Homeຂ່າວພາຍ​ໃນຜູ້ນຳເຂດສາມລ່ຽມພັດທະນາເພີ່ມທະວີ ຂອດ ປະສານງານເພື່ອດຶງດູດການລົງທຶນ

ຜູ້ນຳເຂດສາມລ່ຽມພັດທະນາເພີ່ມທະວີ ຂອດ ປະສານງານເພື່ອດຶງດູດການລົງທຶນ

Published on

DSC_3142 kikeo 1 DSC_3142 kikeo 2

ຂປລ. ລັດຖະບານ ລາວ, ກຳປູເຈຍ ແລະ ຫວຽດນາມ ຈະເພີ່ມທະວີການປະສານສົມທົບ ແລະ ການຮ່ວມມື ໃຫ້ຫລາຍຂຶ້ນກວ່າເກົ່າ ເພື່ອແກ້ໄຂກົນໄກທີ່ຍັງບໍ່ທັນເອື້ອອຳນວຍໃຫ້ແກ່ການສົ່ງເສີມການຄ້າ, ການລົງທຶນ ແລະ ການ ທ່ອງທ່ຽວໃນເຂດສາມລ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ໃຫ້ໄປຕາມກົດການພັດທະນາແບບຍືນຍົງ ແລະ ສີຂຽວ.

ທ່ານ ດຣ. ກິແກ້ວ ຈັນທະບູລີ ລັດຖະມົນຕີຊ່ວຍວ່າການ ກະຊວງແຜນການ ແລະ ການລົງທຶນ ກ່າວຕໍ່ກອງ ປະຊຸມສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ໃນເຂດສາມລ່ຽມພັດທະນາ ຄັ້ງທີ 9 ໃນວັນທີ 9 ທັນວາ2015 ນີ້ວ່າ: ພວກເຮົາຈະຕ້ອງໄດ້ເພີ່ມທະວີການປະສານງານໃຫ້ມີຄວາມໜັກແໜ້ນ, ວ່ອງໄວ, ທົ່ວເຖິງ ແລະ ທັນ ການຂຶ້ນຕື່ມ ລວມທັງການສ້າງຄວາມເຂັ້ມແຂງໃຫ້ແກ່ລະດັບຮາກຖານ ກໍຄື ຂັ້ນເມືອງ ແລະ ຂັ້ນບ້ານໃຫ້ມີຄວາມຮັບຮູ້ ແລະ ມີສ່ວນຮ່ວມຢ່າງຕັ້ງໜ້າເຂົ້າໃນວຽກງານການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ຂອງສາມປະເທດຢ່າງຈິງຈັງ ເພື່ອຮັບປະກັນໃຫ້ມີການຂະຫຍາຍ ຕົວຢ່າງຕໍ່ເນື່ອງ ທາງດ້ານ ປະລິມານ ແລະ ຄຸນນະພາບ ພ້ອມທັງເປັນການສ້າງຄວາມເຊື່ອໝັ້ນໃຫ້ແກ່ບັນດານັກທຸລະກິດ ແລະ ຜູ້ປະກອບການທີ່ຈະຕັດສິນໃຈມາລົງທຶນຢູ່ໃນຂົງ ເຂດນີ້. ຈຸດປະສົງຂອງພວກເຮົາ ກໍຄື ສ້າງສິ່ງເອື້ອອຳນວຍ ຄວາມສະດວກ ໃຫ້ແກ່ບັນດານັກທຸລະກິດ ລວມທັງພາຍໃນ ແລະ ຕ່າງປະເທດ ເພື່ອດຶງດູດການລົງທຶນຕ່າງໆໃຫ້ນັບມື້ນັບເພີ່ມທະວີຂຶ້ນ ແລະ ເຮັດໃຫ້ພວກເຮົາບັນລຸເປົ້າໝາຍລວມໃນການສ້າງສາ ພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ.

ຕະຫລອດໄລຍະກອງປະຊຸມ ບັນດາຜູ້ແທນຈາກສາມປະເທດ​ໄດ້ມີການປຶກສາຫາລືກ່ຽວກັບກາລະໂອກາດ ແລະ ສິ່ງທ້າທາຍໃນການດຳເນີນການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ຢູ່ໃນເຂດສາມລ່ຽມພັດ ທະນາ ພ້ອມທັງ ເສີມຂະຫຍາຍ ແລະ ຄົ້ນຄວ້າການນຳໃຊ້ທ່າແຮງບົ່ມຊ້ອນ ຂອງສາມປະເທດ ເຂົ້າໃນການພັດທະນາໃຫ້ມີປະສິດທິຜົນ ສູງສຸດ ແລະ ໄປຕາມກົດການພັດທະນາແບບຍືນຍົງ ແລະ ສີຂຽວ.

ໃນໂອກາດດຽວກັນ ສປປ ລາວ ຍັງໄດ້ຕີລາຄາສູງຕໍ່ຜົນສຳເລັດ ໃນການຈັດຕັ້ງປະຕິບັດຂອບການຮ່ວມມືເຂດສາມລ່ຽມພັດທະນາ ໃນໄລຍະຜ່ານມາ, ​ເຊິ່ງເປັນໝາກຜົນອັນສຳຄັນ ໃນການຊຸກຍູ້ໃຫ້ເສດຖະກິດຂອງ ແຕ່ລະປະ ເທດມີການເຕີບໂຕ ແລະ ພັດທະນາຢ່າງຕໍ່ເນື່ອງ ໂດຍສະເພາະການພັດທະນາທາງດ້ານພື້ນຖານໂຄງລ່າງ ທີ່ເປັນພື້ນ ຖານສະໜັບສະໜູນ ໃຫ້ແກ່ຂະບວນການພັດທະນາເສດຖະກິດຕ່າງໆ ເຊັ່ນ: ການເຊື່ອມຕໍ່ ເສັ້ນທາງ ຄົມມະນາຄົມທາງ ບົກ ລະຫວ່າງສາມຊາດ, ການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ, ການພັດທະນາດ້ານກະສິກຳ, ການຄ້າ-ການບໍລິການຜ່ານແດນ, ການພັດທະນາຊັບພະຍາກອນມະນຸດ ແລະ ການລົງທຶນດ້ານອື່ນໆ.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...