spot_img
Homeຂ່າວພາຍ​ໃນເຊີນຊວນເຂົ້າຮ່ວມຂະບວນຄາຣາວານລົດ "ຫວນຄືນຖິ່ນກຳເນີດ-ເຊີດຊູມູນເຊື້ອປະຕິວັດ"

ເຊີນຊວນເຂົ້າຮ່ວມຂະບວນຄາຣາວານລົດ “ຫວນຄືນຖິ່ນກຳເນີດ-ເຊີດຊູມູນເຊື້ອປະຕິວັດ”

Published on

5-1

ທ່ານ ຈະເລີນ ວາລິນທະລາສັກ ລັດຖະມົນຕີ ຊ່ວຍວ່າການກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຖະແຫຼງຂ່າວກ່ຽວກັບການຈັດຂະບວນລົດ ຫວນຄືນຖິ່ນກຳ ເນີດ-ເຊີດຊູມູນເຊື້ອປະຕິວັດ ທີ່ເມືອງວຽງໄຊ ແຂວງຫົວພັນ ໃນລະຫວ່າງວັນທີ 11-15 ທັນວາ 2015 ຕໍ່ສື່ມວນຊົນ ທຸກພາກສ່ວນ ເມື່ອວັນທີ 8 ທັນວານີ້ ທີ່ຫ້ອງການທ່ອງທ່ຽວ ຊຶ່ງມີເນື້ອໃນດັ່ງນີ້:
ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບບັນດາກະຊວງ ທີ່ກ່ຽວຂ້ອງໂດຍກົງຈຳນວນໜຶ່ງຄື: ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມ ສະຫງົບ, ກະຊວງການຕ່າງປະເທດ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງສາທາລະນະສຸກຈັດຂະບວນຄາຣາວານລົດໃນຄັ້ງນີ້ ໂດຍມີຈຸດປະສົງລະດັບຄາດ ໝາຍຄືດັ່ງນີ້:
ເພື່ອລະນຶກ ແລະ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ຜົນງານ ແລະ ຄຸນງາມຄວາມດີອັນໃຫຍ່ຫຼວງ ຂອງບັນດາ ທ່ານຜູ້ນຳທີ່ເຄົາລົບຮັກ ທີ່ມີຕໍ່ປະເທດຊາດ ແລະ ປະຊາຊົນ ເຮົາ ທັງເປັນການຮ່ຳຮຽນເອົາຄຸນສົມບັດ, ທັດສະນະຫຼັກໝັ້ນປະຕິວັດ, ແບບແຜນການນຳພາ, ແບບແຜນການດຳລົງຊີວິດ ແລະ ອຸດົມຄະຕິປະຕິວັດ ຂອງ ບັນດາທ່ານຜູ້ນຳ; ເພື່ອສຶກສາ ຮຽນຮູ້ ແລະ ສ້າງຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອປະຫວັດສາດ ການຕໍ່ສູ້ຍືດເຍື້ອຍາວນານພິລະອາດຫານ ຂອງປະຊາ ຊົນລາວບັນ ດາເຜົ່າ ແລະ ວິລະກຳອັນລ້ຳເລີດຂອງບັນດາວິລະ ຊົນ, ນັກຮົບແຂ່ງຂັນ ທີ່ໄດ້ສ້າງຜົນງານອັນໃຫຍ່ຫຼວງ ໃນພາ ລະກິດປົດປ່ອຍຊາດ, ພາລະກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ພາຍໃຕ້ການນຳພາຂອງພັກປະຊາ ຊົນ ປະຕິວັດລາວ; ເພື່ອສ້າງຄວາມເອກອ້າງທະນົງໃຈ ຕໍ່ຜົນ  ສຳເລັດແຫ່ງການປົກປັກຮັກສາ ແລະ ພັດທະນາສ້າງສາປະ ເທດຊາດ ໃນໄລຍະ 40 ປີທີ່ຜ່ານມາ, ເພີ່ມທະວີຄວາມສາມັກ ຄີເປັນປຶກແຜ່ນ, ເສີມຂະຫຍາຍມູນເຊື້ອຮັກຊາດ, ມູນເຊື້ອຕໍ່ ສູ້ອົງອາດກ້າຫານ ແລະ ມູນເຊື້ອສາມັກຄີບັນດາເຜົ່າພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ, ເພື່ອສ້າງຂະບວນການສົ່ງເສີມການທ່ອງທ່ຽວ “ລາວທ່ຽວລາວ” ໂດຍສະ ເພາະ ບັນດາແຫຼ່ງທ່ອງທ່ຽວ ທາງດ້ານປະຫວັດສາດຢູ່ເຂດທີ່ ໝັ້ນຂອງການປະຕິວັດ ແນໃສ່ດຶງດູດນັກທ່ອງທ່ຽວໃຫ້ໄປຢ້ຽມ ຢາມທ່ຽວຊົມບັນດາແຂວງພາກເໜືອ ໃຫ້ເປັນ ຂະບວນນັບມື້ ນັບຫຼາຍ ຊຶ່ງຈະເປັນການປະກອບສ່ວນຊຸກຍູ້ສົ່ງເສີມການພັດ ທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ.
ຂະບວນຄາຣາວານລົດຄັ້ງນີ້ ຈະໃຊ້ເວລາ 5 ວັນ ທັງໄປ ແລະ ກັບ ຄື: ໃນວັນທີ 11 ຫາ 15 ທັນວາ 2015 ຊຶ່ງຈະມີພິທີ ເປີດຢູ່ທີ່ເດີ່ນສະໜາມຫຼວງ (ເດີ່ນພະທາດຫຼວງ) ນະຄອນຫຼວງວຽງຈັນ, ແລ້ວເດີນທາງຜ່ານແຂວງບໍລິຄຳໄຊ, ແຂວງຊຽງຂວາງ ໄປຍັງແຂວງຫົວພັນ ແລະ ເມືອງວຽງໄຊ ໃນໄລຍະທາງ 667 ກມ ແລະ ກັບຄືນ ນະຄອນຫຼວງວຽງຈັນ ຕາມເສັ້ນທາງເດີມ. ຕາມເສັ້ນທາງຂອງຂະບວນຄາຣາວານ, ຜູ້ເຂົ້າຮ່ວມຈະໄດ້ຊົມທິວທັດທຳມະຊາດ ພູຜາປ່າໄມ້ຕາມສອງຟາກທາງ, ທ່ຽວຊົມ ແຫຼ່ງທ່ອງທ່ຽວທາງວັດທະນະທຳ ແລະ ປະຫວັດສາດ ຈຳນວນໜຶ່ງ ເປັນຕົ້ນບັນດາວັດທີ່ຖືກສົງຄາມທຳລາຍຢູ່ເມືອງ ຄູນ, ທົ່ງໄຫຫີນ ຊຽງຂວາງ, ພູກູດຈອມເຫຼັກ ວິລະຊົນ, ຖ້ຳປີວ ເມືອງຄຳ ທີ່ມີເຫດການໂສກນາດຕະກຳ, ນ້ຳຕົກຕາດສະເຫຼີຍ, ບັນດາຖ້ຳຂອງທ່ານຜູ້ນຳ ທີ່ເມືອງວຽງໄຊ ແລະ ອື່ນໆ.
ພິເສດຜູ້ເຂົ້າຮ່ວມຂະບວນຄາຣາວານລົດຄັ້ງນີ້ ຈະໄດ້ ເຂົ້າຮ່ວມການວາງກະຕ່າດອກໄມ້ ເພື່ອຄຳນັບອະນຸສາວະລີ ທ່ານປະທານ ໄກສອນ ພົມວິຫານ ແລະ ພິທີໂຮມ ຊຸມນຸມໃຫຍ່ ທີ່ເມືອງວຽງໄຊ ໃນຕອນເຊົ້າຂອງວັນທີ 13 ທັນວາ ຊຶ່ງເປັນພິທີ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 95 ປີ.
ຄາດຄະເນລົດຈະເຂົ້າຮ່ວມປະມານ 100 ຄັນ, ຜູ້ເຂົ້າຮ່ວມປະມານ 400 ຄົນ ຈາກບັນດາກະຊວງກົມກອງຂັ້ນສູນກາງ, ຈາກນະຄອນຫຼວງວຽງຈັນ ແລະ ແຂວງຕ່າງໆ ທັງພາກລັດ, ພາກທຸລະກິດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ.
ເພື່ອຈັດຕັ້ງປະຕິບັດຂະບວນຄາຣາວານລົດໃນຄັ້ງນີ້ ໃຫ້ ບັນລຸຕາມລະດັບຄາດໝາຍ, ທັງມີເນື້ອໃນທີ່ມີຄວາມໝາຍ ຄວາມສຳຄັນ ທັງມີບັນຍາກາດເບີກບານມ່ວນຊື່ນ, ຟົດຟື້ນ, ຮັບປະກັນຄວາມປອດໄພ, ຜູກແໜ້ນຄວາມສາມັກຄີ ແລະ ເປັນທີ່ພໍອົກພໍໃຈຂອງຜູ້ເຂົ້າຮ່ວມ, ມາເຖິງປະຈຸບັນ ບັນດາອະ ນຸກຳມະການຕ່າງໆ ໂດຍພາຍໃຕ້ ການຊີ້ນຳໆພາຂອງຄະນະ ຊີ້ນຳລະດັບຊາດ ໄດ້ຫ້າງຫາກະກຽມຄວາມພ້ອມໃນດ້ານຕ່າງໆໃຫ້ແກ່ການເຄື່ອນຂະບວນຄາຣາວານລົດຄັ້ງນີ້ເປັນຢ່າງດີ.
ເຖິງຢ່າງໃດກໍຕາມ ເພື່ອໃຫ້ບັນລຸຄາດໝາຍດັ່ງກ່າວນັ້ນ ໂດຍຜ່ານບັນດາທ່ານສື່ມວນຊົນທັງໝົດ. ໃນນະທີ່ນີ້, ອີກ ເທື່ອໜຶ່ງ ຂ້າພະເຈົ້າຂໍເຊີນຊວນບັນດາກະຊວງ, ກົມກອງຂັ້ນສູນກາງ ກໍຄືທ້ອງຖິ່ນທັງພາກລັດ ແລະ ພາກທຸລະກິດຕະຫຼອດປະຊາຊົນບັນດາເຜົ່າໃນທົ່ວປະເທດ ເຂົ້າຮ່ວມຂະບວນຄາຣາວານລົດຄັ້ງປະຫວັດສາດຄັ້ງນີ້ ໃຫ້ມີຄວາມຍິ່ງໃຫຍ່, ກວ້າງຂວາງ ແລະ ຟົດຟື້ນ

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...