Homeຂ່າວຕ່າງປະເທດຍອດຜູ້ເສຍຊີວິດ ຈາກເຫດໄຟໄໝ້ ຢູ່ ຣັດເຊຍ ເພີ່ມຂຶ້ນເປັນ 23 ຄົນ

ຍອດຜູ້ເສຍຊີວິດ ຈາກເຫດໄຟໄໝ້ ຢູ່ ຣັດເຊຍ ເພີ່ມຂຶ້ນເປັນ 23 ຄົນ

Published on

558000014163001400

ຂປລ. ຕາມ​ຂ່າວ ​ຕ່າງປະ​ເທດ, ວັນ​ທີ 13 ທັນວາ 2015, ​ເຈົ້າ​ໜ້າ​ທີ່ ກະຊວງ​ ສຸກ​ເສີນ​ ຣັດ​ເຊຍ ຖະ​ແຫລ​ງ ວ່າ: ​ເກີດ​ເຫດ ​ໄຟ​ໄໝ້​ໂຮງໝໍ​ ​ໂລກ​ຈິດ ​ປະກອບ​ດ້ວຍ ຄົນ​ເຈັບ 70 ຄົນ ​ແລະ ​ແພດ 4 ຄົນ ຢູ່​ເຂດ​ໂວ​ໂຣ​ເນ ທາງ​ພາກ​ໃຕ້​ ຂອງ ປະ​ເທດນີ້ ​ເຮັດ​ໃຫ້​ມີ​ ຜູ້​ເສຍ​ຊີວິດ 23 ຄົນ ​ແລະ ​ຮັບ​ບາດ​ເຈັບ 23 ຄົນ. ​ເຈົ້າ​ໜ້າ​ທີ່​ ກູ້​ໄພ​ ຣັດ​ເຊຍ ຫລາຍ ກວ່າ 440 ຄົນ​ ​ໄດ້ຊ່ວຍ​ ຄວບ​ຄຸມ​ ​ແປວໄຟ​ ດັ່ງກ່າວ ໄວ້​ໄດ້. ຂະນະ​ນີ້ ​ເຈົ້າ​ໜ້າ​ທີ່​ ຕຳຫລວດ ຣັດ​ເຊຍ ພວມ​ສືບສວນ​ສອບ​ສວນ​ ຫາ​ສາ​ເຫດ ​ຕົ້ນຕໍ ​​ໃນ​ເຫດ​ກາ​ນຄັ້ງ​ນີ້./.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...