Homeຂ່າວການພັດທະນາສາທາຫາລືການຈັດຕັ້ງປະຕິບັດວຽກງານສຸກເສີນ

ສາທາຫາລືການຈັດຕັ້ງປະຕິບັດວຽກງານສຸກເສີນ

Published on

health

​ໃນ​ວັນ​ທີ 9 ທັນວານີ້, ກະຊວງ​ສາທາລະນະ​ສຸກຮ່ວມ​ກັບ​ອົງການ​ອະນາ​ໄມ​ໂລກ​ໄດ້​ຈັດ​ກອງ​ປະ ຊຸມ​ປຶກສາ​ຫາລື​ການຈັດຕັ້ງປະຕິບັດ​ວຽກ​ງານ​ສຸກ​ເສີນ​ດ້ານ​ສາທາລະນະ​ສຸກຂຶ້ນ, ທີ່​ນະຄອນຫຼວງ​ວຽງ​ຈັນ ​ໂດຍ​ການ​​ເຂົ້າ​ຮ່ວມ​ຂອງ​ທ່ານສຈ. ດຣ. ​ເອກ​ສະຫວ່າງ ວົງ​ວິຈິດ ລັດຖະ ມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ ​ແລະ ທ່ານ ດຣ ຈູ​ລຽດ ​ໄຟ​ລ​ໂຊ​ຄ໌ (Dr Juliet Fleischl) ຜູ້ຕາງໜ້າ​ອົງການ​ອະນາ​ໄມ​ໂລກ​ປະຈຳ ສປປ ລາວ, ພ້ອມ​ດ້ວຍ​ຫົວໜ້າ​ກົມ, ຮອງ​ກົມ​ຈາກ​​ກະຊວງ​, ສະ​ຖາ​ບັນ, ​ໂຮງໝໍ ​ແລະ ພະ​ແນ​ກສາທາ ລະນະ​ສຸກ​ແຂວງຕ່າງໆ​ເຂົ້າຮ່ວມນຳ​ດ້ວຍ.

​ທ່ານ ລັດ​ເຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸ​ກກ່າວ​ໃນ​ທີ່​ປະຊຸມວ່າ: ​ເພື່ອ​ສະ​ເໜີ​ແນວທາງ ​ແລະ ​ການແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ໃນ​ການຈັດຕັ້ງປະຕິບັດ​ວຽກ​ງານ​ສຸກ​ເສີນ​ດ້ານ​ສາ ທາລະນະ​ສຸກ​ທັງ​ຂັ້ນສູນ​ກາງ ​ແລະຂັ້ນ​ແຂວງ, ​ເພື່ອ​ສະໜັບສະໜູນ​ຄວາມ​ອາດ​ສາມາດ​ຂອງ​ຫ້ອງການ​ສຸກ​ເສີນ​ດ້ານ​

ສາທາລະນະ​ສຸກລວມ​ໄປ​ເຖິງ​ຂອດ​ປະສານ​ງານ​ໃນ​ວຽກ​ງານ​ດັ່ງກ່າວ​ລະຫວ່າງ​ກະຊວງ​ສາທາລະນະ​ສຸກ​ກັບ​ບັນດາ​ກະຊວງ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງອື່ນໆ ​ແລະ ​ການ​ກະກຽມ​ສະກັດ​ກັ້ນ ​ແລະ ຕອ​ບ​ໂຕ້​ສະພາວະ​ສຸກ​ເສີນ​ດ້ານ​ສາທາລະນະ​ສຸກ​ທີ່​ເກີດ​ຂຶ້ນ​ໃຫ້​ທັນ​ເວລາ ​ແລະ ມີ​ປະສິດທິພາບ​ຢ່າງ​ເປັນ​ປົກກະຕິ, ພ້ອມ​ນັ້ນກໍ​ປຶກສາ​ຫາລື​ໃນ​ການ​ສ້າງຕັ້ງຫ້ອງການ​ປະຕິບັດ​ງານ​ສຸກ​ເສີນ​ດ້ານ​ສາທາລະນະ​ສຸກຂຶ້ນຢູ່​ໃນ​ລະດັບ​ແຂວງ ​ແລະ ​ເມືອງ, ສ້າງ​ຄວາມ​ເຂົ້າ​ໃຈ​ພາລະ​ບົດບາດຂອງ​ຫ້ອງການ​ປະຕິບັດ​ງານ​ສຸກ​ເສີນ​ດ້ານ​ສາທາ​ລະນະ​ສຸກ ​ແລະ ຄວາມ​ຕ້ອງການ​ສຳລັບ​ໃນ​ລະດັບ​ແຂວງເພື່ອ​ເຊື່ອມ​ໂຍງ​ຂໍ້​ມູນ​ຂ່າວ​ສຸກ​ເສີນ​ດ້ານ​ສາທາລະນະ​ສຸກລະຫວ່າງ​ສູນ​ກາງ ​ແລະ ທ້ອງ​ຖິ່ນ​ຢ່າງ​ມີ​ປະສິດທິພາບ.

ຜູ້ຕາງ​ໜ້າ​ອົງການ​ອະນາ​ໄມ​ໂລກ​ກ່າວ​ວ່າ: ​ຫ້ອງ​ປະຕິບັດ​ສຸກ​ເສີນມີ​ບົດບາດ​ເປັນ​ຈຸດ​ບັນຊາ​ການ ​ແລະ ຄວບ​ຄຸມ​ສິ່ງ​ອຳ​ນວຍ​ຄວາມ​ສະດວກ​ຕ່າງໆ, ຊຶ່ງ​ເປັນ​ສະຖານ​ທີ່​ປະຕິບັດ​ງານ​ໃນ​ການ​ຕອບ​ໂຕ້ທຸກ​ເຫດການດ້ານ​ສາທາ​ລະນະ​ສຸກ, ທັງ​ເປັນ​ສະຖາ​ທີ່​ໃນ​ການ​ກະກຽມ​ແຜນ​ງານ ​ແລະ ດຳ​ເນີນ​ງານ​ໃນ​ແຕ່​ລະ​ວັນ ​ແລະ ຍັງ​​ເປັນ​ການ​ດຳ​ເນີນ​ງານ​ທີ່​ກຽວ​ພັນ​ກັບ​ວຽກ​ງານ​ອື່ນໆ​ເຊັ່ນ: ​ເຝົ້າ​ລະວັງ​ເພື່ອ​ປະ​ເມີນ​ຄວາມ​ສ່ຽງ, ການ​ສະກັດ​ກັ້ນ ​ແລະ ຄວບ​ຄຸມການ​ຕິດ​ເຊື້ອ,ການ​ບົ່ງມະຕິ​ທາງ​ດ້ານ​ຫ້ອງ​ວິ​ເຄາະ ​ແລະ ການ​ສື່ສານ​ເພື່ອ​ຫຼຸດຜ່ອນ​ຄວາມ​ສ່ຽງ, ​ເພື່ອ​ຮັບປະກັນ​ວ່າ​ພວກ​ເຮົາ​ສາມາດຄວບ​ຄຸມ​ການລະບາດ​ຂອງ​ພະຍາດ​ຊືມ​ເຊື້ອ ​ແລະ ​ຕອບ​ໂຕ້​​ໄດ້​ທັນ​ກັບ​ເວລາ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...