spot_img
Homeຂ່າວພາຍ​ໃນສົມເດັດພະເທບ ພະຣັດຣາຊະສຸດາສະຫຍາມບໍຣົມ ຣາຊະກຸມາຣີ ຢ້ຽມຢາມ ສປປ ລາວ

ສົມເດັດພະເທບ ພະຣັດຣາຊະສຸດາສະຫຍາມບໍຣົມ ຣາຊະກຸມາຣີ ຢ້ຽມຢາມ ສປປ ລາວ

Published on

1-1

ສົມເດັດພະເທບ ພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ ໄດ້ສະເດັດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນວັນທີ 8 ທັນວານີ້ ຕາມການເຊື້ອເຊີນຂອງທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດ. ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງ ສົມເດັດພະເທບ ແມ່ນມີຄວາມໝາຍສຳຄັນ ຢ່າງສູງ ຊຶ່ງຊ່ວຍໃຫ້ປະຊາຊົນ
ສອງຊາດລາວ ແລະ ໄທມີຄວາມເຂົ້າອົກເຂົ້າໃຈກັນເລິກເຊິ່ງຫຼາຍຂຶ້ນຕື່ມ. ພ້ອມທັງເປັນການເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືໃນຫຼາຍດ້ານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ.
ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ສົມເດັດພະ ເທບໄດ້ຮັບການຕ້ອນຮັບໂດຍ ທ່ານ ບຸນເກີດ ສັງສົມສັກ ລັດ ຖະມົນຕີວ່າການກະຊວງຍຸຕິ ທຳ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ພະນັກງານທີ່ກ່ຽວຂ້ອງ. ຫຼັງຈາກນັ້ນໄດ້ເດີນທາງໄປຢ້ຽມຢາມໂຮງຮຽນຊົນເຜົ່າ ແລະ ວັດທະນະທຳເດັກກຳພ້າ ຫຼັກ 67, ເຂົ້າຮ່ວມ ໃນພິທີໄຂການນຳໃຊ້ອາຄານຮຽນຄອມພິວເຕີ ພ້ອມທັງມອບເຄື່ອງອຸປະກອນການຮຽນ ແລະ ເຄື່ອງກິລາຈຳນວນໜຶ່ງ ໃຫ້ແກ່ໂຮງຮຽນດັ່ງກ່າວ. ພາຍຫຼັງສຳເລັດ ພາລະ ກິດໄດ້ເດີນທາງກັບນະຄອນຫຼວງວຽງຈັນ ແລະ ໃຫ້ກຽດຕ້ອນຮັບໂດຍທ່ານ ສົມ ສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານເສດຖະກິດ ແລະ ຈໍລະຈອນ ແລະ ເປັນເຈົ້າພາບຈັດງານລ້ຽງອາຫານທ່ຽງ ທີ່ໂຮງແຮມລາວພລາຊາ.
ຕອນບ່າຍຂອງວັນດຽວກັນ ສົມເດັດພະເທບ ໄດ້ເຂົ້າຢ້ຽມຄຳນັບທ່ານ ຈູມມາລີ ໄຊຍະສອນ ປະທານປະເທດແຫ່ງ ສປປ ລາວ ຊຶ່ງການພົບປະ ເຕັມໄປດ້ວຍ ບັນຍາ ກາດແຫ່ງ ໄມຕີຈິດມິດຕະພາບອັນສະໜິດສະໜົມຮັກແພງ ຖານປະເທດບ້ານໃກ້ເຮືອນຄຽງທີ່ດີຊຶ່ງປະທານປະເທດ ໄດ້ຕາງໜ້າໃຫ້ປະຊາຊົນລາວ ກ່າວສະແດງ ຄວາມ ຂອບໃຈ ສົມເດັດພະເທບ ໃນການຊ່ວຍເຫຼືອອັນລ້ຳຄ່າໃນໄລຍະຜ່ານມາເປັນການປະກອບສ່ວນສຳຄັນໃນການພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອ ລະກ້າວ ກໍຄືການປະກອບສ່ວນ ເຂົ້າໃນການພັດທະນາປະເທດຊາດຂອງລາວ ໃຫ້ຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ.
ພາຍຫຼັງສຳເລັດການຢ້ຽມຄຳນັບປະທານປະເທດ, ສົມເດັດພະເທບໄດ້ອອກເດີນທາງ ໄປຢ້ຽມຊົມສຳນັກພິມ ແລະ ຈຳໜ່າຍປຶ້ມແຫ່ງລັດ ຂອງກະ ຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ຫຼັງຈາກນັ້ນ ໄດ້ເດີນທາງໄປຍັງແຂວງ ຈຳປາສັກ ໃຫ້ກຽດຕ້ອນຮັບ ໂດຍທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ລັດຖະມົນ ຕີວ່າການກະຊວງການ ຕ່າງປະເທດ; ເຈົ້າແຂວງຈຳປາສັກ ແລະ ປະຊາຊົນຊາວແຂວງ ຈຳປາສັກ ແລະ ໃນຕອນບ່າຍວັນດຽວກັນໄດ້ມີພິທີບາສີສູ່ ຂວັນຕາມຮີດຄອງ ປະເພນີ ລາວ ແລະ ງານລ້ຽງອາຫານ ຄ່ຳທີ່ໂຮງແຮມຈຳປາສັກແກຣນ ໃຫ້ແກ່ສົມເດັດພະເທບ ຈັດ ໂດຍທ່ານ ດຣ. ບຸນຖອງ ດີວິໄຊ ເຈົ້າແຂວງຈຳປາສັກ.
ວັນທີ 9 ທັນວາ 2015 ສົມເດັດພະເທບ ໄດ້ເດີນທາງ ໄປຍັງສູນລ້ຽງງົວໜອງຫີນ ເມືອງປາກຊ່ອງ ໃຫ້ກຽດຕ້ອນ ຮັບໂດຍທ່ານ ດຣ. ບຸນມີ ພອນສະຫວັນ ອະທິການ ບໍດີມະຫາ ວິທະຍາໄລຈຳປາສັກ, ທ່ານ ເຈົ້າເມືອງປາກຊ່ອງ ເພື່ອຢ້ຽມຊົມໂຄງການດັ່ງກ່າວ ແລະ ສົມເດັດພະເທບ ໄດ້ປູກຕົ້ນໄມ້ ຮ່ວມກັບທ່ານ ດຣ. ບຸນຖອງ ດີວິໄຊ. ສູນດັ່ງກ່າວຈະໄດ້ສ້າງ ເປັນສູນທົດລອງປູກພືດຜັກ, ໝາກໄມ້ເມືອງໜາວ, ດອກໄມ້, ລ້ຽງສັດ ແລະ ເພາະພັນເຊັ່ນ: ງົວ, ແບ້, ເປັດ,ໄກ່ ແລະ ປາ ແລະ ເປັນ ສູນຄົ້ນຄວ້າວິໄຈໃຫ້ແກ່ນັກຮຽນນັກສຶກສາຂອງມະຫາວິທະຍາໄລຈຳປາສັກ ຊຶ່ງມີເນື້ອທີ່ທັງໝົດ 32 ເຮັກຕາ. ຫຼັງຈາກນັ້ນ, ໄດ້ເດີນທາງໄປ ຢ້ຽມຢາມ ໂຮງໝໍເມືອງ ປາກຊ່ອງ ໂດຍໄດ້ຮັບຟັງການລາຍ ງານຫຍໍ້ກ່ຽວກັບຄວາມເປັນ ມາຂອງໂຄງການພັດທະນາ ໂຮງໝໍເມືອງປາກຊ່ອງ ພາຍ ໃຕ້ການຮ່ວມມືທາງດ້ານວິຊາ ການລາວ-ໄທ ຈາກທ່ານ ສິງທອງ  ລາບພິເສດພັນ ຮອງຫົວໜ້າກົມຮ່ວມມືລະຫວ່າງປະເທດ, ກະຊວງການຕ່າງປະເທດໄທ ແລະ ມອບອຸປະກອນການແພດໃຫ້ໂຮງໝໍເມືອງ ປາກຊ່ອງ. ນອກຈາກນີ້ ສົມເດັດ ພະເທບ ຍັງໄດ້ເດີນທາງໄປສະ ຖານທີ່ການຜະລິດກະສິກຳທີ່ ນັກລົງທຶນໄທມາລົງທຶນ ແລະ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ທຳມະ ຊາດຢູ່ໃນເຂດເມືອງ ປາກຊ່ອງ. ໃນຕອນຄ່ຳໄດ້ສະ ເດັດກັບຄືນປະເທດໄທດ້ວຍ ຄວາມສະຫວັດດີພາບ.

ແຫ່ລງຂ່າວ

ປຊຊ

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...