Homeຂ່າວພາຍ​ໃນເດັກອາຍຸ 14 ປີ ຂ້ານັກທຸລະກິດ​ຈີນ ຢູ່​ເມືອງ​ຈຳ​ພອນ ​ຍ້ອນຢາກໄດ້ ໄອໂຟນ 5s ແລະ ລົດຈັກ CBR!

ເດັກອາຍຸ 14 ປີ ຂ້ານັກທຸລະກິດ​ຈີນ ຢູ່​ເມືອງ​ຈຳ​ພອນ ​ຍ້ອນຢາກໄດ້ ໄອໂຟນ 5s ແລະ ລົດຈັກ CBR!

Published on

killer

ກອງ​ບັນຊາ​ການ ປກສ ​ແຂວງ​ສະຫວັນ​ນະ​​ເຂດ ​ໃຫ້​ຮູ້​ວ່າ: ທ້າວ ​ເມກ​ສະ​ໝອນ ​ແລະ ນາງ ພອນ​ໄຊ ທັງ​ສອງ​ຢູ່​ບ້ານ​ແກ້ງ​ກອກທົ່ງ ​ແລະ ​ແກ້ງ​ກອກ​ເໜືອ, ​ເມືອງ​ຈຳ​ພອນ ​​ແຂວງ​ສະຫວັນ​ນ​ະ​ເຂດ ຊຶ່ງ​ຄະດີ​ດັ່ງກ່າວ​ ເກີດ​ຂຶ້ນ​ເມື່ອ​ວັນ​ທີ 18 ຕຸລາ​ຜ່ານ​ມາ​ນີ້, ທ້າວ​ ​ເມກສະ​ໝອນ ອາຍຸ 14 ປີ ນັກຮຽນ ​ໄດ້​ໃຊ້​ມີດ 2 ດວງ ​ເຂົ້າ​ໄປ​ຫ້ອງ​ຄົນ​ຈີນ ຊື່​ທ້າວ ຊຽງ​ລິນ​ເຊົາ ​ເຊິ່ງ​ເປັນ​ນັກທຸລະກິດ​ທີ່​ມາ​ຄ້າຂາຍ​ຢູ່​ບ້ານ​ດັ່ງກ່າວ, ​ໃນ​ຂະນະ​ພວມ​ນອນ​ຫລັບ​ຢູ່​ຜູ້​ດຽວ ​ແລ້ວ​ເດັກ​ຜູ້​ນັ້ນ ​ໄດ້​ໃຊ້​ມີດ​ດັ່ງກ່າວ​ ຄາດ​ຕະກຳ​ຈົນ​ເສຍ​ຊີວິດ ​ແລ້ວ​ກໍ​ໄປ​ເອີ້ນ​ເອົາ​ ນາງ ພອນ​ໄຊ ຫລື ລີ້ ​ເພື່ອ​ມາ​ງັດ​ເອົາ​ເງິນ​ໃນ​ຕູ້​ນີລະ​ໄພ (ຕູ້​ເຊັບ) ​ໄດ້​ເງິນສົດ​ຈຳ​ນວນ 74 ລ້ານ​ກວ່າ​ກີບ ​ແລະ ​ເງິນ​ບາດ​ໄທ 331.900 ບາດ ພ້ອມ​ໂທລະສັບ​ມື​ຖື​ໄອ​​​​​​ໂຟນ 5s 1 ໜ່ວຍ ​ແລ້ວ​ພວກ​ກ່ຽວທັງ​ສອງ​ ໄດ້​ນຳ​ເງິນ ​ແລະ ມີດ​ທີ່​ໃຊ້​ຄາດ​ຕະກຳ​ນັ້ນ ​ໄປ​ຝັງ​ດິນ​ໄວ້​ຢູ່​ທົ່ງ​ນາ​ຂ້າງ​ເຮືອນ​ ທ້າວ ​ເມກ​ສະ​ໝອນ ​ເພື່ອອຳພາງ​ຄະດີ.

ຜ່ານ​ການ​ສືບສວນທັງ​ສອງ​ຮັບ​ສາລະ​ພາ​ບວ່າ: ​ໄດ້​ຮ່ວມກັນ​ວາງ​ແຜນ​ຄາດ​ຕະກຳ ນັກທຸລະກິດ​ໂຊກ​ຮ້າຍ​ຄົນ​ນີ້ ມາ​ກ່ອນ​ແລ້ວ ​ເພື່ອ​ຢາກ​ໄດ້​ໂທລະສັບ​ໄອ​​ໂຟນ 5s, ລົດຈັກ CBR ​ແລະ ​ເງິນ​ຄຳ​ໄປ​ໃຊ້​ຈ່າ​ຍ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...