spot_img
Homeຂ່າວພາຍ​ໃນລາວ-ກຳປູເຈຍ-ຫວຽດນາມ ສືບຕໍ່ສົ່ງເສີມ ການ ຄ້າ ແລະ ທ່ອງທ່ຽວໃນເຂດສາມລ່ຽມພັດທະນາ

ລາວ-ກຳປູເຈຍ-ຫວຽດນາມ ສືບຕໍ່ສົ່ງເສີມ ການ ຄ້າ ແລະ ທ່ອງທ່ຽວໃນເຂດສາມລ່ຽມພັດທະນາ

Published on

DSC_3107.09.12.1

ຂປລ. ບັນດານັກທຸລະກິດ ແລະ ຜູ້ປະກອບການຈາກ ສປປ ລາວ, ກຳປູເຈຍ ແລະ ສສ ຫວຽດນາມ ໃນຂົງ ເຂດສາມລ່ຽມພັດທະນາ ແລະ ອີກ 4 ແຂວງພາກກາງຂອງລາວ ໄດ້ນຳເອົາສິນຄ້າ ແລະ ຜະລິດຕະພັນ ທີ່ໂດດເດັ່ນ ແລະ ເປັນເອກະລັກຂອງຕົນເອງມາວາງສະແດງ ແລະ ຈຳໜ່າຍຢູ່ໃນງານວາງສະແດງສິນຄ້າ ທີ່ຈັດຂຶ້ນ​ແຕ່​ວັນທີ 8-11 ທັນວາ 2015 ທີ່ແຂວງຈໍາປາສັກ ເພື່ອຮັດແໜ່້ນການ ຮ່ວມມືທາງ ດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວແນໃສ່ການສ້າງໂອກາດ ແລະ ເງື່ອນໄຂໃນການຕິດຕໍ່ພົວພັນ, ການແລກປ່ຽນຊື້-ຂາຍສິນຄ້າ ແລະ ການແລກປ່ຽນບົດຮຽນ  ​ແລະ ປະສົບການທາງດ້ານທຸລະກິດຮ່ວມກັນ.

ທ່ານ ຄຳໝັ້ນ ພັນທະລາ ຮອງຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງຈຳປາສັກ ກ່າວໃນພິທີ ເປີດງານວາງສະແດງສິນຄ້າ ແລະ ທ່ອງທ່ຽວ​ໃນວັນທີ 8 ທັນວານີ້ວ່າ: ງານວາງສະ​ແດງ​ສິນຄ້າ ຄັ້ງນີ້ ແມ່ນກິດຈະກຳໜຶ່ງ ຂອງການດຳເນີນ ກອງປະຊຸມລັດຖະມົນຕີ ຄະນະກຳມະການ ປະສານງານຮ່ວມ ເຂດສາມລ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 10 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ, ໂດຍມີຈຸດປະສົງ ເພື່ອສົ່ງເສີມການຄ້າ ແລະ ການທ່ອງທ່ຽວພາຍໃນສາມປະ​ເທດ ໂດຍສະເພາະໃນຂອບເຂດສາມລ່ຽມພັດທະນາທີ່ກວມເອົາ 13 ແຂວງຂອງ ສາມປະເທດໃນເນື້ອທີ່ທັງໝົດ144,600 ກິໂລຕາແມັດ. ພາຍໃນງານ ມີຜູ້ປະກອບ ການທຸລະກິດເຂົ້າຮ່ວມເກືອບ 300 ຫ້ອງວາງສະແດງ, ໃນນັ້ນ ມາຈາກກຳປູເຈຍ ແລະ ຫວຽດນາມ 9 ຫ້ອງ. ສ່ວນທີ່ເຫລືອມາຈາກຜູ້ປະກອບການທຸລະ ກິດພາຍໃນປະເທດ ລວມມູນຄ້າສິນຄ້າທີ່ເຂົ້າມາວາງສະແດງ ແລະ ຈຳໜ່າຍທັງໝົດມີປະມານ 4 ຕື້ກີບ ຄາດວ່າຈະມີ ເງິນໝູນວຽນໃນແຕ່ລະວັນ ປະມານ 500 ລ້ານກີບ.

ບັນດາຜະລິດຕະພັນທີ່ນຳມາວາງສະແດງ ແລະ ຈຳໜ່າຍໃນງານນີ້ ລ້ວນແລ້ວແຕ່ເປັນສິນຄ້າທີ່ເປັນທ່າແຮງ ຂອງແຕ່ລະປະເທດເຊັ່ນ: ການເຟ, ເຄື່ອງຫັດຖະກຳ, ເຄື່ອງແກະສະຫລັກ, ເຟີນີເຈີ, ເຄື່ອງອຸປະ ໂພກ-ບໍລິ ໂພກ, ​ເຄື່ອງ ນຸ່ງ​ຫົ່ມ, ຢາພື້ນເມືອງ ແລະ ຜະລິດຕະພັນສົ່ງເສີມການທ່ອງທ່ຽວ. ທີ່​ສຳຄັນ​ງານ​ວາງສະ​ແດງ​ຄັ້ງນີ້ ຍັງເປັນການສົ່ງ ເສີມການຜະລິດຈາກພູມປັນຍາຂອງຊາວບ້ານ ​ໃນສາມປະເທດ ໂດຍສະເພາະໃນເຂດສາມລ່ຽມ ພັດທະນາໂດຍແນໃສ່ ແກ້ໄຂຄວາມທຸກຍາກ ແລະ ສົ່ງເສີມການຜະລິດໃຫ້ນັບມື້ນັບເປັນສິນຄ້າ ແລະ ມີຄວາມຍືນຍົງ.

ໃຫ້ກຽດຕັດແຖບຜ້າເພື່ອເປີດງານດັ່ງກ່າວຢ່າງເປັນທາງການມີ ທ່ານ ບົວສອນ ວົງສາຄອນ ຮອງເຈົ້າ ແຂວງໆ ຈຳປາສັກ, ທ່ານ ດາວັນຮຽວ ຫົວໜ້າກົງສູນໃຫຍ່ ສສ ຫວຽດນາມປະຈຳພາກໃຕ້ ສປປ ລາວ, ທ່ານ ມີໂປ ຕາງໜ້າກະຊວງໄປສະນີ ແລະ ໂທລະຄົມມະນາຄົມກຳປູເຈຍ ແລະ ທ່ານ ສົມຫວັງ ນິນທະວົງ ຫົວໜ້າກົມສົ່ງເສີມ ແລະ ພັດທະນາສິນຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...