Homeຂ່າວການພັດທະນາກອງປະຊຸມເຈົ້າໜ້າທ່ີອາວຸໂສຂອບການຮ່ວມມືເຂດສາມຫລ່ຽມພັດທະນາ ຄັ້ງທີ 10

ກອງປະຊຸມເຈົ້າໜ້າທ່ີອາວຸໂສຂອບການຮ່ວມມືເຂດສາມຫລ່ຽມພັດທະນາ ຄັ້ງທີ 10

Published on

CLV 10 clv 1

ຂປລ. ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມືເຂດສາມຫລ່ຽມພັດທະນາຄັ້ງທີ 10 ເຊິ່ງ ສປປ ລາວ ເປັນເຈົ້າພາບ ໄດ້ຈັດຂຶ້ນ ໃນວັນທີ 10 ທັນວາ 2015 ຢູ່ແຂວງຈຳປາສັກ ພາຍໃຕ້ການ ເປັນປະທານຮ່ວມຂອງທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສຝ່າຍລາວ, ທ່ານ ມາວໂທຣາ ລັດຖະມົນຕີຊ່ວຍວ່າການ ກະຊວງການຄ້າ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ທ່ານ ເຈິ່ນເຍິດແທ່ງ ຫົວໜ້າກົມເສດຖະກິດສາກົນ ກະຊວງແຜນການ ແລະ ການລົງທຶນ ແຫ່ງ ສສ ຫວຽດນາມ.

ກອງປະຊຸມໄດ້ພ້ອມກັນທົບທວນຄືນ ການຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດ ເຂດສາມຫລ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 8 ໃນເດືອນພະຈິກ 2014 ທີ່ນະຄອນຫລວງວຽງຈັນ ​ແລະ ໄດ້ປຶກສາຫາລື ກ່ຽວກັບທິດທາງ ການຮ່ວມມືໃນຕໍ່ໜ້າ ເພື່ອນຳສະເໜີຕໍ່ກອງປະຊຸມ ຄະນະກຳມະການປະສານງານຮ່ວມເຂດສາມຫລ່ຽມພັດທະນາ ຄັ້ງທີ 10 ມີທິດຊີ້ນຳຕໍ່ການຈັດ ຕັ້ງປະຕິບັດວຽກງານຕ່າງໆ ແນໃສ່ສົ່ງເສີມການພັດ ທະນາເຂດສາມຫລ່ຽມພັດທະນາ ໃຫ້ມີຄວາມເຂັ້ມແຂງ ຮອບດ້ານ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ​ແລະ ໄດ້ຮັບຟັງລາຍງານຜົນກອງປະຊຸມ 4 ຄະນະອະນຸກຳມະການ ຄື: ອະນຸກຳມະການລະດັບແຂວງ, ອະນຸກຳມະການດ້ານຄວາມໝັ້ນຄົງ ແລະ ວຽກງານການຕ່າງປະເທດ, ອະນຸກຳມະການ ດ້ານສັງຄົມ ແລະ ສິ່ງແວດລ້ອມ, ອະນຸກຳມະການດ້ານເສດຖະກິດ ແລະ ສະແດງຄວາມຍິນດີ ຕໍ່ຜົນສຳເລັດຂອງກອງປະຊຸມ, ເວທີສົ່ງເສີມການຄ້າ, ການລົງທຶນ ແລະ ທ່ອງທ່ຽວ, ກອງປະຊຸມພົບປະຊາວໜຸ່ມຂອງສາມປະເທດ. ກອງປະຊຸມໄດ້ຕີລາຄາສູງ ຕໍ່ຄວາມຄືບໜ້າ ແລະ ຜົນສຳເລັດຂອບການຮ່ວມມືເຂດສາມຫລ່ຽມພັດທະນາ ເຊິ່ງໄດ້ມີການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງ ຈົນຮອດຂັ້ນຮາກຖານ, ປະຊາຊົນບັນດາເຜົ່າ ຂອງສາມປະເທດມີຄວາມສາມັກຄີ ແລະ ໄປມາຫາສຸ່ກັນຢ່າງເປັນປົກກະຕິ, ເຮັດໃຫ້ເຂດຊາຍແດນສາມ ປະເທດມີສະຖຽນລະພາບ ແລະ ມີຄວາມສະຫງົບສຸກ, ພ້ອມກັນປົກປັກຮັກສາສິ່ງແວດລ້ອມ ແລະ ການຮ່ວມມື ລະຫວ່າງ ບັນດາແຂວງ ໃນເຂດສາມຫລ່ຽມພັດທະນານັບມື້ແໜ້ນແຟ້ນຍິ່ງຂຶ້ນ.

ທີ່ພົ້ນເດັ່ນແມ່ນການປະຕິບັດ ບັນດາໂຄງການ ແລະ ກິດຈະກຳຕ່າງໆ ທີ່ໄດ້ຮັບການຊ່ວຍເຫລືອຈາກລັດຖະບານຍີ່ປຸ່ນ ແລະ ສະຖາບັນການເງິນສາກົນ, ລວມທັງການປະກອບສ່ວນ ຂອງລັດຖະບານ ແລະ ເອກະຊົນຂອງສາມປະເທດ ເຂົ້າໃນການປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງດ້ານເສດຖະກິດ, ການສຶກສາ, ສາທາລະນະສຸກ ແລະ ອື່ນໆ. ກອງປະຊຸມຍັງເຫັນໄດ້ເຖິງຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ ໂດຍສະເພາະຂະແໜງການ ທີ່ກ່ຽວຂ້ອງຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ ແລະ ແກ້ໄຂຮ່ວມກັນເປັນຕົ້ນ: ການລະດົມທຶນເຂົ້າ ໃນການຈັດຕັ້ງບັນດາໂຄງການບູລິມະສິດ, ການຈັດລຽງ ແລະ ສ້າງແຜນລະອຽດ ຂອງໂຄງການບູລິມະສິດ, ສືບຕໍ່ກໍ່ສ້າງພື້ນຖານໂຄງລ່າງ ແລະ ການຍົກລະດັບຄວາມອາດສາມາດ ໃຫ້ແກ່ພະນັກງານ ແລະ ສ້າງແຮງງານທີ່ມີສີມື ແລະ ຄຸນນະພາບໃຫ້ພຽງພໍຕໍ່ ຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາ ເສດຖະກິດ-ສັງຄົມ ໃນປະຈຸບັນ ແລະ ກ້າວເຂົ້າສູ່​ປະຊາຄົມເສດຖະກິດອາຊຽນ ໃນທ້າຍປີ 2015 ນີ້.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...