Homeຂ່າວຕ່າງປະເທດບັນດາ ປະເທດທົ່ວໂລກ ບັນລຸຂໍ້ຕົກລົງ ໂລກຮ້ອນ

ບັນດາ ປະເທດທົ່ວໂລກ ບັນລຸຂໍ້ຕົກລົງ ໂລກຮ້ອນ

Published on

558000014173802 400

ຂປລ. ຕາມ​ຂ່າວ​ຕ່າງປະ​ເທດ, ວັນ​ທີ 13 ທັນວາ 2015 ກອງປະຊຸມ​ ລັດຖະ ສະພາ ອະນຸ​ສັນຍາ ປະຊາ​ຊາດ ວ່າ​ດ້ວຍ ​ການ​ປ່ຽນ​ແປງ ສະພາບ ​ດິນ​ຟ້າ ອາກາດ ​ຄັ້ງ​ທີ 21 ທີ່ຈັດ​ຂຶ້ນ ຢູ່ນະຄອນຫລວງ​ ປາຣີ ປະ​ເທດ ຝຣັ່ງ (Paris2015/COP21) ນັບ​ແຕ່​ວັນ​ທີ່ 30 ພະຈິກຜ່ານ​ມາ ຈົນ​ເຖິງ ວັນ​ທີ 12 ທັນວາ. ​ບັນດາ​ ປະ​ເທດ ​ທ່ີ​ເຂົ້າຮ່ວມ​​ໃນກອງ​ປະຊຸມ ​ດັ່ງ​ກ່າວ ​ໄດ້​ບັນລຸ ​ຂໍ້​ຕົກລົງ ກ່ຽວ​ກັບ ການ​ຫລຸດຜ່ອນ​​ ຄວາມ​ຮ້ອນ ຂອງ​ໂລກ ​​ເພື່ອ​ຮັກສາ ​ອຸ່ນ​ຫະພູມ​ ຂອງ​ໂລກ​ ບໍ່​ໃຫ້​ເພີ່​ມຂຶ້ນ ຕື່ມ 1​ ອົງສາ ນັບ​​ແຕ່​ນີ້​ ຈົນ​ເຖິງ​ປີ 2100 , ​ເຊິ່ງເປັນ ​​ເງື່ອນ​ໄຂ ​ສຳຄັນ ​ເພື່ອຈະ​ເຮັດ​ໃຫ້ ​ບັນດາ ປະ​ເທດ​ ທຸກ​ຍາກ ບໍ່​ໄດ້​ຮັບ​ ຜົນ​ກະທົບ ຈາກ​ ລະດັບ​ນ້ຳ ​ທະ​ເລ ​ເພີ່ມ​ສູງ​ຂຶ້ນ ​ແລະ ບັນຫາ​ອື່ນໆ ຈາກ​ພາວະ​ໂລກ​ຮ້ອນ./.

 ແຫ່ລງຂ່າວ
ຂປລ

ບົດຄວາມຫຼ້າສຸດ

ສປປ ລາວ ເຂົ້າຮ່ວມເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ (OAC)

ໃນວັນທີ 5 ພະຈິກ 2026 ທີ່ຜ່ານມາ, ສປປ ລາວ ໄດ້ເຂົ້າຮ່ວມການເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ ຫຼື One Asia Communications (OAC) ໃນເວທີປຶກສາຫາລືດ້ານການສື່ສານ...

ແກ້ໄຂຫຼາຍບັນຫາ ນະຄອນຫຼວງວຽງຈັນ ແກ້ໄຂບັນຫາຄວາມທຸກຍາກ ການຂາດແຄນຄູສອນ ການບໍລິຫານຈັດການຂີ້ເຫຍື້ອ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ໄດ້ດໍາເນີນມາຮອດວັນທີ 13 ພະຈິກ 2026 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ພາຍໃຕ້ການເປັນປະທານຂອງ ທານ...

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...