spot_img
Homeຂ່າວພາຍ​ໃນນາຍົກລັດຖະມົນຕີ ສ.ເກົາຫລີ ຈະເດີນທາງມາຢ້ຽມຢາມລາວໃນລະຫວ່າງວັນທີ 13-15 ທັນວານີ້

ນາຍົກລັດຖະມົນຕີ ສ.ເກົາຫລີ ຈະເດີນທາງມາຢ້ຽມຢາມລາວໃນລະຫວ່າງວັນທີ 13-15 ທັນວານີ້

Published on

korea

ໂດຍ​ຕອບ​ສະໜອງ​ຕາມຄໍາ​ເຊີນ​ຂອງ​​ທ່ານ ທອງ​ສິງ ທໍາ​ມະ​ວົງ ນາຍົກລັດຖະມົນຕີ ​ແຫ່ງ ສປປ ​ລາວ, ທ່ານ ຮ່າງ ຄຽວ ອານ ນາຍົກລັດຖະມົນຕີ​ແຫ່ງ ສ. ​ເກົາຫລີ,​ ພ້ອມ​ດ້ວຍ​ຄະນະ​ຈະ​​​​ເດີນທາງ​ມາ​ຢ້ຽມຢາມ​ລາວຢ່າງ​ເປັນ​ທາງ​ການ​ໃນລະຫວ່າງ​ວັນ​ທີ 13-15 ທັນວານີ້.

ທ່ານ ຮ່າງ ຄຽວ ອານ, ເກີດເມື່ອວັນ​ທີ 15 ​ເມສາ 1957, ລະດັບການສຶກສາປີ​1976 ​ຈົບ​ໂຮງຮຽນ​ມັດທະຍົມ​ຕອນ​ປາຍ Kyunggi ​ເຊ​ອູ​ນ, ປີ​ 1981 ຈົບ​ປະລິນຍາ​ຕີດ້ານ​ກົດໝາຍຢູ່ມະຫາ​ວິທະຍາ​ໄລ Sungkyunkwan ​ເຊ​ອູ​ນ ແລະ ປີ2006 ຈົບ​ປະລິນຍາ​ໂທດ້ານ​ກົດໝາຍຢູ່ມະຫາວິທະ ຍາ​ໄລ Sungkyunkwan  ​ເຊ​ອູ​ນ ແລະ ແຕ່ງງານມີລຸກສອງຄົນ (ຍິງ 1 ຄົນ).

ປີ 1981 ຜ່ານ​ການ​ສອບ​ເສັງ​ທະນາຍຄວາມ​ແຫ່ງ​ຊາດຄັ້ງ​ທີ 23, ປີ 1983 ເປັນ​ໄອ​ຍະ​ການປະ ຈຳ​​ສຳນັກງານ​ໄອ​ຍະ​ການ​ເມືອງຊອງຈູ, ປີ 1987 ​ເປັນ​ໄອ​ຍະ​ການປະຈຳ​​ສຳນັກງານ​ໄອ​ຍະ​ການ​ເຊ ​ອູ​ນ,ປີ 1990 ​ເປັນ​ວິຊາ​ການ​ຄົ້ນ​ຄ້ວາການ​ດຳ​ເນີນ​ຄະດີສຳນັກງານ​ໄອ​ຍະ​ການ​ສູງ, ປີ 1992 ​ເປັນ​ໄອ​ຍະ​ການ

ປະຈຳ​​ສຳນັກງານ​ໄອ​ຍະ​ການ​ເຊ​ອູ​ນ, ປີ 1995 ​ເປັນ​ຫົວໜ້າ​ໄອ​ຍະ​ການປະຈຳ​​ສຳນັກ​ງານ​ໄອ​ຍະ​ການ​ເຂດ​ທອງ​ຢອນ​ເມືອງຊາງວອນ, ປີ 1997 ​ເປັນ​ສາດ​ສະ​ດາ​ຈານທີ່ສະ​ຖາ​ບັນ​ຄົ້ນ​ຄວ້າ ​ແລະ ຝຶກ​ອົບຮົມ​ກ່ຽວ​ກັບ​ຄະດີ ແລະ ສານ​ສູງ​ສຸດ, ປີ1999 ​ເປັນ​ໄອ​ຍະ​ການ​ອາວຸ​ໂສກົມ​ອາ​ຊະ​ຍາ​ກຳ 5 ປະຈໍາ​ເຂດ​ເໜືອທີ່​ສຳນັກງານ​ໄອ​ຍະ​ການນະຄອນຫລວງ​ເຊ​ອູ​ນ, ປີ2000 ເປັນຫົວໜ້າ​ພະ​ແນ​ກປ້ອງ​ກັນ​ຄວາມ​ສະຫງົບ 3 ທີ່​ສຳນັກງານ​ໄອ​ຍະ​ການ​ສູງ​ສຸດ, ປີ 2001 ​ເປັນ​ໄອ​ຍະ​ການ​ອາວຸ​ໂສກົມ​ສືບສວນ​ອາ​ຊະ​ຍາ​ກຳ​ທາງ​ອິນ​ເຕີ​ເນັດ​ເຊ​ອູ​ນ, ປີ 2002 ​ເປັນ​ໄອ​ຍະ​ການ​ອາວຸ​ໂສກົມປ້ອງ​ກັນ​ຄວາມ​ສະຫງົບ 2 ສຳນັກງານ​ໄອ​ຍະ​ການ​ເຊ​ອູ​ນ, ປີ 2003 ​ເປັນ​ຮອງ​ຫົວໜ້າ​ໄອ​ຍະ​ການປະຈຳ​ສຳນັກງານ​ໄອ​ຍະ​ການ​ເຂດ​ຕາ​ເວັນ​ອອກຂອງ​ເມືອງບູຊາ​ນ, ປີ 2005 ​ເປັນ​ຮອງ​ຫົວໜ້າ​ໄອ​ຍະ​ການ​ຜູ້​ທີ​ສອງປະຈສຳນັກງານ​ໄອ​ຍະ​ການເຊ​ອູ​ນ, ປີ2006 ​ເປັນ​ຫົວໜ້າ​ໄອຍະ​ການປະຈຳທີ່ສຳນັກງານ​ໄອ​ຍະ​ການ​ເຂດ​ຊອງ​ນານ, ​ເມືອງເຊູ​ວອນ, ປີ 2007 ​ເປັນ​ຫົວໜ້າ​ຫ້ອງການ​ວຽກ​ງານ​ນະ​ໂຍບາຍ ​ແລະ ​ແຜນການກະຊວງ​ຍຸຕິ​ທຳ, ປີ 2008 ​ເປັນ​ຫົວໜ້າກົມ​ແຜນການສະຖານ​ບັນ​ຍຸຕິ​ທຳ, ປີ 2009 ເປັນ​​ຫົວໜ້າ​ໄອ​ຍະ​ການປະຈຳ​ສຳນັກງານ​ໄອ​ຍະ​ການ​​ເມືອງຈາງ​ວອນ ແລະ ​ເປັນ​​ຫົວໜ້າ​ໄອ​ຍະ​ການປະຈຳ​ສຳນັກງານ​ໄອ​ຍະ​ການ​ສູງ​ແດ​ກູ, ປີ 2011 ​ເປັນ​ຫົວໜ້າ​ໄອ​ຍະ​ການປະຈຳ​ສຳນັກງານ​ໄອ​ຍະ​ການ​ສູງບູຊາ​ນ,ເປັນ​​​ທີ່​ປຶກສາຂອງ​ບໍລິສັດ​ກົດໝາຍ Bae, Kim & Lee LLC ທີ່​ເຊ​ອູ​ນ ແລະ ເປັນ​ປະທານ​​​ໃນການ​ເລືອກ​ຕັ້ງຄະນະ​ກຳມະການປຶກສາ​ຫາລື​ອອກ​ອາກາດສຳລັບ​ການ​ເລືອກ​ຕັ້ງຄັ້ງ​ທີ 19, ປີ 2013-2015 ​​ເປັນລັດຖະ ມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ ສ.​ເກົາຫລີ ແລະ ໃນເດືອນມິຖຸນາ 2015 ຖືກແຕ່ງຕັ້ງໃຫ້​ດຳລົງ​ຕຳ​ແ​ໜ່ງ​ເປັນນາຍົກລັດຖະມົນຕີ​ແຫ່ງ ສ.​ເກົາຫລີ ຄົນທີ 44.

ໃນປີ 2006 ທ່ານ ຮ່າງ ຄຽວ ອານ ໄດ້ຮັບລາງວັນ Order of Service Merit, Red Stripes ແລະ ມີຜົນງານທາງດ້ານສາທາລະນະສຸກ National Security Act ໃນປີ 2009 ແລະ A Guide to Assembly and Demonstrations Act ໃນປີ 2011.

ແຫ່ລງຂ່າວ

ລພນ

 

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...