ແຂວງວຽງຈັນ ແລະ ຫົວພັນ ສະເຫຼີມສະຫຼອງວັນຊາດ ຄົບຮອບ 40 ປີ

4-1

ຄະນະພັກ ແລະ ອຳນາດການປົກຄອງແຂວງວຽງຈັນ ແລະ ແຂວງຫົວພັນ ໄດ້ຈັດງານສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 40 ປີຢ່າງຍິ່ງໃຫຍ່ ແລະ ຄຶກຄື້ນມ່ວນຊື່ນ, ສະເພາະແຂວງວຽງຈັນ ໄດ້ຈັດຂຶ້ນໃນຕອນເຊົ້າ ຂອງວັນທີ 9 ທັນວານີ້ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ດຣ. ບຸນທອງ ຈິດມະນີ  ກຳມະ ການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການ ກວດກາລັດຖະບານ, ຫົວໜ້າ ອົງການຕ້ານການສໍ້ລາດບັງ ຫຼວງຂັ້ນສູນກາງ, ສະຫາຍ  ວິດົງ ໄຊຍະສອນ ເລຂາພັກແຂວງ, ເຈົ້າແຂວງວຽງຈັນ, ມີບັນດາ ສະຫາຍໃນຄະນະບໍລິຫານງານພັກແຂວງ, ອຳນາດການປົກຄອງແຂວງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ວິລະຊົນແຫ່ງ ຊາດ, ນັກຮົບແຂ່ງຂັນ, ນັກຮຽນ, ນັກສຶກ ສາຕະຫຼອດຮອດພໍ່ແມ່ປະຊາ ຊົນທົ່ວແຂວງວຽງຈັນ 8.880 ຄົນ ເຂົ້າຮ່ວມ.
ສະຫາຍ ວິດົງ ໄຊຍະສອນ ເລຂາພັກແຂວງ ເຈົ້າແຂວງ  ວຽງຈັນ ໄດ້ໃຫ້ກຽດຂຶ້ນກ່າວ  ຄຳປາໄສໂດຍຍົກໃຫ້ເຫັນຜົນ  ງານ ແລະ ໄຊຊະນະອັນໃຫຍ່  ຫຼວງຕະຫຼອດໄລຍະ 40 ປີແຫ່ງການປົກປັກຮັກສາ ແລະ   ສ້າງສາພັດທະນາປະເທດຊາດພາຍ ໃຕ້ການຊີ້ນຳໆ ພາຂອງພັກປະ ຊາຊົນປະຕິວັດລາວ ໄດ້ເຮັດໃຫ້ປະເທດລາວໄດ້ມີສະຖຽນລະພາບທາງດ້ານການເມືອງ ປະເທດຊາດໄດ້ຮັບການພັດ ທະນາດີຂຶ້ນເປັນກ້າວໆ.  ສຳລັບແຂວງວຽງຈັນ ພາຍຫຼັງ ໄດ້ແຍກຕົວອອກຈາກນະ ຄອນຫຼວງວຽງຈັນ ໃນທ້າຍປີ 1981 ພາຍໃຕ້ການນຳພາ ຂອງອົງຄະນະພັກແຂວງ ໂຄງປະກອບເສດຖະກິດ ໄດ້ ມີການ ຫັນປ່ຽນເພີ່ມຂຶ້ນຢ່າງ ຈະແຈ້ງມູນຄ່າການຜະລິດ ຂອງແຕ່ລະຂະແໜງການ ເພີ່ມຂຶ້ນທຽບໃສ່ແຜນການໃນໄລຍະຜ່ານມາ, ລາຍຮັບສະເລ່ຍຕໍ່ຫົວ ຄົນເພີ່ມຂຶ້ນຈາກ 740 ໂດລາສະຫະລັດ ເປັນ  1.435 ໂດລາສະຫະລັດລື່ນ  ແຜນການທີ່ວາງໄວ້ 96% ຍອດມູນຄ່າການລົງທຶນຂອງ  ຕ່າງປະເທດ ເພີ່ມຂຶ້ນເຖິງ 1.837 ຕື້ກີບ ແລະ 14,7 ລ້ານໂດລາສະຫະລັດ ພື້ນຖານໂຄງລ່າງຂອງແຂວງໄດ້ຮັບການພັດທະນາເປັນຕົ້ນແມ່ນເທດສະບານແຂວງ ຄື: ເສັ້ນທາງຕັດຕາຜ້າ, ທາງເບຕົງ, ທາງປູຢາງ, ສ້າງຂົວຂ້າມນ້ຳງື່ມ, ສ້າງຊົນລະປະທານ, ໂຮງຮຽນ, ລະບົບນ້ຳສະອາດ, ໄຟຟ້າ ແລະ   ສຸກສາລາ, ຊຸກຍູ້ການຜະລິດສິນຄ້າສ້າງລາຍຮັບໃຫ້ປະຊາ  ຊົນ ເຮັດໃຫ້ບ້ານທຸກຍາກທົ່ວ  ແຂວງຫຼຸຸດລົງຈາກ 88 ບ້ານ,   ຍັງເຫຼືອ 14 ບ້ານ, ຄອບຄົວທຸກຍາກ ຍັງເຫຼືອພຽງ 1,51%   ຂອງຈຳນວນຄອບຄົວທັງໝົດ  ດ້ານການສຶກສາອັດຕາການ  ເຂົ້າໂຮງຮຽນສຸດທິຊັ້ນປະຖົມ  ແລະ ມັດທະຍົມເພີ່ມຂຶ້ນ ອັນ  ພົ້ນເດັ່ນສາມາດປະກາດຈົບຊັ້ນປະຖົມບຳລຸງທົ່ວແຂວງ  ດ້ານສາທາລະນະສຸກໄດ້ຮັບ  ການປັບປຸງຢ່າງທົ່ວເຖິງແມ່ຍິງ  ແລະ ເດັກນ້ອຍໃນເກນອາຍຸ  ຕ່ຳກວ່າ 1ປີ ໄດ້ຮັບການສັກຢາ, ຢອດຢາທຽບໃສ່ແຜນການປະຕິບັດໄດ້ 77% ອັດຕາຊົມໃຊ້ວິດຖ່າຍ, ນ້ຳສະອາດເພີ່ມຂຶ້ນ ສ້າງບ້ານຕົວ ແບບ  ດ້ານ ສາທາລະນະສຸກໄດ້ 173   ບ້ານ ເທົ່າກັບ 63,41% ຂອງ  ຈຳນວນບ້ານທົ່ວແຂວງ. ສ່ວນທີ່ແຂວງຫົວພັນ ໄດ້ຈັດງານ ຂຶ້ນໃນຕອນເຊົ້າວັນທີ 8 ທັນ ວານີ້ຢູ່ທີ່ເດີ່ນກິລາຂອງແຂວງ ໂດຍການເຂົ້າຮ່ວມຂອງສະຫາຍ ຄຳຮຸ່ງ ເຮືອງວົງສີກຳ ມະການສູນກາງພັກເຈົ້າແຂວງຫົວພັນ, ມີບັນດາສະຫາຍ ການ ນຳຂັ້ນແຂວງ, ການນຳເມືອງ 10 ເມືອງ, ພະແນກການອ້ອມຂ້າງແຂວງ, ພະນັກງານປະຕິວັດອາວຸໂສບຳນານ, ວິລະຊົນແຫ່ງຊາດ, ພະນັກງານນັກ ຮົບ, ນັກທຸລະກິດ, ນັກຮຽນ-ນັກສຶກສາ ພ້ອມດ້ວຍພໍ່ແມ່ປະຊາຊົນບັນດາເຜົ່າ  ພາຍໃນເທດສະບານແຂວງຫົວ ພັນເຂົ້າຮ່ວມຢ່າງຫຼວງ ຫຼາຍ.
ໃນພິທີ, ສະຫາຍ ວັນໄຊ ແພງຊຸມມາ ເລຂາພັກແຂວງ ໄດ້ກ່າວວ່າ: ຕະຫຼອດ 40 ປີທີ່ ຜ່ານມາ ອຳນາດການປົກຄອງ, ທຸກອົງການຈັດຕັ້ງກໍໄດ້ຮັບ ການສ້າງຕັ້ງຂຶ້ນເປັນລະບົບ ແຕ່ສູນກາງລົງຮອດທ້ອງຖິ່ນ ແລະ ທັງໄດ້ຮັບການບູລະນະ ໃຫ້ໜັກແໜ້ນຂຶ້ນເປັນກ້າວໆ ພ້ອມທັງເຮັດວຽກງານຄຸ້ມ ຄອງ ລັດ ແລະ ຄຸ້ມຄອງເສດຖະກິດ ຕາມລະບຽບກົດໝາຍ. ສຳລັບ ແຂວງຫົວພັນ ກໍໄດ້ເອົາໃຈໃສ່ ກຳແໜ້ນຫຼັກມູນທິດສະດີມາກ -ເລນິນ, ແນວທາງຂອງພັກປະຊາຊົນ ປະຕິວັດລາວ ໝູນໃຊ້ເຂົ້າໃນການບູລະນະແນວທາງການເມືອງ ແລະ ການຈັດຕັ້ງໃຫ້ສອດຄ່ອງກັບສະພາບແວດ ລ້ອມຢູ່ພາຍໃນ ແລະ ພາຍນອກ ພ້ອມທັງເຊີດຊູຄວາມ ເປັນເຈົ້າການຊີ້ນຳໆພາການ ຈັດຕັ້ງປະຕິບັດ ແລະ ຖອດຖອນບົດຮຽນດ້ານພຶດຕິກຳ ເພື່ອ ບູລະນະແນວທາງໃຫ້ສົມ ບູນຍິ່ງຂຶ້ນ ດ້ວຍຈິດໃຈສູ້ຊົນ  ບຸກບືນໃນລະດັບສູງ ເພື່ອຮັບ ປະກັນສະຖຽນລະພາບທາງ ດ້ານການເມືອງ, ມີຄວາມສາ ມັກຄີປອງດອງບັນດາເຜົ່າ, ການພັດທະນາເສດຖະກິດມີ ຈັງຫວະຂະຫຍາຍຕົວຢ່າງຕໍ່ ເນື່ອງ ໂດຍສະເລ່ຍຢູ່ໃນລະ ດັບ 11,92% ຕໍ່ປີ, ລວມຍອດ ຜະລິດຕະພັນພາຍໃນ (GDP) ບັນລຸ 2,047 ຕື້ກວ່າກີບ, ສະ ເລ່ຍໃສ່ຫົວຄົນມີລາຍຮັບ 6,9 ລ້ານກວ່າກີບຕໍ່ຄົນຕໍ່ປີ ເທົ່າກັບ 864 ໂດລາສະຫະລັດ, ການຂະຫຍາຍຕົວຂອງຂະແໜງກະສິກຳ-ປ່າໄມ້ ເພີ່ມຂຶ້ນ 14,00% ຕໍ່ປີ, ອຸດສາຫະກຳເພີ່ມຂຶ້ນ 11,00% ຕໍ່ປີ ແລະ ການບໍລິການເພີ່ມຂື້ນ 12,50%ຕໍ່ປີ, ໂຄງປະກອບຂອງເສດຖະກິດ ຂະແໜງກະສິກຳ – ປ່າໄມ້ ກວມເອົາ 55,55% ຂອງ GDP, ອຸດສາຫະກຳກວມ ເອົາ 18,30% ຂອງ GDP ແລະ ການບໍລິການກວມເອົາ 25,15% ຂອງ GDP, ມູນຄ່າ ສົ່ງອອກບັນລຸໄດ້ 94,62 ລ້ານ ໂດລາສະຫະລັດ ແລະ ມູນຄ່າ ນຳເຂົ້າ 54,30 ໂດລາສະຫະລັດ. ປະຈຸບັນແຂວງຫົວພັນສາ ມາດສ້າງບ້ານພັດທະນາໄດ້ 173 ບ້ານກວມເອົາ 20,09% ຂອງຈຳນວນບ້ານທັງໝົດ, ມີຄອບຄົວພັດ ທະນາ 28.255 ຄອບຄົວ ກວມເອົາ 57,99% ຂອງຈຳນວນຄອບຄົວທັງໝົດ, ຍັງມີຄົວເຮືອນທຸກຍາກກວມ 22,16%, ມີຄອບຄົວທຸກຍາກ 13.201 ຄອບຄົວກວມ 27,09%, ດ້ານວັດທະນະທຳ- ສັງຄົມໄດ້ຮັບການປັບປຸງ ແລະ ພັດທະນາຢ່າງຕັ້ງໜ້າເຮັດໃຫ້ ບັນລຸເປົ້າໝາຍສະຫັດສະວັດ ຫຼາຍດ້ານ. ໂອກາດດັ່ງກ່າວ ທ່ານ ວັນໄຊ ແພງຊຸມມາ ເລຂາພັກແຂວງ ຍັງໄດ້ຮຽກຮ້ອງມາຍັງຊາວແຂວງຫົວພັນທຸກທົ່ວໜ້າ ຈົ່ງສືບຕໍ່ເພີ່ມ ທະວີຍົກ ສູງສະຕິເປັນເຈົ້າຕົນເອງ, ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ, ນຳໃຊ້ທ່າແຮງທີ່ມີຢູ່ ເພື່ອພັດ ທະນາສ້າງສາປະເທດຊາດ ເວົ້າລວມເວົ້າສະ ເພາະແຂວງ ຫົວພັນໃຫ້ມີຄວາມເຂັ້ມແຂງ ຮອບດ້ານ ແລະ ຈະເລີນກ້າວ ໜ້າຢ່າງບໍ່ຢຸດຢັ້ງ.

ແຫ່ລງຂ່າວ

ປຊຊ