spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຈະລາຈອນ ນ.ວ ຮຽກຮ້ອງຜູ້ປົກຄອງ ຮ່ວມສະກັດກັ້ນ ແກ້ງຂີ່ລົດກວນເມືອງ ຢ້ຳກຽມແກ້ໄຂເຂັ້ມງວດ!

ຈະລາຈອນ ນ.ວ ຮຽກຮ້ອງຜູ້ປົກຄອງ ຮ່ວມສະກັດກັ້ນ ແກ້ງຂີ່ລົດກວນເມືອງ ຢ້ຳກຽມແກ້ໄຂເຂັ້ມງວດ!

Published on

traffic

ເຈົ້າ​ໜ້າ​ທີ່ ຈະລາຈອນນະຄອນຫລວງ​ວຽງ​ຈັນ ​ໄດ້​ອອກ​ມາ​ຮຽກຮ້ອງ​ຜ່ານ​ສື່​ມວນ​ຊົນ ​ເຖິງ​ຜູ້​ປົກຄອງ​ ໃຫ້​ເພີ່ມ​ທະວີ​ການ​ສຶກສາ​ອົບຮົມ ​ແລະ ຕັກ​ເຕືອນ​ລູກ​ຫລານ​ຂອງ​ຕົນ ​ບໍ່​ໃຫ້​ອອກ​ເຄື່ອນ​ໄຫວ​ ກໍ​ຄວາມ​ບໍ່​ສະຫງົບ​ໃຫ້​ສັງຄົມ​ຢ່າງ​ເດັດຂາດ, ​ໂດຍ​ສະ​ເພາະ​ການ​ເຂົ້າ​ຮ່ວມ ​ກຸ່ມ​ແກ້ງ​ຂີ່​ລົດກວນ​ເມືອງ ອັນເປັນ​ໜໍ່​ແໜງ​ ຂອງ​ການ​ກໍ່ຄວາມ​ວຸ້ນ​ວາຍ​​ໃຫ້​ແກ່​ສັງຄົມ, ​ພ້ອມ​ຢໍ້າຫາກ​ຈັບ​ໄດ້​ ຈະ​ດຳ​ເນີນ​ມາດ​ຕະການ​ຢ່າງ​ເຂັ້ມ​ງວດ.

ທ່ານ ພັນ​ຕີ ສັງຄົມ ພົມ​ມະ​ລາດ ຮອງ​ຫົວໜ້າ ​ພະ​ແນ​ກຕຳຫລວດ​ຈະລາຈອນ ນະຄອນຫລວງ​ວຽງ​ຈັນ ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ພວກ​ເຮົາ​ໃນ​ວັນ​ທີ 7 ທັນວາ​ນີ້​ວ່າ: ​ໃນ ​ໄລຍະ​ຜ່ານ​ມາ, ​ເຈົ້າ​ໜ້າ​ທີ່​ພວກ​ເຮົາ ​ໄດ້​ພົບ​ເຫັນ​​ໄວ​ໜຸ່ມ ອາຍຸ​ປະມານ 14-17ປີ ຈຳນວນ​ໜຶ່ງ ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ເປັນ​ກຸ່ມ​ກ້ອນ ຫລື ​​ເອີ້ນ​ວ່າ​ ກຸ່ມ​ແກ້ງ​ກວນ​ເມືອງ ​ແລະ ​ໄດ້​ພາກັນ​ຂີ່​ລົດຈັກ ​ເປັນ​ພຶງ​ເປັນ​​ແພ, ​ຂັບ​ຂີ່​ໄວແຂ່ງຂັນ​ກັນ, ໄປ​ຕາມ​ຖະໜົນ​​ເສັ້ນທາງ​ໃນ​ຕົວ​ເມືອງ ​ນະຄອນຫລວງ​ວຽງ​ຈັນ ສົ່ງ​ສຽງ​ດັງລົບ​ກວນ​ຜູ້​ຫລັບ​ຜູ້​ນອນ ​ຢ່າງ​ອຶກ​ກະ​ທຶກ, ​ສ່ວນ​ຫລາຍ​ພວກ​ເຂົາ​ ຈະ​ໃຊ້​ລົດຈັກ​ເປັນ​ຈຳນວນ​ຫລາຍ​ ແຕ່ 100 ຄົນ​ຂຶ້ນ​ໄປ, ອັນໄດ້​ສ້າງ​ຄວາມ​​ເດືອດຮ້ອນ ​ແລະ ລຳ​ຄານ​ໃຫ້​ແກ່​ປະຊາຊົນ​ ຜູ້​​​ໃຊ້​ລົດ​ໃຊ້​ຖະໜົນ​​ ທີ່​ສັນຈອນ​ໄປ​ມາ​ຕາມ​ເສັ້ນທາງ​​ດັ່ງກ່າວ, ຊຶ່ງ​ຜິດ​ຕໍ່ລະບຽບກົດໝາຍກຳນົດ​ໄວ້, ປະກົດ​ການ​​​ນີ້ ມັກ​ຈະ​ມີ​ຂຶ້ນ​ ທຸກໆ​ທ່ຽງ​ຄືນ​​ຂອງ​ວັນ​ສຸກ, ​ເສົາ ​ແລະ ວັນ​ອາທິດ ​ໂດຍ​ພວກ​ເຂົາ​ຈະ​ໃຊ້​ລົດສຽງ​ດັງ, ຂັບ​ຂີ່​ໄວ, ຍົກ​ລໍ້ ​ແລະ ອື່ນໆ​.

ຕໍ່ ​ປະກົດ​ການ​ດັ່ງກ່າວ ທາງ​ຄະນະ​ບັນຊາ​ ຕຳຫລວດ​ຈະລາຈອນ​ແຕ່ລະ​ຂັ້ນ ກໍ​ຄື​ກະຊວງ​ ປກສ ​ກໍໄດ້​​ເອົາ​ໃຈ​ໃສ່​ ແກ້​ໄຂ​ດ້ວຍ​ຫລາຍ​ວິທີ​ການ​ ແຕ່​ກໍ​ຍັງ​ມີ​ໃຫ້​ເຫັນ​. ດັ່ງ​ນັ້ນ ທາງ​ຂັ້ນ​ເທິງ​ ຈຶ່ງ​ໄດ້​ແນະນຳ​ໃຫ້​​ເຈົ້າ​ໜ້າ​ທີ່​ຈະລາ​ຈອນ ບັນດາ​ເມືອງ​ຄື: ເມືອງຈັນທະ ​ບູລີ, ​ໄຊ​​ເສດ​ຖາ, ສີ​ສັດຕະ​ນາກ ​ແລະ ກອງ​ພັນ​ປ້ອງ​ກັນ​​ເຄື່ອນ​ທີ່ ລົງ​ໄປ​ປະຈຳ​ຢູ່​ແຕ່ລະ​ຈຸດ​ ທີ່​ມີ​ປະກົດ​ການ​ດັ່ງກ່າວ ​ຢ່າງ​ເຂັ້ມ​ງວດ ​ເພື່ອ​ມ້າງ​ກຸ່ມ​ແກ້ງກວນ​ເມືອງດັ່ງກ່າວ, ພ້ອມ​ກັນ​ນີ້ ​ກໍຮຽກຮ້ອງ​ໃຫ້​ທົ່ວ​ສັງຄົມ ​ໂດຍ​ສະ​ເພາະ​ພໍ່​ແມ່​ຜູ້​ປົກຄອງ, ຄູ-ອາຈານ ​ໄດ້​​ເອົາ​ໃຈ​​ໃສ່​ສຶກສາ​ອົບຮົມ ​ລູກ​ຫລານ​ຂອງ​ຕົນ ​ບໍ່​ໃຫ້​ໄປ​ເຂົ້າ​ຮ່ວມ​ກຸ່ມ​ກ້ອນ​ດັ່ງກ່າວ ​ແລະ ສະກັດ​ກັ້ນ​ ການ​ເກີດ​ອຸປະຕິ​ເຫດ​​ ໃຫ້​ມີ​ປະສິດທິ​ຜົນ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...