spot_img
Homeຂ່າວຕ່າງປະເທດສະຖານະການພິກ! ສະຫະລັດຯນຳໜ້າ ໂຈມຕີຄ້າຍທະຫານຊີຣີ ເຈົ້າບ້ານປະນາມ ຖືເປັນການຮຸກຮານ!

ສະຖານະການພິກ! ສະຫະລັດຯນຳໜ້າ ໂຈມຕີຄ້າຍທະຫານຊີຣີ ເຈົ້າບ້ານປະນາມ ຖືເປັນການຮຸກຮານ!

Published on

EyWwB5WU57MYnKOuYBjmuEPgeJKzQEecf4fWqbcnGlXjrBVLQE1MSf

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 8 ທັນວານີ້ວ່າ ສະຖານະການ ສົ່ງຄາມກາງເມືອງຊີຣີ ໄດ້ພິກປີ້ນເຂົ້າສູ່ສະຖານະການໃໝ່ ເມື່ອມື້ວານນີ້ (7 ທັນວາ) ລັດຖະບານຊີຣີ ແລະ ກຸ່ມສັງເກດການ ດ້ານສິດທິມະນຸດໃນຊີຣີ ໄດ້ອອກມາລາຍງານວ່າ ເຮືອບິນສູ້ຮົບ ຂອງກອງກຳລັງພັນທະມິດຊາດຕາເວັນຕົກ ນຳໂດຍສະຫະລັດອາເມຣິກາ ໄດ້ທຳການໂຈມຕີໃສ່ຄ້າຍທະຫານ ຂອງກອງທັບລັດຖະບານຊີຣີ ທາງພາກຕາເວັນອອກຂອງປະເທດ ໃນວັນທີ 6 ທັນວາ 2015 ດ້ວຍການຍິງລູກສອນໄຟ 9 ລູກ ສົ່ງຜົນເຮັດໃຫ້ ລົດຂອງກອງທັບຈຳນວນໜຶ່ງຖືກທຳລາຍ ແລະ ມີເຈົ້າໜ້າທີ່ເສຍຊີວິດ 3 ຄົນ ບາດເຈັບອີກ 13 ຄົນ.

ຈາກເຫດການດັ່ງກ່າວ ໄດ້ເຮັດໃຫ້ກະຊວງການຕ່າງປະເທດຊີຣີ ຍື່ນໜັງສືປະທ້ວງ ຕໍ່ຄະນະມົນຕີຄວາມໝັ້ນຄົງ ແຫ່ງ ສະຫະປະຊາຊາດ ຢ່າງເປັນທາງການ ວ່າຂໍປະນາມການໂຈມຕີດັ່ງກ່າວນີ້ ຊຶ່ງຖືວ່າເປັນການຮຸກຮານ.

ກ່ອນໜ້ານີ້ ທ່ານ ບາຊາ ອັນ-ອັດຊາດ ປະທານາທິບໍດີຊີຣີ ໄດ້ອອກມາປະນາມຫລາຍຄັ້ງ ເຖິງການໂຈມຕີທາງອາກາດ ຂອງກອງກຳລັງພັນທະມິດຕາເວັນຕົກ ໃສ່ເປົ້າໝາຍຕ່າງໆ ພາຍໃນປະເທດຊີຣີ ແມ່ນຖືເປັນເລື່ອງຜິດກົດໝາຍ ເນື່ອງຈາກລັດຖະບານຂອງຊີຣີເອງ ບໍ່ເຄີຍອະນຸຍາດເປີດນ່ານຟ້າໃຫ້, ຊຶ່ງແຕກຕ່າງຈາກ ກໍລະນີການໂຈມຕີຂອງຣັດເຊຍ ທີ່ແມ່ນຝ່າຍລັດຖະບານຊີຣີເອງ ເປັນຜູ້ດຳເນີນການຮ້ອງຂໍ ໃຫ້ເຂົ້າມາຊ່ວຍເຫລືອ ປາບປາມກຸ່ມຕິດອາວຸດຕ່າງໆ ຢ່າງຖືກຕ້ອງ ຕາມກົດໝາຍ.

 

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...