spot_img
Homeຂ່າວພາຍ​ໃນສະຖານະພາບປະຊາກອນໂລກປີ 2015

ສະຖານະພາບປະຊາກອນໂລກປີ 2015

Published on

DSC_0032

ວັນ​ທີ 7 ທັນວາ​ນີ້, ອົງການ​ສະຫະ​ປະຊາ​ດກອງ​ທຶນສຳລັບ​ປະຊາກອນ​ (​UNFPA )  ປະ ຈຳ​ລາວໄດ້​ຈັດ​ກອງ​ປະຊຸມ​ເຜີຍ​ແຜ່​ບົດ​ລາຍ​ງານ​ສະຖານະ​ພາບ​ປະຊາກອນ​ໂລກ​ປະຈຳ​ປີ 2015 ພາບ​ໃຕ້​ຫົວ​ຂໍ້ ” ປົກປ້ອງ​ຈາກ​ວິ​ທີ​ຫັນປ່ຽນ​ຍຸດ​ທະ​ສາດ​ເພື່ອ​ແມ່ຍິງ ​ແລະ ​ເດັກ​ຍິງ​” ຂື້ນ​ທີ່​ໂຮງ​ແຮມ ​ເມີ​ຄິວ​ໃນ​ນະຄອນ​ລວງ​ວຽງ​ຈັນ, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ດຣ ກິ​ແກ້ວ ຈັນທະ​ບູລີ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ແຜນການ ​ແລະ ການ​ລົງ​ທຶນ, ທ່ານ ດຣ ຮາ​ຊານ ​ໂມ​ຕາຊາມີ, ຜູ້​ຕາງໜ້າ​ອົງການ UNFPA ປະຈຳ​ລາວ, ພ້ອມ​ດ້ວຍ​ຜູ້​ຕ່າງ​ໜ້າ​ພາກສ່ວນ​ກ່ຽວຂ້ອງຕ່າງໆ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫຼາຍ.

ທ່ານ​ລັດຖະມົນຕີ​ຊ່ວຍ​ມີ​ຄຳ​ຫັນ​ໃນ​ພິທີ​ວ່າ: ໃນທຸກໆປີ, ກະຊວງແຜນການ ແລະ ການລົງທຶນ ​ໄດ້ຮ່ວມກັບ ອົງການສະຫະປະຊາຊາດກອງທຶນ​ສຳລັບປະຊາກອນໄດ້​ລາຍ​ງານ​ສະຖານະ​ພາບ​ປະຊາກອນ​ໂລກຂື້ນ ​ແລະ ສະເພາະປີນີ້, ຍິ່ງມີຄວາມໝາຍຄວາມ​ສຳຄັນຫຼາຍໃນການຈັດຕັ້ງປະຕິບັດແຜນດຳເນີນງານ

ຂອງກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ (International Conference for Population and Development (ICPD)). ​​ເຊິ່ງໄດ້ເຫນັ້ນໃຫ້ບັນລຸ​ເປົ້າ​ໝາຍສະຫະສະຫວັດ​ເພື່ອ​ການ​ພັດທະນາ MDGs ​ແລະ ເປົ້າຫມາຍພັດທະນາແບບ ຍືນຍົງ (SDGs). ໃນປັດຈຸບັນອັດຕາການຂະຫຍາຍຕົວຂອງຈຳນວນປະຊາກອນໂລກ ແມ່ນນັບມື້ນັບເພີ່ມຂຶ້ນ, ອີງຕາມບົດລາຍງານສະຖານະພາບປະຊາກອນໂລກ ປີ 2015 ຊີ້ໃຫ້ເຫັນວ່າ, ການຕອບສະຫນອງຄວາມຕ້ອງການທາງດ້ານສຸຂະພາບຈະເລີນພັນແມ່ຍິງ ແລະ ໄວໜຸ່ມຍິງ ສ່ວນຫຼາຍຖືກປະລະໃນເວລາເກີດໄພພິບັດ ແລະ ເກີດມີຂໍ້ຂັດແຍ່ງເຊັ່ນ : ການຕອບສະໜອງເຂົ້າເຖີງການບໍລິການຂອງ​ແພດ ພະດຸງຄັນ, ການປ້ອງກັນເຊື້ອ HIV ແລະ ອື່ນໆ .

ທ່ານລັດຖະມົນຕີຊ່ວຍກ່າວວ່າ: ​ປັດຈຸບັນປະຊາກອນປະມານ 100 ລ້ານຄົນ ແມ່ນມີຄວາມຕ້ອງການການຕອບສະໜອງທາງດ້ານສຸຂະພາບທາງເພດ ແລະ ຈະເລີນພັນ, ເຊິ່ງໃນນັ້ນ 26 ລ້ານຄົນ ແມ່ນ ແມ່ຍິງ ແລະ ໄວໜຸ່ມຍິງ ທີ່ຢູ່ໃນໄວຈະເລີນພັນ. ນອກນັ້ນ, 3/5 ຂອງອັດຕາການຕາຍ ແມ່ ແລະ ເດັກ ໃນປະຈຸບັນ ແມ່ນເກີດຂຶ້ນ ໃນບັນດາປະເທດ ທີ່ມີຄວາມສ່ຽງ ແລະ ຄວາມບອບບາງ ຕໍ່ກັບໄພພິບັດທາງທຳມະຊາດ ຫຼື ຂໍ້ຂັດແຍ່ງ. ການຖືພາ ແລະ ການເກີດລູກ ທີ່ບໍ່ມີສຸຂະອານາໄມ, ການຖືກພາແບບບໍ່ຕ້ອງການ ແລະ ພະຍາດຕິດຕໍ່ທາງເພດ ແມ່ນຕົ້ນເຫດທີ່ພາໃຫ້ອັດຕາການຕາຍຂອງ ແມ່ ເພີ່ມຂື້ນ ຈຳນວນ 507 ຄົນ/ມື້ ໃນປະເທດເຫຼົ່າານີ້. ດັ່ງນັ້ນ, ການຕອບສະໜອງການເຂົ້າເຖີງການບໍລິການສຸຂະພາບຈະເລີນພັນ, ເພດສຶກສາ ແລະ ການວາງແຜນຄອບຄົວ ແມ່ນມີຄວາມຈຳເປັນ ເພື່ອເຮັດໃຫ້ອັດຕາການຕາຍ ຂອງ ແມ່ຍິງ ແລະ ເດັກ ຫຼຸດລົງ.ຜ່ານມາ ລັດຖະບານ ເວົ້າສະເພາະ ສປປ ລາວ ໄດ້ຈັດຕັ້ງປະຕິບັດວຽກງານດັ່ງກ່າວຢ່າງຕັ້ງຫນ້າ ແລະ ແຂງແຮງ ເຊິ່ງໄດ້ສະແດງອອກໃນຜົນສຳເລັດຂອງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VII ແລະ ສາມາດສຳເລັດ ເປົ້າຫມາຍຫລັກຂອງ ແຜນ 5 ປີ ຄັ້ງທີ່VIII ຂອງລັດຖະບານ ຄື: ສຳເລັດເປົ້າຫມາຍສະຫະສະຫວັດດ້ານການພັດທະນາ MDGs ທີ່ຍັງບໍ່ທັນບັນລຸ, ບັນລຸເປົ້າຫມາຍພັດທະນາແບບ ຍືນຍົງ SDGs ທີ່ໄດ້ກໍານົດໃນ 3 ເສົ້າຄໍ້າ: ເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ,ເຮັດໃຫ້ປະຊາຊົນ ບັນດາເຜົ່າ ມີຊີວິດການເປັນຢູ່ທີ່ ດີຂື້ນ ສປປ ລາວ ຫລຸດພົ້ນ ອອກຈາກ ສະຖານະພາບດ້ອຍພັດທະນາໃນ ປີ 2020, ດັ່ງນັ້ນຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນ ໂດຍສະເພາະຂະແໜງການສຶກສາ, ສາທາລະນະສຸກ ກໍ່ຄືບັນດາອົງການຈັດຕັ້ງມະຫາຊົນ ທີ່ມີສາຍພົວພັນກັບການຈັດຕັ້ງຢູ່ຮາກຖານ,ໂດຍສະເພາະຢູ່ເຂດຊົນນະບົດ,ພູດອຍຫ່າງ​ໄກສອກຫຼີກ, ເຂດຊົນເຜົ່າ ຈະຕ້ອງຊອກຫາມາດຕະການຕ່າງໆເພື່ອສົ່ງເສີມໃຫ້ ແມ່ຍິງ ແລະ ເດັກ ໄດ້ຮັບການສຶກສາຈົບຊັ້ນມັດທະຍົມເປັນຢ່າງຕໍ່າ ແລະ ເອົາການສຶກສາກ່ຽວກັບສຸຂະພາບໄວຈະເລີນພັນເຂົ້າສອນເປັນທາງການ ຫຼື ຜ່ານຂະບວນກິດຈະກຳຕ່າງໆ ຂອງໂຮງຮຽນ ນັບແຕ່ຊັ້ນປະຖົມ, ສຳລັບເຂດຊົນນະບົດຫຼໍ່ແຫຼມທີ່ນັກຮຽນມີຄວາມສ່ຽງຈະບໍ່ສືບຕໍ່ຮຽນຊັ້ນມັດຖະຍົມ.  ພ້ອມດ່ຽວກັນນີ້ ​ເພື່ອ​ຈະ​ແກ້​ໄຂ​ບັນຫາ​ການ​ຫຼຸດຜ່ອນ​ອັດຕາ​ການ​ຕາຍ​ຂອງ ແມ່ຍິງ ແລະ ເດັກ ​ໃນ​ເວລາ​ເກີດ​ລູກຕາມ​ຕົວ​ຊີ້​ວັດ MDG 4 ​​ແລະ 5 ນັ້ນ ຂ້າພະ​ເຈົ້າ​ເຫັນ​ວ່າ ພວກ​ເຮົາ​​ຕອ້ງ​ໄດ້​ເພີມທະວີ ສຸມ​ກຳລັງ​ເຫື່ອ​ແຮງ ​ແລະ ທຶນຮອນ  ​ເພື່ອ​ຊຸກຍູ້​ໃຫ້​ ແມ່ຍິງ ແລະ ເດັກ ​ໄດ້​ມີ​ໂອ​ກາດຮຽນ​ໃຫ້​ຫຼາຍ ທັງ​ສາຍ​ສາມັນ ​ແລະ ອາຊີວະ​ສຶກສາ ​ແລະ​ ມີ​ວຽກ​ເຮັດ​ງານ​ທຳ ​ເມື່ອ​ຄົບ​ອາຍຸ 18 ປີ ຂຶ້ນ​ໄປ​ສາມາດ​ແຕ່ງງານ​ສ້າງ​ຄອບຄົວ​ໄດ້  ຕາມ​ກົດໝາຍ​ຄອບຄົວ ກໍ​ຄື​ ກົດໝາຍ​ວ່າ​ດ້ວຍ​ການ​ພັດທະນາ ​ແລະ ປົກ​ປ້ອງ​ແມ່ຍິງ. ໜ່ວຍ​ງານ​ທີ່​ຮັບຜິດຊອບ​ກົດໝາຍ​ດັ່ງກ່າວ​ນີ້ ຄວນ​ນຳ​ໄປ​ເຜີຍ​​ແຜ່​ໃຫ້ຫຼາຍ​ຢູ່​ເຂດ​ຊົນນະບົດ​ຫ່າງ​ໄກ​ສອກຫຼີກ  ​ແລະ ມີມາດ​ຕະການ​ຕໍ່​ຜູ້​ລະ​ເມີດ​ຢ່າງ​ເໝາະ​ສົມ ແລະ ເຊື່ອໝັ້ນວ່າບົດລາຍງານສະຖານະພາບປະຊາກອນໂລກປະຈຳປີ 2015  ແມ່ນເປັນປະໂຫຍດຫຼາຍສຳລັບ ສປປ ລາວ ທີ່ຈະໄດ້ຮຽນຮູ້ຈາກບັນດາປະເທດອື່ນໆ ແລະ ປະສົບການໃນທົ່ວໂລກ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...