Homeຂ່າວຕ່າງປະເທດເມັກຊິກ ຜະລິດ ຢາປ້ອງກັນ ພະຍາດ ໄຂ້ເລືອດອອກ

ເມັກຊິກ ຜະລິດ ຢາປ້ອງກັນ ພະຍາດ ໄຂ້ເລືອດອອກ

Published on

400 640x390_677908_1449751715

ຕາມ​ຂ່າວ ຕ່າງປະ​ເທດ, ວັນ​ທີ10 ທັນວາ2015,ເຈົ້າໜ້າທ່ີ ເມັກຊິກ ໃຫ້ຮູ້ວ່າ ປະເທດນີ້ ໄດ້ ອະນຸມັດ ​ໃຫ້ບໍລິສັດ ຂະໜາດ ໃຫຍ່ ຂອງ ຝຣັ່ງ  ຜະລິດ ຢາ​ປ້ອງ​ກັນ ​ພະຍາດ ​ໄຂ້​ເລືອດ​ອອກ ແຫ່ງທຳອິດ ຂອງໂລກ, ເຊິ່ງແມ່ນ ບາດກ້າວໃໝ່ ໃນວົງການແພດ ເພື່ອປ້ອງກັນ ການແຜ່ ລະບາດ ຂອງ ພະຍາດນີ້. ຍ້ອນແຕ່ລະປີ ຈະມີ ຜູ້ຕິດເຊື້ອ ພະຍາດນີ້ ເຖິງ 400 ລ້ານກວ່າຄົນ ແລະ ຄາດວ່າ ຢາປ້ອງກັນ ຊະນິດນີ້ ຈະສ້າງ ລາຍຮັບ ໃຫ້ບໍລິສັດ ດັ່ງກ່າວ  ເຖິງ 1 ຕື້ໂດລາ ສະຫະລັດ ຕໍ່ປີ./.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ສປປ ລາວ ເຂົ້າຮ່ວມເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ (OAC)

ໃນວັນທີ 5 ພະຈິກ 2026 ຜ່ານມາ, ສປປ ລາວ ໄດ້ເຂົ້າຮ່ວມການເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ ຫຼື One Asia Communications (OAC) ໃນເວທີປຶກສາຫາລືດ້ານການສື່ສານ...

ແກ້ໄຂຫຼາຍບັນຫາ ນະຄອນຫຼວງວຽງຈັນ ແກ້ໄຂບັນຫາຄວາມທຸກຍາກ ການຂາດແຄນຄູສອນ ການບໍລິຫານຈັດການຂີ້ເຫຍື້ອ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ໄດ້ດໍາເນີນມາຮອດວັນທີ 13 ພະຈິກ 2026 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ພາຍໃຕ້ການເປັນປະທານຂອງ ທານ...

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...