spot_img
Homeຂ່າວພາຍ​ໃນສົ່ງເສີມການຄ້າ-ການລົງທຶນ ແລະ ທ່ອງທ່ຽວໃນເຂດ ສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ

ສົ່ງເສີມການຄ້າ-ການລົງທຶນ ແລະ ທ່ອງທ່ຽວໃນເຂດ ສາມຫຼ່ຽມພັດທະນາ ກຳປູເຈຍ – ລາວ – ຫວຽດນາມ

Published on

7-1

ກອງປະຊຸມສົ່ງເສີມການຄ້າການລົງທຶນ ແລະ ທ່ອງທ່ຽວໃນເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 9 ໄດ້ຈັດຂຶ້ນໃນ  ວັນທີ 9 ທັນວານີ້​ ຢູ່ທີ່ໂຮງຮຽນ ເອຣາວັນ ແຂວງຈຳປາສັກ ໂດຍການເປັນປະທານຂອງທ່ານ ດຣ. ກິແກ້ວ ຈັນທະບູຣີ ລັດຖະ ມົນຕີຊ່ວຍວ່າການ ກະຊວງແຜນການ ແລະ ການລົງທຶນ,ມີທ່ານ ບົວສອນ ວົງສອງຄອນ ຮອງເຈົ້າແຂວງຈຳປາສັກ ທ່ານ ຢຸນ ແຮງ ຫົວໜ້າຄະນະກຳມະ ການລົງທຶນຣາ ຊະອານາຈັກ ກຳປູເຈຍ ທ່ານ ໂດ ເຢີດ ຮວງ ຫົວໜ້າກົມການລົງທຶນຕ່າງປະ ເທດ ສສ ຫວຽດນາມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ດຣ. ກິແກ້ວ ຈັນ ທະບູຣີ ໄດ້ກ່າວວ່າ: ກອງປະ ຊຸມຄັ້ງນີ້ມີຄວາມໝາຍຄວາມ ສຳຄັນຢ່າງຍິ່ງໃນການດຶງດູດ ສົ່ງເສີມ ແລະ ປັບປຸງສະພາບ ແວດ ລ້ອມຂອງການດຳເນີນທຸ ລະກິດ ແລະ ທ່ອງທ່ຽວໃນເຂດ ສາມຫຼ່ຽມພັດທະນາຂອງ 3 ປະ ເທດ CLV ສປປ ລາວ ຕີລາ ຄາສູງຕໍ່ຜົນສຳເລັດໃນການ ຈັດຕັ້ງປະຕິບັດຂອບການຮ່ວມ ມື ເຂດສາມຫຼ່ຽມພັດທະນາໃນ ໄລຍະຜ່ານມາ ຊຶ່ງເປັນໝາກ ຜົນສຳຄັນໃນການຊຸກຍູ້ໃຫ້ ເສດຖະກິດແຕ່ລະປະເທດມີ ການເຕີບໂຕ ແລະ ພັດທະນາ ຢ່າງຕໍ່ເນື່ອງ ມີການພັດທະນາ ໂຄງລ່າງພື້ນຖານສະໜັບສະ ໜູນການພັດທະນາເສດຖະ ກິດດ້ານຕ່າງໆທີ່ເອື້ອເຟື້ອໃຫ້ ການພັດທະນາເສດຖະກິດໃນກຸ່ມ CLV  ຮ່ວມກັນ ໂດຍສະ ເພາະການພັດທະນາເສັ້ນທາງ ເຊື່ອມຕໍ່ຄົມມະນາຄົມຂົນສົ່ງ ການກໍ່ສ້າງເຂື່ອນໄຟຟ້ານ້ຳ ຕົກ ການພັດທະນາດ້ານກະສິ ກຳ-ການຄ້າ-ການບໍລິການ ຜ່ານດ້ານການລົງທຶນ ແລະ ການພັດທະນາຊັບພະຍາກອນ ມະນຸດ ໂດຍໄດ້ຮັບການເອົາ ໃຈໃສ່ຈາກລັດຖະບານທັງ 3 ປະເທດ ແລະ ການສະໜັບສະ ໜູນຈາກປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ຈຶ່ງ ເຮັດໃຫ້ຂົງເຂດນີ້ ໄດ້ຮັບ ການ ສ້າງສາພັດທະນາ ແລະ ມີ ການຫັນປ່ຽນທີ່ກ້າວໜ້າຫຼາຍ ດ້ານໃນປະຈຸບັນແຕ່ຖ້າທຽບ ໃສ່ຄວາມຕ້ອງການແລ້ວເຫັນ ວ່າຍັງມີຫຼາຍດ້ານທີ່ທັງ 3 ປະເທດຕ້ອງເພີ່ມທະວີການຮ່ວມ ມືກັນໃຫ້ຫຼາຍຂຶ້ນ ເພື່ອແກ້ໄຂ ກົນໄກທີ່ຍັງບໍ່ທັນອຳນວຍທີ່ສຳ ຄັນຕ້ອງເສີມຂະຫຍາຍ ແລະ ນຳໃຊ້ທ່າແຮງບົ່ມ ຊ້ອນຂອງ 3 ປະເທດເຂົ້າໃນການພັດທະນາ ໃຫ້ມີປະສິດທິຜົນສູງສຸດຕາມ ກົດການພັດທະນາແບບຍືນ ຍົງ ແລະ ສີຂຽວ ໂດຍສະເພາະ ໃນເງື່ອນໄຂ ການເຂົ້າເປັນ ປະຊາຄົມເສດຖະກິດອາຊຽນ. ກອງປະຊຸມຄັ້ງນີ້ຈະໄດ້ຮັບຟັງ ການສະເໜີກ່ຽວກັບກາລະ ໂອກາດ ແລະ ສິ່ງທ້າທາຍໃນ ການດຳເນີນ ການຄ້າ-ການລົງທຶນ ແລະ ທ່ອງທ່ຽວຢູ່ເຂດສາມ ຫຼ່ຽມພັດທະນາ ຈາກຜູ້ຕາງ ໜ້າແຂວງທີ່ນອນຢູ່ໃນເຂດ ສາມຫຼ່ຽມພັດທະນາກໍຄື ພາກ ສ່ວນທີ່ ກ່ຽວຂ້ອງລັດຖະບານ ເພື່ອນຳສະເໜີນະໂຍບາຍ ທິດທາງ ແລະ ມາດຕະການ ຕ່າງໆຮ່ວມກັນເພື່ອເຮັດໃຫ້ ຂົງເຂດນີ້ມີການພັດທະນາ ແບບຕໍ່ເນື່ອງ ປະທານກອງປະຊຸມຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະຊຸມຈົ່ງພ້ອມກັນຄົ້ນຄວ້າປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາຕໍ່ບັນຫາຕ່າງໆ ທີ່ພາກທຸລະກິດ ເຫັນວ່າຄວນ ຈະປັບປຸງແກ້ໄຂບັນຫາໃດ ເພື່ອໃຫ້ພາກລັດມີມາດຕະ ການແກ້ໄຂຮ່ວມກັນໃຫ້ທັນເວ ລາ ເພື່ອຮັບປະກັນໃຫ້ໝາກ ຜົນການປຶກສາ ຫາລືຄັ້ງນີ້ນຳ ໄປຈັດຕັ້ງຜັນຂະຫຍາຍທີ່ມີປະ ສິດທິຜົນສູງສຸດ.
ໃນວັນດຽວກັນນີ້ທີ່ໂຮງ ແຮມຈຳປາສັກແກຣນ ກໍໄດ້ຈັດ ໃຫ້ມີກອງປະຊຸມພົບປະຊາວ ໜຸ່ມສາມຫຼ່ຽມພັດທະນາ ກຳປູ ເຈຍ, ລາວ ແລະ ຫວຽດນາມ (CLV) ຄັ້ງທີ VI ຂຶ້ນ ຊຶ່ງຝ່າຍ ລາວນຳໂດຍ ທ່ານ ອາລຸນໄຊ ສູນນະລາດ ເລຂາທິການສູນກາງຫົວໜ້າຫ້ອງການສູນກາງ ຊາວໜຸ່ມ ປປ ລາວ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...