Homeຂ່າວຕ່າງປະເທດໄຂກອງປະຊຸມລັດຖະສະພາອາຊີຄັ້ງທີ 8 ຢູ່ ກຳປູເຈຍ

ໄຂກອງປະຊຸມລັດຖະສະພາອາຊີຄັ້ງທີ 8 ຢູ່ ກຳປູເຈຍ

Published on

400.095

ຕາມ​ຂ່າວ ​ຕ່າງປະ​ເທດ, ​ວັນ​ທີ 9 ທັນວາ 2015, ຢູ່​ນະຄອນຫລວງ ພະນົມ​ເປັນ ຂອງກຳປູ​ເຈຍ ​​ໄດ້ໄຂ​ ກອງ​ປະຊຸມ​ໃຫຍ່ ​​ລັດຖະສະພາ ອາຊີ ຄັ້ງ​ທີ 8 (APA 8)ພາຍ​ໃຕ້​ຫົວ​ຂໍ້ “ຊຸກຍູ້ ສັນຕິ ພາບ, ສ້າງ​ຄວາມ ​ສາມັກຄີ ​ແລະ ການ​ເຈລະຈາ ​ໃນ​ພາກ​ພື້ນ” ​ເພື່ອ​ປຶກສາ​ຫາລື​​ ແກ້​ໄຂ​ບັນຫາ​ຕ່າງໆ​ ຮ່ວມ​ກັນ ດ້ວຍ​ສັນຕິ​ວິທີ, ປັບປຸງ​ກົນ​ໄກ ສ້າງ​ຄວາມ​ ສາມັກຄີ​ ແບບ​ຍືນ​ຍົງ ​​ແນ​ໃສ່ ​ຊຸກຍູ້​ ​ເສດຖະ ກິດ ​ໃນ​ພາກ​ພື້ນ ​​ໃຫ້​ເຂັ້ມ​ແຂງ. ຫລັງຈາກນັ້ນ ທ່ານ ​​ເມນ ຣາຊາ ຣາບາ​ນີ, ປະທານ​ສະພາ​ສູງ​ສຸດ​ຂອງ ປາ​ກິດ​ສະຖານ, ທັງ​ເປັນ ປະທານAPA ​ໄດ້​ສະ​ເໜີ ພິຈາລະນາ ຄວາມ​ຄິດ​ເຫັນ ​ໃສ່​ຮ່າງ​ມະຕິ ສະ​ເໜີ​ຕໍ່​ ສະມັດຊາ​ໃຫຍ່​ ຮອງຮັບ​ເອົາ​ເນື້ອ​ໃນ​ ຜົນກອງ​ປະຊຸມ​ຄັ້ງນີ້. ຈາກ​ນັ້ນ ຈະ​ບ່ອນ​ບັດ​ເລືອກ​ຕັ້ງ ຄະນະ​ປະທານ​ APA ຊຸດ​ໃໝ່./.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...