spot_img
Homeຂ່າວພາຍ​ໃນແຂວງຫົວພັນ ຕ້ອນຮັບຂະບວນຄາລະວານ ຫວນຄືນຖິ່ນກໍາເນີດຂອງ ສປປ ລາວ ຢ່າງຍິ່ງໃຫຍ່!

ແຂວງຫົວພັນ ຕ້ອນຮັບຂະບວນຄາລະວານ ຫວນຄືນຖິ່ນກໍາເນີດຂອງ ສປປ ລາວ ຢ່າງຍິ່ງໃຫຍ່!

Published on

Untitled-1kharavane 1

ຂປລ. ພິທີຕ້ອນຮັບ ຂະບວນຄາລະວາຕາມຮອຍປະທານກສອນ ພົມວິຫານຫວນກັບຢ້ຽມຢາມຖິ່ນກໍາເນີດຂອງ ສປປ ລາວແລະງານຊຸມນຸມລະນຶກວັນຄ້າຍວັນເກີດ ທ່ານໄກສອນ ພົມວິຫານ ຄົບຮອບ 95 ປີ ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ທີ່ເມືອງວຽງໄຊແຂວງຫົວພັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີ ພ້ອມບັນດາລັດຖະມົນຖະມົນຕີ, ລັດຖະມົນຕີຊ່ວຍວ່າການ, ​ເຈົ້າແຂວງ, ຜູ້ອາວຸໂສແລະເຈົ້າໜ້າທີ່ກ່ຽວຂ້ອງ.

ໃນໂອກາດດັ່ງກ່າວນີ້, ທ່ານ ວັນໄຊແພງຊຸມມາ, ​ເລຂາພັກແຂວງໆຫົວພັນໄດ້ກ່າວ: ການຈັດຂະບວນຄາລະວາຄັ້ງນີ້ ແມ່ນມີຄວາມໝາຍແລະ ຄວາມສໍາຄັນຢ່າງຍິ່ງທີ່ທົ່ວພັກແລະປວງຊົນລາວທັງຊາດ ​​ໄດ້ສະເຫລີມສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ ໃນບາງແຂວງກໍສໍາເລັດແລະ ບາງແຂວງຍັງສືບຕໍ່ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ໂດຍສະເພາະ ຊາວແຂວງຫົວພັນ ພວກເຮົາຫາກໍດໍາເນີນການ ສະເຫລີມສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ ຢ່າງຄຶກຄື້ນມ່ວນຊື່ນແຕ່ພິເສດພວກເຮົາພ້ອມຊາວເມືອງວຽງໄຊສຸດທີ່ເປັນກຽດແລະ ປິຕິຊົມຊື່ນທີ່ໄດ້ຄໍານັບຮັບຕອ້ນຂະບວນຕາມຮອຍປະທານກສອນ ພົມວິຫານແລະ ຫວນກັບຢ້ຽມຢາມຖິ່ນກໍາເນີດ ຂອງ ສປປ ລາວ.

ທ່ານເລຂາພັກແຂວງຫົວພັນຍັງໄດ້ຍົກໃຫ້ເຫັນເນື້ອໃນບາງຕອນສໍາຄັນວ່າ: ດີນແດນທົ່ງນາໄກ່ເມືອງວຽງໄຊເປັນດີແດນທີ່ສັກກະລະບູຊາ ໃນປະຫວັດສາດຂອງຊາວລາວ ອັນເນື່ອງມາຈາກເປັນບ່ອນຢູ່ອາໃສແລະເຄື່ອນໄຫວຊີ້ນໍາໆພາການປະຕິວັດປົດ​ປ່ອຍ​ຊາດ​ຂອງ​ບັນດາ​ທ່ານ​ຜູ້​ນໍາ​ປະຕິວັດ, ​ເປັນ​ບ່ອນ​ເຕົ້າ​ໂຮມ​ຫລໍ່​ຫລອມ​ກໍາລັງ​ປະຕິວັດ​ໃຫ້​ເຕີບ​ໃຫຍ່​ ຂະຫຍາຍຕົວ​ສາມາດ​ເຮັດ​ສໍາ​ເລັດ​ພາລະ​ກໍາ​ປົດ​ປ່ອຍ​ຊາດ ຍາດ​ເອົາ​ເອກະລາດ-ປະກາດ​ສ້າງ​ຕັ້ງ ສປປ ລາວ ​ຂຶ້ນ ​ໃນ​ວັນ​ທີ 2 ທັນວາ 1975 ມາ​ເປັນ​ໄຊຊະນະ ​ອັນ​ຍິ່ງ​ໃຫຍ່​ ໃນ​ປະຫວັດສາດຂອງ​ຊາດ​ລາວ​ທີ່​ຫລຸ​ດພົ້ນ​ອອກ​ຈາກ​ແອກ​ປົກຄອງ​ກົດ​ຂີ່​ຂົ່ມ​ ເຫັງ​ ຂອງ​ຈັກກະພັດ​ຕ່າງ​ດ້າວ ​ແລະ ​ກ້າວ​ເຂົ້າ​ສູ່​ສັງກາດ​ໃໝ່-ສັງກາດ​ທີ່​ປະຊາຊົນ​ລາວ​ ໄດ້​ເປັນ​ເຈົ້າ​ຂອງ​ປະ​ເທດ​ຊາດ, ​ເປັນ​ເຈົ້າ​ຕົນ​ເອງ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ​ໃນ​ເງື່ອນ​ໄຂ​ປະ​ເທດ​ມີ​ ສັນຕິພາບ, ​ເອກະລາດ, ປະຊາທິປະ​ໄຕ,​ ເອກະ​ພາບ​ກ້າວ​ຂຶ້ນ​ສູ່​ຄວາມ​ວັດທະນາ​ຖາວອນ ​ໂດຍ​ມີ​ທີ່​ຕັ້ງ​ຄົບ​ຖ້ວນ ​ແລະ ມີ​ຖານະ​ທຽບ​ເທົ່າ​ກັບ​ນາໆ​ຊາດ ​ໃນ​ວົງ​ຄະນະ​ຍາດ​ສາກົນ​ສົມ​ກັບ​ຄໍາ​ຂະໜາ​ນາມ​ວ່າ​ວຽງ​ໄຊ​ ເປັນ​ຖິ່ນ​ກໍາ​ເນີ​ດ ຂອງ ສປປ ລາວ.

Untitled-1kharavane 2

​ແນວ​ໃດ​ກໍ​ດີ ທ່ານ ວັນ ​ໄຊ ​ແພງ​ຊຸມ​ມາຢືນຢັນ​ວ່າ: ພວກ​ເຮົາ​ການ​ນໍາ​ແຂວງ-ການ​ນໍາ​ເມືອງ ​ຈະ​ສືບ​ຕໍ່​ນໍາພາ​ພັດທະນາ​ເມືອງ​ວຽງ​ໄຊ​ໃຫ້​ກາຍ​ເປັນ​ແຫ​ລ່ງທ່ອງ​ທ່ຽວ​ທາງ​ ປະຫວັດສາດ, ທໍາ​ມະ​ຊາດ ​ແລະ ວັດທະນະ​ທໍາ​ທີ່​ເຕັມ​ໄປ​ດ້ວຍ​​ເຊື່ອ​ໝັ້ນ ​ແລະ ອຸດົມ ​ການ​ຂອງ​ພັກ​ເ​ພື່ອດຶງ​ດູດ​ເອົາ​ຊາວ​ລາວ​ທັງ​ຊາດ ​ແລະ ​ແຂກ​ຕ່າງປະ​ເທດ ​ເຂົ້າ​ມາ​ທ່ຽວ​ຊົມ​ໃຫ້​ນັບ​ມື້​ນັບ​ຫລາຍ​ຂຶ້ນ​ໂດຍ​ເນັ້ນ​ໃສ່​ໃຫ້​ເຂົາ​ ເຈົ້າ​ເຫັນ​ເຖິງ​ພາບ​ຟົດ​ການ​ດໍາລົງ​ຊີວິດ​ທີ່​ທຸກ​ຍາກ​ລໍາບາກ​ຂອງ ທ່ານ ​ໄກສອນ ພົມວິຫານ, ທ່ານ ສຸພາ ນຸວົງ ​ແລະ ທ່ານ​ຜູ້​ນໍາ​ອື່ນໆ​ທີ່ຢູ່​ຕາມ​ຮອມ​ຜາ, ຮູ ​ແລະ ຖໍ້າ ​ຕ່າງໆ​ເພື່ອ​ຊີ້​ນໍາໆ​ພາ​ການ​ປະຕິວັດ, ອຸດົມ​ການຂອງ​ພັກ, ອຸດົມ​ການ​ຂອງ​ສັງຄົມ​ນິຍົມ, ​ເພື່ອ​ຊີວິດ​ການ​ເປັນ​ຢູ່​ທີ່​ດີຂອງ​ປະຊາຊົນນັບມື້​ນັບ​ດີ​ຂຶ້ນ ພ້ອມ​ຈະ​ເຜີຍ​ແຜ່ ​ແລະ ປູກ​ຈິດ​ສໍານຶກ​ໃຫ້​ທຸກ​ຊັ້ນ​ຄົນ​ຮໍ່າຮຽນ​ເອົາ​ບົດຮຽນ​ຍອດ​ຍິ່ງ​ຂອງ​ເພີ່ນ ​ແລະ ຄຸນສົມບັດ​ສິນ​ທໍາ​ປະຕິວັດ​ຂອງ​ເພີ່ນ​ຢ່າງ​ແທ້​ຈິງ.
ແຫລ່ງຂ່າວ:
ຂປລ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...