spot_img
Homeຂ່າວພາຍ​ໃນພ້ອມກັນສືບທອດ ແລະ ເສີມຂະຫຍາຍ ພາລະກິດປະຕິວັດຂອງ ປະທານ ໄກສອນ ພົມວິຫານ!

ພ້ອມກັນສືບທອດ ແລະ ເສີມຂະຫຍາຍ ພາລະກິດປະຕິວັດຂອງ ປະທານ ໄກສອນ ພົມວິຫານ!

Published on

Leader1

ໃນທາມກາງບັນຍາກາດ ທີ່ທົ່ວພັກ, ທົ່ວກຳລັງປະກອບອາ ວຸດ ແລະ ທົ່ວປວງຊົນລາວທັງຊາດ ມີຄວາມເບີກບານມ່ວນຊື່ນ ຕໍ່ຜົນສຳເລັດໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດກໍຄື ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ຄົບຮອບ 40 ປີ ແລະ ຢູ່ ໃນທ່າມກາງທີ່ ປະເທດ ເຮົາກະກຽມຄວາມພ້ອມໃນການເຂົ້າເປັນປະຊາຄົມ ເສດຖະກິດ ອາຊຽນໃນທ້າຍເດືອນທັນວາປີ 2015 ນີ້, ວັນທີ 13 ທັນວາ 2015 ນີ້ກໍແມ່ນວັນໜຶ່ງ ທີ່ມີຄວາມໝາຍສຳຄັນ ແລະ ຢູ່ ໃນຄວາມຊົງຈຳຂອງປະຊາຊົນລາວຕະຫຼອດມາ, ນັ້ນກໍຄືວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ວິລະບູລຸດທີ່ຍິ່ງໃຫຍ່ຂອງຊາດ, ຜູ້ນຳປະຕິວັດທີ່ກ້າແກ່ນ, ສະຫຼາດສ່ອງໃສ ແລະ ເຄົາລົບຮັກຂອງພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ, ເຊິ່ງປີນີ້ໄດ້ໝູນວຽນ ມາບັນຈົບ ຄົບຮອບ 95 ປີ (13/12/ 1920-13/12/2015).

ປະທານ ໄກສອນ ພົມວິຫານ ໄດ້ກຳເນີດ ແລະ ເຕີບໃຫຍ່ຂຶ້ນ ໃນສະພາບທີ່ປະເທດຊາດ ແລະ ປະຊາຊົນລາວຖືກຕົກເປັນເມືອງຂຶ້ນ,ຖືກກົດຂີ່ຂູດຮີດ ແລະ ເປັນ ຂ້ອຍຂ້າຂອງຕ່າງຊາດ. ຍ້ອນ ມີນ້ຳໃຈຮັກຊາດ ແລະ ປະຊາຊົນ ຢ່າງເລິກເຊິງ, ປະທານ ໄກສອນ ພົມວິຫານ ຈຶ່ງມີຄວາມຕື່ນ ຕົວ ເຂົ້າຮ່ວມການປະຕິວັດຕັ້ງແຕ່ ຍັງໜຸ່ມນ້ອຍ. ພາຍໃຕ້ແສງສະ ຫວ່າງຂອງລັດທິມາກ-ເລນິນ ແລະ ກະແສຟອງປະຕິວັດໂລກ ໃນໄລຍະນັ້ນ, ປະທານ ໄກສອນ ພົມວິຫານ ໄດ້ອຸທິດສະຕິປັນຍາ, ກຳລັງ ວັງຊາ ແລະ ເຫື່ອແຮງ ຂອງຕົນຢ່າງບໍ່ຮູ້ອິດຮູ້ເມື່ອຍ ແຕ່ຕົ້ນຕະຫຼອດປາຍເພື່ອໄຊຊະ ນະຂອງການປະຕິວັດລາວ. ພາ ລະກິດໃນຂະບວນການປົດປ່ອຍ ຊາດອັນຫຍຸ້ງຍາກລຳບາກ, ເສຍສະຫຼະອັນໃຫຍ່ຫຼວງ ແລະ ຍືດເຍື້ອຍາວນານນັ້ນ, ປະທານ ໄກສອນ ພົມວິຫານ ຍາມໃດກໍຖື ການປຸກລະດົມຄວາມຕື່ນຕົວ  ຮັກຊາດຂອງປະຊາຊົນ ແລະ ຖືເອົາການເຕົ້າໂຮມຄວາມສາ ມັກຄີປອງດອງຊາດ, ປອງດອງ ລະຫວ່າງບັນດາເຜົ່າ, ບັນດາ ຊັ້ນຄົນເປັນກຳລັງແຮງຕົ້ນຕໍ ຂອງການປະຕິວັດ ແລະ ຖືເອົາ ການຍາດແຍ່ງສະໜັບສະໜູນ ຈາກສາກົນ ແລະ ການປະສານ ສົມທົບກັບບັນດາປະເທດເພື່ອນ ມິດ, ບັນດາປະເທດທີ່ຮັກຫອມ ສັນຕິພາບຢູ່ໃນໂລກເປັນກຳລັງ ແຮງສັງລວມ ແລະ ເປັນກົດເກນ ຕັດສິນໄຊຊະນະຂອງພາລະກິດ ປົດປ່ອຍຊາດ.

ປະທານ ໄກສອນ ພົມວິຫານ ໄດ້ຮ່ວມກັບບັນດາສະຫາຍນັກ ປະຕິວັດອາວຸໂສຂອງພັກສ້າງ ຕັ້ງແນວລາວອິດສະຫຼະຂຶ້ນ, ອັນ ເປັນການເຕົ້າໂຮມຄວາມສາມັກ ຄີປະຊາຊົນທຸກຊົນເຜົ່າ, ຊັ້ນຄົນ, ເພດໄວ, ສາສະໜາບົນພື້ນຖານ ພັນທະພາບກຳມະກອນ, ຊາວ ນາ, ປັນຍາຊົນປະຕິວັດພາຍໃຕ້ ການນຳພາຂອງພັກ, ກາຍເປັນ ກໍາລັງແຮງປະຕິວັດທີ່ເຂັ້ມແຂງ ຊະນະເລີດໃນພາລະກິດຕໍ່ສູ້ກູ້ ຊາດໃນເມື່ອກ່ອນກໍຄືການປະຕິ ບັດ 2 ໜ້າທີ່ຍຸດທະສາດ ແລະ ພາລະກິດປ່ຽນແປງໃໝ່ຂອງປະ ເທດເຮົາ, ເປັນຜູ້ນຳສູງສຸດທີ່ກຳ ແໜ້ນຈຸດພິເສດຂອງສັງຄົມລາວ  ແລະ ຄົນລາວ, ທັງຮູ້ສ້າງສະພາ ວະການປະຕິວັດ ແລະ ຮູ້ຍາດ ແຍ່ງກາລະໂອກາດຂອງການ ປະຕິວັດ. ເພິ່ນໄດ້ເປັນເຈົ້າການ ຮ່ວມກັບໝູ່ຄະນະເຊີດຊູຫົວຄິດ ປະດິດສ້າງໃນການໝູນໃຊ້ທິດ ສະດີປະຕິວັດເຂົ້າໃນການຍຶດອຳນາດ “ແບບບົວບໍ່ຊ້ຳນ້ຳບໍ່ຂຸ່ນ” ດ້ວຍ 3 ບາດຄ້ອນຍຸດທະສາດ ເພື່ອປົດປ່ອຍປະເທດຊາດ ແລະ ສາຖາປະນາ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975 ອັນເປັນຂີດ ໝາຍ ແລະ ໄຂສັງກາດໃໝ່ແຫ່ງ ຄວາມເປັນເອກະລາດ, ມີອິດສະ ຫຼະພາບອັນແທ້ຈິງໃຫ້ແກ່ປະ ເທດຊາດ ແລະ ປະຊາຊົນເຮົາ.

ປະທານ ໄກສອນ ພົມວິຫານ ບໍ່ພຽງແຕ່ຜູ້ນຳທີ່ມີຍຸດທະສາດ ການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຍຸດທະ ສາດດ້ານການພັດທະນາເສດ ຖະກິດເທົ່ານັ້ນ, ແຕ່ຍັງເປັນນັກ ຍຸດທະສາດທາງດ້ານວັດທະນະ ທຳ, ການສຶກສາວິທະຍາສາດ ອີກດ້ວຍ.ເພີ່ນຖືເອົາການສຶກສາ ໄປກ່ອນກ້າວໜຶ່ງ, ວັດທະນະທຳ ຕ້ອງມີລັກສະນະຊາດ, ມະຫາ ຊົນ ແລະ ກ້າວໜ້າ. ເພີ່ນເຄີຍ ເວົ້າວ່າ: “ເສຍວັດທະນະທຳ ແມ່ນເສຍຊາດ”.

ສັງລວມແລ້ວ, ປະທານ ໄກສອນ ພົມວິຫານ ແມ່ນປ່ຽມ ລົ້ນໄປດ້ວຍຄຸນສົມບັດສິນທຳປະ ຕິວັດອັນສູງສົ່ງ. ຄຸນງາມຄວາມ ດີ ແລະ ພາລະກິດຂອງເພີ່ນທີ່ ໄດ້ອຸທິດໃຫ້ແກ່ການປະຕິວັດກໍ ຄືປະເທດຊາດ ແລະ ປະຊາຊົນ ແມ່ນໃຫຍ່ຫຼວງ. ອຸດົມຄະຕິ ແລະ ການອຸທິດຂອງເພີ່ນຍັງຍືນຍົງ ແລະ ກາຍເປັນພຶດຕິກຳຕົວຈິງ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຂອງ ພວກເຮົາ. ດັ່ງນັ້ນ, ທົ່ວພັກ, ທົ່ວ ກຳລັງປະກອບອາວຸດ ແລະ ທົ່ວ ປວງຊົນລາວພວກເຮົາຈົ່ງສາ ມັກຄີກັນ, ພ້ອມກັນສືບທອດ ແລະ ເສີມຂະຫຍາຍ ມູນເຊື້ອພາລະກິດ ປະຕິວັດຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ເຄົາລົບຮັກ ຂອງພວກເຮົາຕະຫຼອດໄປເພື່ອ ສ້າງສາປະເທດເຮົາໃຫ້ເປັນປະ ເທດທີ່ມັ່ງຄັ່ງເຂັ້ມແຂງ, ປະຊາ ຊົນຮັ່ງມີຜາສຸກ, ສັງຄົມສາມັກ ຄີປອງດອງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.

 

ຂອບໃຈບົດຄວາມຈາກ: ໜັງສືພິມກອງທັບປະຊາຊົນລາວ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...