Homeຂ່າວຕ່າງປະເທດຈີນຈະແຊງໜ້າອາເມຣິກາ ກາຍເປັນຕະຫລາດ ລົດຍົນພະລັງງານໄຟຟ້າ ທີ່ໃຫຍ່ທີ່ສຸດໃນໂລກ!

ຈີນຈະແຊງໜ້າອາເມຣິກາ ກາຍເປັນຕະຫລາດ ລົດຍົນພະລັງງານໄຟຟ້າ ທີ່ໃຫຍ່ທີ່ສຸດໃນໂລກ!

Published on

CHINA-AUTO-SHOW-ENVIRONMENT-TESLA

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 7 ທັນວາຜ່ານມານີ້ວ່າ ທ່ານ ນາງ ສີຢຽນຮວາ ຮອງເລຂາທິການ ສະມາຄົມຜູ່ປະກອບການລົດຍົນ ແຫ່ງ ປະເທດຈີນ (China Association of Automobile Manufacturers) ໄດ້ອອກມາກ່າວວ່າ ຈີນຈະກາຍເປັນຕະຫລາດ ລົດຍົນພະລັງງານໄຟຟ້າ ຂະໜາດໃຫຍ່ທີ່ສຸດໃນໂລກ ພາຍໃນປີ 2015 ນີ້ ເນື່ອງຈາກຍອດຈຳໜ່າຍລວມ ຈະຢູ່ທີ່ປະມານ 220,000-250,000 ຄັນ ພາຍໃນຂອບເຂດທົ່ວປະເທດ.

ທ່ານ ນາງ ສີ ຍັງໄດ້ກ່າວຕໍ່ອີກວ່າ ຈາກການປະເມີນຍອດຈຳໜ່າຍ ລົດຍົນພະລັງງານໄຟຟ້າ ໃນທົ່ວໂລກ ພົບວ່າມີການເພີ່ມຂຶ້ນ 600,000 ຄັນຕໍ່ປີ ຊຶ່ງໃນປີນີ້ ຈີນມີທ່າອ່ຽງຈະແຊງໜ້າ ສະຫະລັດອາເມຣິກາ ທີ່ມີຍອດຈຳໜ່າຍປະມານ 180,000 ຄັນ ແລະ ຄອງອັນດັບ ຕະຫລາດລົດຍົນພະລັງງານໄຟຟ້າ ທີ່ໃຫຍ່ທີ່ສຸດໃນໂລກ ໃນປັດຈຸບັນ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...