Homeຂ່າວເຫດການສຳເລັດກອງປະຊຸມໃຫຍ່ ຄັ້ງທີ II ອົງຄະນະພັກສະຫະພັນ ນັກຮົບເກົ່າແຫ່ງຊາດລາວ

ສຳເລັດກອງປະຊຸມໃຫຍ່ ຄັ້ງທີ II ອົງຄະນະພັກສະຫະພັນ ນັກຮົບເກົ່າແຫ່ງຊາດລາວ

Published on

2-1

ກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກ ສະ ຫະພັນນັກຮົບເກົ່າແຫ່ງຊາດ ລາວ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 10 ທັນວານີ້ ທີ່ຫ້ອງປະຊຸມຂອງສະຫະພັນ ດັ່ງກ່າວ ພາຍໃຕ້ການເປັນປະ ທານຂອງສະຫາຍ ພົນຈັດຕະ ວາ ສົມພອນ ແກ້ວມີໄຊ
ເລຂາຄະນະພັກ ປະທານສະຫະ ພັນນັກຮົບເກົ່າແຫ່ງຊາດລາວ ໂດຍໃຫ້ກຽດເຂົ້າຮ່ວມຂອງສະ ຫາຍ ບຸນຍັງ ວໍລະຈິດ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ຊຶ່ງມີສະມາຊິກສົມບູນ 47 ສະຫາຍ, ຍິງ 13 ສະຫາຍ, ສຳຮອງ 6 ສະຫາຍ, ຍິງ 2 ສະຫາຍ ແລະ ແຂກຖືກ ເຊີນເຂົ້າ ຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ສຸມໃສ່ຕີລາຄາ ແລະ ທົບທວນຄືນ ຢ່າງເລິກເຊິ່ງຕໍ່ການຊີ້ນຳໆພາ ຈັດຕັ້ງປະຕິບັດໜ້າທີ່ວຽກງານດ້ານຕ່າງໆ ໃນໄລຍະທີ່ຜ່ານມາ ໂດຍສະເພາະຍົກ ໃຫ້ເຫັນ ຜົນງານທີ່ເຮັດໄດ້ດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ພ້ອມສາເຫດ ແລະ ບົດຮຽນທີ່ຖອດ ຖອນໄດ້, ໃນນັ້ນ ຈະໄດ້ພ້ອມ ກັນຄົ້ນຄວ້າທິດທາງແຜນການ ໃນການ ເຄື່ອນໄຫວ ວຽກງານ ໃນ 5 ປີຕໍ່ໜ້າຂອງ ຄະນະພັກສະຫະພັນນັກຮົບເກົ່າແຫ່ງຊາດລາວ.
ກອງປະຊຸມຍັງໄດ້ປ່ອນ ບັດເລືອກຕັ້ງເອົາຄະນະພັກ ສະຫະພັນນັກຮົບເກົ່າຊຸດໃໝ່ ຊຶ່ງມີຜູ້ສະໝັກ 9 ສະຫາຍ, ເລືອກເອົາ 7 ສະຫາຍ. ກອງ ປະຊຸມຄັ້ງປະຖົມມະລືກ ໄດ້ເປັນ ເອກະສັນເລືອກເອົາ ສະຫາຍ ພົນຈັດຕະວາ ສົມພອນ ແກ້ວມີໄຊ ເປັນເລຂາຄະນະພັກ ສະຫະພັນນັກຮົບເກົ່າແຫ່ງ ຊາດລາວຊຸດໃໝ່, ສະຫາຍ ພົນຈັດຕະວາ  ຄຳຫອມ  ແສງບົວລົມ ເປັນຮອງເລຂາພັກ, ສະຫາຍ ພົນຈັດຕະວາ ຄຳຜາງ ກອງຈັນແສງ ເປັນປະທານກວດກາ, ສະຫາຍ ພັນເອກ ເຂັມພອນ ພິມມະວົງ, ສະຫາຍ ພັນໂທ ບຸນມີ ເລືອງ ຜິວວົງແສນ ເປັນຮອງປະທານ ກວດກາ. ກອງປະຊຸມໄດ້ຜ່ານ ມາດຖານເງື່ອນໄຂຜູ້ແທນໄປ ຮ່ວມກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ທີ່ຈະໄຂຂຶ້ນໃນຕໍ່ ໜ້າຕື່ມອີກ.
ໃນໂອກາດເຂົ້າຮ່ວມກອງປະຊຸມ, ສະຫາຍ ບຸນຍັງ ວໍລະຈິດ ໄດ້ໃຫ້ກຽດໂອ້ລົມ, ກ່ອນອື່ນ ທ່ານໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ອົງຄະນະ ພັກສະ ຫະພັນນັກຮົບເກົ່າແຫ່ງຊາດລາວ ຍາດມາໄດ້ໃນໄລຍະທີ່ຜ່ານມາ ແລະ ເພື່ອເປັນການຊີ້ທິດ ເຍືອງທາງວຽກງານໃນຕໍ່ໜ້າ ໃຫ້ມີໝາກຜົນສຳເລັດດີຂຶ້ນ ເປັນກ້າວໆ, ສະຫາຍໄດ້ເນັ້ນ ໜັກຫຼາຍບັນຫາທີ່ສຳຄັນຕໍ່ ກອງປະຊຸມໃຫຍ່ ຊຶ່ງເປັນບ່ອນ ອີງໃຫ້ແກ່ການຊີ້ນຳໆພາວຽກ ງານຂອງຄະນະພັກຊຸດໃໝ່ ແລະ ການຈັດຕັ້ງປະຕິບັດໜ້າ ທີ່ວຽກງານຂອງສະມາຊິກພັກໃນຕໍ່ໜ້າ ໂດຍສະເພາະຕ້ອງເພີ່ມທະວີໃນການຊີ້ນຳໆພາ ການຈັດຕັ້ງປະຕິບັດໜ້າທີ່ວຽກງານ ທີ່ຕົນຮັບຜິດຊອບຢ່າງຕັ້ງໜ້າ, ມີໄຫວພິບ ແລະ ປະດິດ ສ້າງ.

 

ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...