spot_img
Homeປະເພນີ-ວັດທະນະທຳຄົນລາວ ແລະ ວັດທະນະທຳລາວ

ຄົນລາວ ແລະ ວັດທະນະທຳລາວ

Published on

lg

ຄົນລາວເຮົາເຄີຍເປັນຄົນອ່ອນນ້ອມຖ່ອມຕົວ, ເປັນຄົນອ່ອນໂຍນ ແຕ່ບໍ່ອ່ອນແອ, ມີຄວາມແຂງແຮງ ແຕ່ບໍ່ແຂງກະດ້າງ,​ ທໍາຕົນເປັນຄົນເຮັດຫຍັງເຮັດໄດ້ເວົ້າຫຍັງເວົ້າໄດ້ ເໝືອນດັ່ງຄໍາທີ່ພວກເຮົາເຄີຍເວົ້າກັນເລື້ອຍໆວ່າ: ຕີຫຼົບທົບໄດ້”. ເວົ້າເລື່ອງການສະແດງມາລະຍາດອອກໃນສັງຄົມນັ້ນ ຄົນລາວເຮົາແຕ່ກ່ອນກໍຄືໃນປັດຈຸບັນນັບວ່າໄດ້ເປັນເຊື້ອຊາດທີ່ມີມາລະຍາດອັນດີງາມເຊັ່ນ: ການເຄົາລົບນົບໄຫວ້, ການປະຕິສັນຖານຕ້ອນຮັບແຂກ ຄົນລາວກໍມີວາດມີຊົງອັນດີ, ມີເອກະລັກເປັນຂອງຕົນເອງ,ຮັບແຂກຕົນເອງດ້ວຍພາສາວາຈາທີ່ນິ້ມນວນອ່ອນຫວານເປັນຕົ້ນ ການຖາມຂ່າວເຖິງສຸຂະພາບວ່າຢູ່ດີມີແຮງບໍ?, ພີ່ນ້ອງຂອງເຮົາຢູ່ດີມີແຮງບໍ?, ກິນເຂົ້າແລ້ວບໍ?,ປັດຈຸບັນເພິ່ນໃຊ້ຄໍາວ່າ: ສະບາຍດີຫຼືສະບາຍດີບໍ?”. ການກ່າວຖາມຄໍາວ່າ:​ກິນເຂົ້າແລ້ວບໍ? ໃນສະໄໝບູຮານນັ້ນ, ຖ້າແຂກຂອງຕົນເອງຕອບວ່າ: ຍັງ ຫຼືວ່າ ຍັງບໍ່ທັນກິນເຈົ້າຂອງເຮືອນກໍຮີບຟ້າວຫ້າງຫາກະກຽມອາຫານການກິນເທົ່າທີ່ມີມາສູ່ແຂກຂອງຕົນໃຫ້ໄດ້ກິນ ກ່ອນອື່ນໝົດກໍແມ່ນເຂົ້າປາຢາສູບ ຫຼື ບໍ່ກໍແມ່ນຂອງກິນເຄື່ອງດື່ມອັນໃດອັນໜຶ່ງ, ສ່ວນຜູູ້ເປັນແຂກກໍສະແດງຄວາມປິຕິຊົມຊື່ນຕໍ່ການຕ້ອນຮັບທີ່ດີນັ້ນ ດ້ວຍໃບໜ້າຍິ້ມແຍ້ມແຈ່ມໃສ.ຜູ້ເຖົ້າຜູ້ແກ່ເຄີຍເລົ່າໃຫ້ລູກໆຫຼານໆຟັງເລື້ອຍໆວ່າ: ຄົນລາວເຮົາໃນສະໄໝກ່ອນເດີນທາງໄປຂຶ້ນເໜືອລ່ອງໃຕ້ບໍ່ເຄີຍໄດ້ຖືເຂົ້າຖົງໄປນໍາ ໄປບ້ານໃດກິນບ້ານນັ້ນ, ພຽງແຕ່ແຈ້ງຄໍາປະສົງໃຫ້ເຈົ້າບ້ານນັ້ນຮູ້ວ່າຕົນມາເປັນແຂກ ກໍຈະໄດ້ຖືກຕ້ອນຮັບດ້ວຍອາຫານການກິນຕະຫຼອດຮອດຜ້າຜ່ອນທ່ອນສະໃບສໍາລັບນອນພັກແຮມຄືນທີ່ບ້ານນັ້ນຢ່າງສະບາຍ. ດັ່ງນັ້ນ, ແຕ່ກ່ອນຢູ່ໃນແຕ່ລະບ້ານເພິ່ນໄດ້ປຸກສາລາກາງບ້ານຫຼືສາລາແຄມທ່າເພື່ອໄວ້ຕ້ອນຮັບແຂກຂອງຕົນຈຶ່ງເຮັດໃຫ້ມີຄໍາສອນເຫຼືອໄວ້ຮອດທຸກມື້ນີ້ວ່າ:

,,ລູກຫຼານເອີຍ ການຂຸດນໍ້າບໍ່ກໍ່ສາລາ ຍໍຂາຜູ້ເຖົ້າບຸຸຸນໄດ້ທໍ່ກັນ,,. ນັ້ນກໍໝາຍເຖິງການສະແດງອອກເຖິງຄວາມເສຍສະຫຼະຜົນປະໂຫຍດຂອງຕົນເພື່ອປະໂຫຍດສ່ວນລວມ. ແຕ່ມາຮອດປັດຈຸຸບັນນີ້ ຍັງມີຄົນຈໍານວນໜຶ່ງຍັງບໍ່ທັນເຂົ້າໃຈແຈ້ງໝາຍຂອງຄໍາສັ່ງສອນນັ້ນ, ຈຶ່ງມີຄໍາຖາມແບບຫຼີ້ນໆວ່າ: ຈໍາເປັນບໍຈຶ່ງຂຸດນໍ້າບໍ່ເມື່ອມີນໍ້າປາປາແລ້ວຈໍາເປັນບໍຈະກໍ່ສ້າງສາລາເມື່ຶອມີໂຮງແຮມແລ້ວການຍົກຂາຜູ້ເຖົ້ານັ້ນຍົກເຮັດຫຍັງຍົກແນວໃດ?,, . ຄໍາຖາມເຫຼົ່ານັ້ນ, ບໍ່ພຽງແຕ່ຍ້ອນບໍ່ເຂົ້າໃຈເທົ່ານັ້ນ,ແຕ່ມັນຍັງເປັນຄໍາຖາມເພື່ອສ້າງຄວາມລືມເລືອນຈາກຄໍາສັ່ງສອນອັນມີຄຸຸຸຸຸຸນຄ່າ ແລະ ແສນປະເສີດຂອງບັນພະບູລຸດຂອງເຮົາທີ່ມີມາແຕ່ບູຮານນະການ. ຄົນສະໄໝກ່ອນສອນລູກຫຼານເພິ່ນໃຫ້ມີຄວາມປອງດອງສາມັກຄີກັນ, ໃຫ້ຮູ້ຈັກເອົາຫົວໃຈຫຼາຍດວງໂຮມເຂົ້າເປັນດວງດຽວກັນ,​ ສ້າງຄວາມສາມັກຄີເຮັດຄຸນງາມຄວາມດີເພື່ອເອົາບຸນຄືຜົນໄດ້ຮັບ ແລະ ຕອບແທນຈາກການເຮັດຄວາມດີໃນສິ່ງນັ້ນໆໃຫ້ແກ່ຕົນເອງ,ສິ່ງເຫຼົ່ານັ້ນ ກໍລ້ວນແຕ່ແມ່ນມາລະຍາດທາງສັງຄົມທີ່ມີຄວາມເປັນເອກະລັກຂອງຄົນລາວເຮົາຕັ້ງແຕ່ບູຮານນະການຈົນມາຮອດພວກເຮົາໃນປັດຈຸບັນ.

ເໝືອນດັ່ງກາບກອນທີ່ມີເນື້ອໃນວ່າ:

  • ຄົນລາວເຮົາອ່ອນນ້ອມ ຖ່ອມຕົວບໍ່ອວດເກ່ງ

ແຂງແຮງດີແຕ່ບໍ່ແຂງກະດ້າງ      ເຮັດງານສ້າງໄດ້ທຸກອັນ

ທຸກເຜົ່າພົງພັນເຊື້ອ             ສາມັກຄີກັນແໜ້ນແກ່ນ

ແຕ່ແດນເໜືອຮອດໃຕ້           ຂະບວນສ້າງຮ່ວມກັນ  ແທ້ນາ.

  • ຕາມຮີດຄອງເພິ່ນວ່ານັ້ນຕາມຕໍານານເພິ່ນສອນສັ່ງ

ບຸບພະຊົນສອນສັ່ງໄວ້            ໃຫ້ເຮົາໄດ້ໄຕ່ຕາມ

ວັດທະນະທໍາງາມເລີດລໍ້າ         ຍາມວາຈາກໍຍິ້ມກອ່ນ

ໄຖ່ຖາມແຂກຍາມຮັບຕ້ອນ        ສຸຂະພາບນັ້ນຄອ່ຍຢູ່ດີ ບໍ່ນໍ.

  • ມີຄໍາສອນເພິ່ນກ່າວໄວ້ ຕາມເນື້ອໃນເພິ່ນບອກວ່າ

ຂຸດນໍ້າບໍ່ກໍ່ສາລາຍໍຂາຜູ້ເຖົ້າ        ບຸນນັ້ນໄດ້ທໍ່ກັນ

ມາເຖິງເທົ່າທຸກວັນນີ້             ມີຫຼາຍຄົນບໍ່ຄິດຮໍ່າ

ຄໍາສັ່ງສອນທີ່ວ່ານັ້ນ             ຄວາມໝາຍແທ້ວ່າແມ່ນຫັຍງ ທ່ານເອີຍ.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ແຂວງວຽງຈັນ ປະກາດອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ 163 ຄົນ

ເນື່ອງໃນໂອກາດວັນຊາດ ທີ 2 ທັນວາ 2024 ຄົບຮອບ 49 ປີ ປະທານປະເທດແຫ່ງ ສປປ ລາວ ອອກລັດຖະດໍາລັດ ວ່າດ້ວຍການໃຫ້ອະໄພຍະໂທດ ໃຫ້ແກ່ນັກໂທດທົ່ວປະເທດ...

ສະເໜີໃຫ້ພາກສ່ວນກ່ຽວຂ້ອງແກ້ໄຂ ບັນຫາລາຄາມັນຕົ້ນຕົກຕໍ່າເພື່ອຊ່ວຍປະຊາຊົນ

ໃນໂອກາດດຳເນີນກອງປະຊຸມກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ລະຫວ່າງວັນທີ 16-24 ທັນວາ 2024, ທ່ານ ຂັນທີ ສີວິໄລ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ...

ປະທານປະເທດ ຕ້ອນຮັບລັດຖະມົນຕີກະຊວງຍຸຕິທຳ ສສ ຫວຽດນາມ

ວັນທີ 19 ທັນວາ 2024 ທີ່ຫ້ອງວ່າການສູນກາງພັກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ຫງວ້ຽນ ຫ໋າຍ ນິງ ລັດຖະມົນຕີກະຊວງຍຸຕິທຳ...

ອັດຕາແລກປ່ຽນດີຂຶ້ນ ແຕ່ລາຄາສິນຄ້າບໍ່ຍອມລົງ ຕ້ອງຫາວິທີແກ້ໄຂແນວໃດ?

ທ່ານ ນາງ ວາລີ ເວດສະພົງ, ສະມາຊິກສະພາແຫ່ງຊາດ ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ລະຫວ່າງວັນທີ 16-24...