spot_img
Homeຂ່າວການພັດທະນາລັດຖະບານລາວເລັ່ງປັບປຸງຄຸນນະພາບວຽກອາຊີ ວະສຶກສາ ກຽມພ້ອມເຊື່ອມໂຍງກັບສາກົນ

ລັດຖະບານລາວເລັ່ງປັບປຸງຄຸນນະພາບວຽກອາຊີ ວະສຶກສາ ກຽມພ້ອມເຊື່ອມໂຍງກັບສາກົນ

Published on

Untitled-1 education 1

ຂປລ. ກອງ​ປະຊຸມ​ອາຊີວະ​ສຶກສາ​ຂອງ​ປະ​ເທດ​ພາກ​ພື້ນ ​ຄັ້ງ​ທີ 3 ​ເປັນ​ໂອກາດ​ທີ່​ດີ​ໃຫ້​ແກ່ ສປປ ລາວ​ໃນ​ການ​ປັບປຸງ​ຄຸນ​ນະພາ​ບຂອງ​ການ​ສຶກສາ​ດ້ານ​ອາຊີວະ​ສຶກສາ ກໍ​ຄື​ ການ​ພັດທະນາ​ຊັບພະຍາ ກອນ​ມະນຸດ​​​ໂດຍ​ເລັ່ງ​ໃສ່​ການ​ຮຽນ ​ແລະ ຕະຫລາດ​ແຮງ​ງານ ​ໂດຍ​ເນັ້ນ​ໃຊ້​​ສໍາລັບ​ການ​ພັດທະນາ​ອາຊີວະ​ສຶກສາ ​ໃນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຄື: ການ​ບໍລິຫານ​ວຽກ​ງານ​ອາຊີວະ​ສຶກສາ, ການ​ຈັດການ​ຮຽນ-ການ​ສອນ​ໃຫ້​ແກ່​ຜູ້​ດ້ອຍ​ໂອກາດ, ການ​ຮ່ວມ​ມື​ພາກ​ລັດ-​ເອກະ​ຊົນ ​ແລະ​ ການພັດທະ​ນາ​ບຸກຄະລາ​ກອນ.

​ກອງ​ປະຊຸມ​ດັ່ງກ່າວໄດ້​ຈັດ​ຂຶ້ນ​ລະຫວ່າງ​ວັນ​ທີ 14-15 ທັນ​ວາ 2015 ນີ້ ທີ່​ນະຄອນ​ຫລວງວຽງ​ຈັນ ​ໂດຍ​ການ​ເປັນ​ປະທານ​​ກ່າວ​ເປີດ​ຂອງ​ທ່ານ ພັນ​ຄໍາ ວິພາ​ວັນ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ​ທິ ການ ​ແລະ ກິລາ, ມີ​ທ່ານ ​ໂທ​ມັດສ໌ ຊີ​ນ​ເບີຣອນ ​ເລຂາ​ປະ​ຈໍາ​ສະພາ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຮ່ວມ​ມື​ເສດຖະ ກິດ ​ແລະ ການ​ພັດທະນາສະຫະພັນ ​ເຢຍລະ​ມັນ, ມີ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ, ພາກ​ທຸລະ​ກິດ​ທັງ​ພາຍ​ໃນ ​ແລະ ຕ່າ​ງ ປະ​ເທດ ​ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ ​ເຂົ້າ​ຮ່ວມ.

ທ່ານ ພັນ​ຄໍາ ວິພາ​ວັນ ກ່າວ​ວ່າ: ກອງ​ປະຊຸມ​ຄັ້ງ​ນີ້​ມີ​ຄວາມ​ໝາຍ​ສໍາຄັນ​ຫລາຍ​ສໍາລັບ​ວຽກ​ງານ​ອາຊີວະ​ສຶກສາ​ຂອງ ສປປ ລາວ​ ໃນ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປັບປຸງ​ຄຸນ​ນະພາ​ບຂອງ​ການ​ສຶກສາ​ດ້ານ​ອາຊີວະ​ສຶກສາ ກໍ​ຄື​ ການ ​ພັດທະນາ​ຊັບພະຍາກອນ​ມະນຸດ. ດັ່ງ​ທີ່​ຮູ້​ນໍາ​ກັນ​ແລ້ວ​ວ່າປີ 2016 ສປປ ລາວ ຈະ​ໄດ້​ຮັບ​ກຽດ​ເປັນ​ປະທານ​ອາ​ຊຽນ ຢ່າງ​ເປັນ​ທາງ​ການ​ອີກ​ເທື່ອ​ໜຶ່ງ ​ແລະ ກໍ​ເປັນ​ປີ​ທີ່​ປະຊາ​ຄົມ​ອາ​ຊຽນ ​ໄດ້​ສ້າງ​ບາດກ້າວ​ສໍາຄັນ ​ແລະ ໜັກ​ແໜ້ນ​ຂອງ​ການ​ເຊື່ອມ​ໂຍງ​ ຄືການ​ເຂົ້າ​ສູ່​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ການ​ພັດທະນາ​ຊັ​ບພະຍາກອນ​ມະນຸດ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ ຖື​ວຽກງານ​ດັ່ງກ່າວ​ເປັນ​ບຸລິມະສິດ​ສໍ​າຄັນ​ໃນ​ການ​ເຊື່ອ​ມໂຍງ ​​ເຮັດ​ໃຫ້​ຄວາມ​ຕ້​ອງການກໍາມະ ກອນ​ທີ່​ມີ​ຄວາມ​ຊໍາ ນານ​ສູງ​ໃນ​ທຸກລະ​ດັບ. ສິ່ງ​ດັ່ງກ່າວ​ແມ່ນ​ຖືກຕ້ອງ ​ແລະ ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ ສປປ ລາວ ​ໂດຍ​ສະພາະ​ ໃນ​ໄລຍະ​ທີ່​ຈະ​ກ້າວ​ເຂົ້າ​ສູ່​ການ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ​ຄັ້ງ​ທີ VIII (2016-2020).​ ນ​ອກ ຈາກ​ນີ້ ຍັງ​ເປັນການ​ເປີດ​ໂອກາດ​ໃຫ້​ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ ໄດ້​ແລກປ່ຽນ​ປະສົບ​ການ ​ແລະ ຄໍາ​ຄິດ​ເຫັນ​ກ່ຽວ​ກັບ​ສະຖານະ​ພາບ​ຂອງ​ວຽກ​ງານ​ອາຊີວະ​ສຶກສາ ​ແລະ ການ​ຝຶກ​ອົບຮົມ​ໃນ​ພາກ​ພື້ນ ​ແລະ ສາກົນ ​ໃຫ້ສາມາດ​ກໍານົດ​ບັນດາ​ສິ່ງ​ທ້າ​ທາຍ​ໃນ​ອານາ​ຄົດ​ຂ້າງ​ໜ້າ ​ແລະ ຂອງ​ບັນດາ​ປະ​ເທດ​ອາ​ຊຽນ ​ໃນ​ການ​ສ້າງ​ຄວາມ​ກົມກຽວ​ດ້ານ​ການ​ພັດທະນາ​ວຽກງານ​ດັ່ງກ່າວ​ຮ່ວມ​ກັນ​ຫລັງ​ປີ 2015.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...