Homeນານາສາລະໄດ້ຫຍັງຈາກການອົບອາຍນ້ຳສະໝຸນໄພ (ຊາວນ່າ)

ໄດ້ຫຍັງຈາກການອົບອາຍນ້ຳສະໝຸນໄພ (ຊາວນ່າ)

Published on

sauna-bund-topimage01

ຮອດລະດູໜາວປີໃດ ຄົນຮັກສຸຂະພາບຈະມີຄວາມຫຍຸ້ງຍາກ ໃນການເຮັດໃຫ້ຕົນເອງເຫື່ອອອກ ເພື່ອທີ່ຈະເປັນການຊະລ້າງສານພິດ ອອກຈາກຮ່າງກາຍຜ່ານຮູຂຸມຂົນ ໂດຍສະເພາະແມ່ນຜູ້ທີ່ບໍ່ມີເວລາ ດັ່ງນັ້ນ, ຫຼາຍຄົນຈຶ່ງນິຍົມທີ່ຈະໄປຮົມຢາ, ອົບອາຍນ້ຳ ຫຼືພາສາອັງກິດເອີ້ນວ່າ ຊາວນ່າ ຈົນຫຼາຍໆຄົນທີ່ມີເງື່ອນໄຂດີ ກໍຈະສັ່ງຊື້ຕູ້ອົບຊາວນ່າ ມາຕິດຕັ້ງໄວ້ຢູ່ເຮືອນເລີຍກໍມີ ບັນດາເສດຖີລາວມີຕູ້ອົບຊາວນ່ານີ້ ເກືອບຄົບທຸກເຮືອນແລ້ວ ດ້ວຍເຫດຜົນອັນໃດ ຈົນເຖິງຂັ້ນຕິດຕັ້ງຕູ້ອົບຊາວນ່າ ໄວ້ຢູ່ເຮືອນເລີຍ. ອົບອາຍນ້ຳສະໝຸນໄພ (ຊາວນ່າ) ແລ້ວຈະໄດ້ຫຍັງ?

1. ຊ່ວຍເພິ່ມການກະຕຸ້ນລະບົບການໄຫຼວຽນຂອງເລືອດໃນຮ່າງກາຍ ບຳລຸງຜິວພັນ ເຮັດໃຫ້ຜິວພັນສົດໃສ ນຸ່ມນວນ ມີສະເໜ່
2. ຊ່ວຍໃຫ້ຮ່າງກາຍຂັບເຫື່ອອອກມາຫຼາຍຂຶ້ນ ຂະຫຍາຍຮູຂຸມຂົນ ແລະຊຳລະຂອງເສຍອອກຈາກຮ່າງກາຍທາງຜິວໜັງ
3. ຊ່ວຍເຮັດໃຫ້ລະບົບທາງເດິນຫາຍໃຈດີຂຶ້ນ ແລະຊ່ວຍລະລາຍຂີ້ກະເທີ່ ເຮັດໃຫ້ຂັບອອກງ່າຍ
4. ຊ່ວຍຫຼຸດການອັກເສບ ແລະບວມ ທີ່ເຍື່ອບຸທາງເດິນຫາຍໃຈຕອນເທິງ
5. ຊ່ວຍຫຼຸດການລະຄາຍເຄືອງໃນລຳຄໍ ເຮັດໃຫ້ສະບາຍໂຕ ຫຼຸດອາການປວດຫົວ
6. ຊ່ວຍໃຫ້ຮ່າງກາຍມີການເຜົາຜານສານອາຫານເພິ່ມຂຶ້ນ
7. ຊ່ວຍໃຫ້ມີການຂະຫຍາຍຕົວຂອງເສັ້ນເລືອດຝອຍ
8. ຊ່ວຍໃຫ້ການໄຫຼວຽນຂອງເລືອດດີຂຶ້ນ ເຮັດໃຫ້ຮ່າງກາຍສົດຊື່ນ
9. ຊ່ວຍບັນເທົາອາການປວດເມື່ອຍຕາມກ້າມຊີ້ນແລະເສັ້ນເອັນ
10. ຊ່ວຍແກ້ອາການເໜັບຊາ

ສົນໃຈຕູ້ອົບຊາວນ່າ: ຄລິກທີ່ນີ້ເລີຍ

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...