Homeຂ່າວເຫດການເປີດຂະບວນຄະຣາວານລົດ ສູ່ເມືອງວຽງໄຊ

ເປີດຂະບວນຄະຣາວານລົດ ສູ່ເມືອງວຽງໄຊ

Published on

caravan

ຂະ​ບວນ​ຄະຣາວານລົດຫວນ​ຄືນສູ່​ຖິ່ນ​ກຳ​ເນີ​ດທີ່​​ເມືອງ​ວຽງ​ໄຊ ​ແຂວງ​ຫົວ​ພັນ ໄດ້​​ເລີ່​ມອອກ​ເດີນທາງ​ໃນ​ວັນ​ທີ 11-15 ທັນວາ 2015 ​ເລີ່​ມຈາກ​ນະຄອນຫລວງ​ວຽງຈັນ ຜ່ານ​ແຂວງ​ບໍລິ​ຄຳ​ໄຊ, ແຂວງ​ຊຽງຂວາງ ​ເຖິງ ແຂວງຫົວ ພັນ ​ໃນ​ໄລຍະ​ການ​ເດີນທາງ 670 ກວ່າ​ກິ​ໂລ​ແມັດ, ​ທັງ​ນີ້ ເພື່ອເປັນ​ການ​ສ້າງ​ຂະ​ບວນການສະ​ເຫລີ​ມສະຫລອງ​ວັນ​ສະຖາ​ປະນາ ສປປ ລາວຄົບຮອບ 40 ປີ ​ແລະ ວັນຄ້າຍ​ວັນ​ເກີດ​ປະທານ​ໄກ​ສອນ ພົມວິຫານ ຄົບຮອບ 95 ປີ(13/12/1920-13/12/2015), ​ທັງເປັນ​ການ​ຫວນ​ຄືນ​ມູນ​ເຊື້ອປະຕິວັດອັນ​ພິລະ​ອາດ​ຫານ​ຂອງ​ປະຊາຊົນ​ລາວ ບັນດາ​ເຜົ່າ ​ແລະ​ ເປັນ​ການ​ໂຄສະນາ ​ສົ່ງ​ເສີມ​ການທ່ອງທ່ຽວບັນດາ​ແຂວງ​ພາກ​ເໜືອຂອງ​ລາວ.

​ຂະ​ບວນຄາຣາວານ​ ດັ່ງກ່າວ ມີ​ລົດ​ຫລາຍ​ກວ່າ 100 ຄັນ ​ເຂົ້າ​ຮ່ວມ ນຳ​ໂດຍ ທ່ານ ສຈ.ດຣ. ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີ​ວ່າການ​ກະຊວງ​ຖະ​ແຫລ​ງຂ່າວ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ, ​ມີ​ຜູ້ຕາງໜ້າ​ຈາກ​ພາກສ່ວນ​ຕ່າງໆ​ລວມທັງພາກ​ລັດ ​ແລະ ​ເອກະ​ຊົນເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫລາຍ. ​ເຖິງ​ຈະ​ເປັນ​​ໄລຍະ​ທາງ​ໄກ ແຕ່​ຜູ້​ເຂົ້າ​ຮ່ວມ​ຈະ​ໄດ້​ຊົມ​ທິວ​ທັດ​ທຳ​ມະ​ຊາດ,

ພູ​ຜາ​ປ່າ​ໄມ້​ອັນ​ສວຍ​ສົດ​ງົດ​ງາມ​ຕາມ​ສອງ​ຟາກ​ທາງ, ທ່ຽວ​ຊົມ​ແຫລ​ງທ່ອງ​ທ່ຽວ​ທາງ​ວັດທະນະ ທຳ ​ແລະ ປະຫວັດສາດ​ຈຳນວນ​ໜຶ່ງ ຢູ່​ແຂວງ​ຊຽງ​ຂວາງ​ຄື: ວັດ​ເກົ່າ​ເມືອງ​ຄູນ, ທົ່ງ​ໄຫ​ຫີນ, ພູ​ກູດ​ຈອມ​ເຫລັກ​ວິລະ​ຊົນ ​ແລະ ຖ້ຳ​ປິວ​ເຫດ​ໂລກ​ຄາດ​ຕະກຳ​ທີ່​ເມືອງ​ຄຳ, ສຳ​ລັບຢູ່​ແຂວງ​ຫົວພັນ ກໍ​ຈະ​ໄດ້​ພົບ​ເຫັນ​ຕາດ​ສະ​ເຫລີ​ຍ ​ແລະ ບັນດາ​ຖ້ຳ​ຜູ້ນຳ​ທີ່​ເມືອງ​ວຽງ​ໄຊ ​ແລະ ອື່ນ​ໆ, ຊຶ່ງ​ພິ​ເສດ​ຜູ້​ເຂົ້າ​ຮ່ວມ​ວາງ​ກະຕ່າ​ດອກ​ໄມ້ ​ເພື່ອ​ຄຳນັບ​ອະນຸສາວະລີ ປະທານ​ໄກສອນ ພົມວິຫານ ທີ່​ເມືອງ​ວຽງ​ໄຊ ​ແລະ ຮ່ວມ​ງານ​ໂຮມ​ຊຸມນຸມ​ໃຫຍ່​ສະ​ເຫລີ​ມຫລອງ​ວັນ​ສະຖາປະນາ ສປປ ລາວ ຄົບຮອບ 40ປີ ​ແລະ ວັນ​ເກີດ​ປະທານ​ໄກສອນ ພົມວິຫານ​ຄົບຮອບ 95 ປີ. ຄາດ​ວ່າ​ຂະ​ບວນຄາ​ລະວາ​ນ​ໃຫຍ່​ຄັ້ງ​ນີ້ ຈະ​ດຳ​ເນີນ​ໄປ​ຮອດ​ວັນ​ທີ 15 ທັນວາ​ນີ້ ຈຶ່ງ​ຈະ​ກັບ​ວຽງ​ຈັນ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...