spot_img
Homeຂ່າວຕ່າງປະເທດສາຍການບິນ ຕ່າງໆ ຈະເລີນ ເຕີບໃຫຍ່ຂຶ້ນ ໃນປີ 2016

ສາຍການບິນ ຕ່າງໆ ຈະເລີນ ເຕີບໃຫຍ່ຂຶ້ນ ໃນປີ 2016

Published on

400 swiss-air

ຕາມຂ່າວ ຕ່າງປະເທດ, ວັນທີ10 ທັນວາ 2015,ສະມາຄົມ ການຂົນສົ່ງ ທາງອາກາດ ສາກົນ, ເຊິ່ງມີ ສຳນັກງານ ຕັ້ງຢູ່ທ່ີ ນະຄອນ ເຈນີວາ ແລະ ຍັງເປັນ ຕົວແທນ ຂອງສາຍການບິນ ປະມານ 260 ແຫ່ງ ລາຍງານວ່າ ໃນປີ2016, ສາຍການ ບິນຕ່າງໆ ໃນທົ່ວໂລກ ຈະໄດ້ຮັບ ຜົນກຳໄລ ເຖິງ 36.300  ຕື້ໂດລາ ສະຫະລັດ ເມື່ອທຽບໃສ່ ປີ 2015, ເປັນປະຫວັດການ ເນື່ອງຈາກ ເສດຖະກິດໂລກ ຈະເລີນ ເຕີບໃຫ່ຍຂຶ້ນ, ເຊິ່ງສະແດງ ໃຫ້ເຫັນຈາກ ລາຄາ ນ້ຳມັນ ຫລຸດລົງ ສົ່ງຜົນໃຫ້ ການໃຊ້ຈ່າຍ ເພີ່ມຂຶ້ນ ໂດຍສະເພາະ ການເດີນທາງ ເພື່ອພັກຜ່ອນ. ສະນັ້ນ ຂະແໜງ ການຂົນສົ່ງ ທາງອາກາດ ຈະເລີນ ເຕີບໃຫຍ່ຂຶ້ນ ອີກຄັ້ງ ໃນປີ 2016./.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...