສັງຄະບູຊາ ແລະມໍລະດົກອັນລໍ້າຄ່າ ເພື່ອໃຫ້ຊາວພຸດ ແລະ ລູກຫລານໄດ້ສັກກະຣະບູຊາ ສືບຕໍ່ໄປແລະເປັນແຫລ່ງທ່ອງທ່ຽວ ອະຣິຍະທຳ ທາງຈິດໃຈນຳອີກ…ພິເສດ ຜູ້ຂຽນເຄີຍໄດ້ຍິນວ່າ ຜູ້ຄົນທີ່ໄປກາບໄຫວ້ ບູຊາໃນສະຖານທີ່ດັ່ງກ່າວ ກັບຄືນມາເຮືອນແລ້ວຝັນດີ ແລະ ມີໂຊກໄຊ ວ່າຊັ້ນ !  

 

ຂອບໃຈບົດຄວາມຈາກ:

ຂປລ

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...