Homeຂ່າວພາຍ​ໃນລາວສະຫລອງເມືອງຫລວງພະບາງເປັນມໍລະດົກໂລກຄົບຮອບ 20 ປີ

ລາວສະຫລອງເມືອງຫລວງພະບາງເປັນມໍລະດົກໂລກຄົບຮອບ 20 ປີ

Published on

president

ພິທີສະເຫລີມສະຫລອງເມືອງຫລວງພະບາງເປັນມໍລະດົກໂລກຄົບຮອບ20 ປີ ( 9 / 12 / 1995 – 9 / 12 / 2015 ), ໄດ້ຈັດຂຶ້ນຢ່າງຄືກຄື້ນໃນວັນທີ 9 ທັນວານີ້, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານປະທານປະເທດ ຈູມມາລີ ໄຊຍະສອນ ແລະ ພັນລະຍາ, ມີບັນດາການນໍາພັກ-ລັດຂັ້ນສູງ, ທູຕານຸທູດ,ນັກທ່ອງທ່ຽວ ແລະ ມວນຊົນເຂົ້າຮ່ວມເປັນຈໍານວນຫລວງຫລາຍ.

ທ່ານເຈົ້າແຂວງຫລວງພະບາງໄດ້ກ່າວປາໄສໃນພິທີວ່າ: ເມືອງຫລວງພະບາງ, ໄດ້ຖືກຮັບ ຮອງປະກາດເປັນເມືອງມໍລະດົກໂລກຈາກອົງການອຸຍແນສໂກ(UNESCO)ໃນວັນທີ 9 ທັນວາ1995 ເປັນແຫລ່ງມໍລະດົກແຫ່ງທໍາອິດຂອງ ສປປ ລາວ, ພາຍຫລັງຄົບຕາມຫລັກການ ແລະ ເງື່ອນໄຂຂອງອົງການດັ່ງກ່າວເຊັ່ນ: ມີອິດທິພົນຢ່າງສູງເໜືອການເວລາອັນຍາວນານກ່ຽວຂ້ອງກັບໂລກ, ມີສະຖາປັດຕິຍະກຳ,

ສິລະປະອັນເປັນເອກະລັກໂດດເດັ່ນດ້ານການວາງຜັງເມືອງ ແລະ ເປັນຕົວຢ່າງອັນຊັດເຈນຂອງຮູບແບບອາຄານສະຖານຫລືສະຖາປັດຕິຍະກຳທີ່ສະແດງໃຫ້ເຫັນເຖິງຂັ້ນຕອນສຳຄັນໃນປະຫວັດສາດ ແລະ ວັດທະນາທໍາຂອງມະນຸດ.

ທ່ານເຈົ້າແຂວງໃຫ້ຮູ້ວ່າ: ງານສະ​ເຫລີ​ມສະຫລອງວັນອັນມີຄວາມໝາຍສໍາຄັນດັ່ງກ່າວ, ແມ່ນໄດ້ດໍາ​ເນີນມາ​ແຕ່​ວັນ​ທີ 5-9 ທັນວາ 2015, ໂດຍຈັດໃຫ້ມີຫລາຍກິດຈະກໍາສໍາຄັນເປັນຕົ້ນ: ງານຕະຫລາດນັດກ່ຽວກັບເຄື່ອງຫັດຖະກໍາປຸງແຕ່ງ, ວາງສະແດງຮູບເງົາ, ສິລະປະວັນນະຄະດີ, ການສໍາມະນາພາຍໃນຫົວຂໍ້:“ການພັດທະນາເສດຖະກິດການທ່ອງທ່ຽວຕິດພັນກັບການອານຸລັກມໍລະດົກ”, “ການປົກປັກຮັກສາ ແລະ ອານຸລັກຄຸນຄ່າເມືອງມໍລະດົກໂລກໃຫ້ມີຄວາມຍືນຍົງ” ແລະ “ການປຶກສາຫາລືວິທີປົກປັກຮັກສາມໍລະດົກໂລກຫລວງພະບາງ” ດັ່ງນີ້ເປັນຕົ້ນ. ນອກຈາກນີ້,

ຍັງມີພິທີບາສີສູ່ຂວັນຊ້າງຫລາຍເຊືອກ, ຂະບວນແຫ່ກ້ອນກໍາລັງຕ່າງໆ, ຂະບວນແຫ່ຊ້າງ ແລະ ອື່ນໆ, ເຊິ່ງແຕ່ລະກິດຈະກໍາລ້ວນແຕ່ໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດກໍຄືມວນຊົນເຂົ້າຮ່ວມຊົມເປັນຈໍານວນຫລາຍ, ໂດຍສະເພາະການສໍາມະນາໃນຫົວຂໍ້: “ການປົກປັກຮັກສາອານຸລັກຄຸນຄ່າເມືອງມໍລະດົກໂລກໃຫ້ມີຄວາມຍືນຍົງ ແລະ ການພັດທະນາການທ່ອງທ່ຽວຕິດພັນກັບການອານຸລັກມໍລະດົກໂລກ” ເຫັນວ່ານັກວິຊາການດ້ານມໍລະດົກທັງພາຍໃນ ແລະ ຕ່າງປະ ເທດໄດ້ມີຄໍາຄິດເຫັນທີ່ຄ້າຍຄືກັນວ່າ: ຄວາມຍືນຍົງທາງດ້ານຂອງມໍລະດົກຈະນຳຜົນປະໂຫຍດຕົວຈິງມາໃຫ້ປະເທດຊາດກໍຄືປະຊາຊົນ, ສະນັ້ນ ທຸກພາກສ່ວນຕ້ອງມີສ່ວນໃນການປົກປັກຮັກສາ ແລະ ອານຸລັກມໍລະດົກທາງດ້ານເອກະລັກ ແລະ ວັດທະນາທໍາຮີດຄອງປະເພນີອັນດີງາມນີ້ໄວ້ໃຫ້ຄົງຢູ່ກັບຊາດລາວຕະຫລອດໄປ

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...