Homeວັນນະກຳມອບລາງວັນ ວັນນະກໍາແມ່ນ້ຳຂອງໃຫ້ນັກປະພັນ 6 ປະເທດ

ມອບລາງວັນ ວັນນະກໍາແມ່ນ້ຳຂອງໃຫ້ນັກປະພັນ 6 ປະເທດ

Published on

DSC_7767 bouangeun 3DSC_7767 bouangeun 1

ຂປລ. ​ໃນ​ວັນ​ທີ 9 ທັນວາ 2015 ຢູ່​ທີ່​ຫໍ​ວັດທະນະ​ທໍາ​ແຫ່ງ​ຊາດ ສະມາຄົມ​ນັກ​ປະພັນ​ລາວ ​ໄດ້​ເປັນ​ເຈົ້າພາບ​ຈັດ​ພິທີ​ມອບລາງວັນ​ ວັນນະ​ກໍາ​ແມ່​ນ້ຳຂອງ​ໃຫ້​ບັນດາ​ນັກ​ປະພັນ​ຈາກ 6 ປະ​ເທດ​ແມ່​ນ້ຳຂອງ​ ປະກອບ​ດ້ວຍ ສປປ ລາວ, ສສ ຫວຽດນາມ, ຣາຊະ​ອານາຈັກ​ກໍາປູ​ເຈຍ, ມຽນມາ,  ຣາຊະ​ອານາຈັກ​ໄທ ​ແລະ ສປ ຈີນ ທີ່​ມີ​ຜົນງານ​ດ້ານ​ການ​ປະພັນ​ວັນນະ​ກໍາ​ທີ່​ດີ​ເດັ່ນ. ​ໃຫ້​ກຽດ​ມອບ​ລາງວັນ​ດັ່ງກ່າວ, ​ໂດຍທ່ານ ບົວ​ເງິນ ຊາ​ພູ​ວົງ​ ລັດຖະມົນຕີ​ຊ່ວຍ​ວ່າການກະ ຊວງ​ຖະ​ແຫລ​ງຂ່າວ, ​ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ, ມີ​ບັນດາ​ປະທານ ​ແລະ ຮອງ​ປະທານ, ​ຈາກ​ສະມາ​ຄົນ​ນັກ​ປະ​ພັນ​ 6 ປະ​ເທດ​ ​ແລະ ນັກ​ປະພັນ​ລາວເຂົ້າ​ຮ່ວມ.

ທ່ານນາງ ຜິວ​ລາ​ວັນ  ຫລວງ​ວັນນາ ຮັກສາ​ການ​ປະທານ​ສະມາຄົມ​ນັກ​ປະພັນ​ລາວ ​ໄດ້​ກ່າວ​ວ່າ: ການ​ມອບ​ລາງວັນ​ໃນ​ຄັ້ງ​ນີ້ ​ແມ່ນ​ປະຕິບັດ​ຕາມ​ລະບຽບ​ ​ແລະ ຂໍ້​ຕົກລົງ​ຮ່ວມ​ກັນ​ຂອງ​ສະພາ​ລາງວັນ ວັນນະ​ກໍາ​ແມ່​ນ້ຳຂອງ​ ທີ່​ສະມາຄົມ​ນັກ​ປະພັນ 6 ປະ​ເທດ​ໃນ​ພາກ​ພື້ນ​ ໄດ້​ຮັບຮອງ​ເອົາ​ໃນ​ເດືອນ​ຕຸລາ ​ປີ 2014 ທີ່​ຮ່າ​ໂນ້ຍ ສສ ຫວຽດນາມ ​ແລະ ກໍາປູ​ເຈຍ ​ໃນ​ເດືອນມິຖຸນາ 2014 ​ໃຫ້​ສະມາຄົມ​ນັກ​ປະພັນ​ລາວ ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ ​ແລະ ມອບ​ລາງວັນ​ໃຫ້​ນັກ​ປະພັນ​ບັນດາ​ປະ​ເທດ​ພາກ​ພື້ນ​ແມ່​ນ້ຳຂອງ ​ຕາມ​ຜຽນ​ຮອບ​ວຽນ​ໃນ​ສາມ​ປະ​ເທດ​ອິນດູຈີນ ​ທີ່​ເປັນ​ສະມາຊິກ​ທໍາ​ອິດ​ຂອງ​ສະພາ​ລາງວັນ​ ວັນນະ​ກໍາ​ແມ່​ນ້ຳ​ຂອງ​ທີ່​ສ້າງ​ຕັ້ງ​ຂຶ້ນ​ ແຕ່​ປີ 2006 ທີ່​ນະຄອນ​ໂຮ່ຈິ​ມິງ ສສ ຫວຽດນາມ, ​ໂດຍ​ແມ່ນ ສາມ​ສະມາຄົມ​ນັກ​ປະພັນ​ຫວຽ​ດນາມ, ກໍາປູ​ເຈຍ ​ແລະ ລາວ ລິ​ເລີ່​ມສ້າງ​ຕັ້ງ​ຂຶ້ນ ​ແລະ ຕໍ່​ມາ​ມີ​ສະມາຄົມ​ນັກ​ປະພັນ​ໄທ, ຈີນ ​ແລະ ມຽນມາ​ ເຂົ້າ​ຮ່ວມ ​ເຮັດ​ໃຫ້​ສະພາ​ລາງວັນ​ດັ່ງກ່າວ ​ມາ​ເຖິງ​ປັດຈຸບັນ​ມີ 6 ປະ​ເທດ​ເຂົ້າ​ຮ່ວມ.

ລາງວັນ​ ວັນນະ​ກໍາ​ແມ່​ນ້ຳຂອງ ​ແນ​ໃສ່​ຊຸກຍູ້​ສົ່ງ​ເສີມ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື ລະຫວ່າງ ສະມາຄົມ​ນັກ​ປະພັນ 6 ປະ​ເທດ​ແມ່​ນ້ຳຂອງ​ເຂົ້າ​ສູ່​ລວງ​ເລິກ ​ແລະ ກ້ວາງ​ຂວາງ​ກວ່າ​ເກົ່າ​ ໃນ​ການ​ອອກ​ແຮງ​ງານ​ປະ ດິດ​ສ້າງ ​ເພື່ອ​ໃຫ້​ໄດ້​ມາ​​ເຊິ່ງ​ບົດ​ປະພັນ​ທີ່​ມີ​ຄຸນຄ່າ​ ທາງ​ດ້ານ​ສັງຄົມ​ນັບ​ມື້​ມີ​ຈໍານວນ​ເພີ່ມ​ຂຶ້ນ ​ແລະ ກໍ​ຍັງ​ເປັນ​ໂອກາດ​ອັນ​ດີ​ ທີ່​ບັນດາ​ນັກ​ປະພັນ​ທັງ 6 ປະ​ເທດ ​ຈະ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ການ​ຂຽນ ​ກ່ຽວ​ກັບປະ​ເທດ​ຂອງ​ກັນ ​ແລະ ກັນ, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ດ້ານ​ວິຊາ​ການ​ເປັນ​ວຽກ​ງານ​ສໍາຄັນ /.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...