spot_img
Homeຂ່າວພາຍ​ໃນຈັບຄາດຕະກອນໃຈໂຫດ ຂ້າຍິງສາວ ອາຍຸ 15 ປີ ທີ່ຊຽງຂວາງ

ຈັບຄາດຕະກອນໃຈໂຫດ ຂ້າຍິງສາວ ອາຍຸ 15 ປີ ທີ່ຊຽງຂວາງ

Published on

1497576_692650500766625_1221448466_n

ຄະດີຄາດຕະກຳນາງ ປ່າໃຈ ວື່ ອາຍຸ 15 ປີ, ນັກຮຽນຢູ່ບ້ານ ຍວນ ເມືອງແປກ ແຂວງຊຽງ ຂວາງ ທີ່ເປັນຂ່າວຮືຮາໃນອິນເຕີ ເນັດ ( ເຟດບຸກ ) ໃນຕົ້ນເດືອນ ພະຈິກທີ່ຜ່ານມາ, ເຈົ້າໜ້າທີ່ພະ ແນກຕຳຫຼວດສືບສວນ-ສອບ ສວນ ກອງບັນຊາການ ປກສ ແຂວງຊຽງຂວາງ ສາມາດຈັບ ຄາດຕະກອນຂອງຄະດີລາຍນີ້ ໄດ້ແລ້ວ; ຊື່ທ້າວ ຢົວຊົງ ອາຍຸ 15 ປີ, ອາຊີບນັກຮຽນ ຢູ່ບ້ານ ໜອງຜື ເມືອງຄູນ ແຂວງຊຽງ ຂວາງ ໃນກາງເດືອນພະຈິກ. ປັດ ຈຸບັນ, ເຈົ້າໜ້າທີ່ໄດ້ປະກອບສຳ ນວນຄະດີສົ່ງໃຫ້ໄອຍະການປະ ຊາຊົນ ແຂວງຊຽງຂວາງ ສັ່ງຟ້ອງ ສານປະຊາຊົນ ຕັດສິນລົງໂທດ ຕາມລະບຽບກົດໝາຍ. ເຈົ້າໜ້າທີ່ພະແນກສືບສວນ- ສອບສວນ ປກສ ແຂວງຊຽງ ຂວາງ ໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ຮັບ ແຈ້ງຄວາມຈາກປະຊາຊົນບ້ານ ຍວນ ເມືອງແປກ ແຂວງຊຽງ ຂວາງ ໃນວັນທີ 4 ພະຈິກ 2013 ວ່າ: ໄດ້ມີຍິງສາວຖືກຄາດຕະກຳ ຢູ່ແຄມຫ້ວຍ ຕີນພູຫົວຊ້າງໃກ້ ກັບບ້ານຍວນ. ຜ່ານການຊັນນະ ສູດ ແລະ ເກັບກຳຂ້ໍມູນຢູ່ສະຖານ ທີ່ເກີດເຫດ, ພົບເຫັນຜູ້ຖືກເຄາະ ຮ້າຍຊື່ນາງ ປ່າໃຈວື່ ອາຍຸ 15 ປີ, ຖືກທຸບຕີທີ່ໜ້າຜາກ ແລະ ງ່ອນ ດ້ວຍຂອງແຂງ ໃນສະພາບນຸ່ງ ເຄື່ອງນັກຮຽນ. ຜ່ານການສືບສວນ- ສອບສວນ ແລະ ຂຶ້ນບັນຊີເປົ້າ ໝາຍຕິດຕາມ; ມາຮອດວັນທີ 12 ພະຈິກ 2013, ຈຶ່ງສາມາດ ຈັບຄາດຕະກອນໄດ້. ຄາດຕະກອນຄົນນີ້, ໄດ້ຮັບ ສາລະພາບວ່າ: ໄດ້ລົງມືຄາດຕະ ກຳນາງ ປ່າໃຈວື່ ແທ້; ກ່ອນໜ້າ ນີ້, ພວກກ່ຽວມີການພົວພັນກັນ ແບບບ່າວ-ສາວມາແຕ່ທ້າຍເດືອນ ກັນຍາ 2012. ໃນໄລຍະຜ່ານມາ, ພວກກ່ຽວໄດ້ນັດພົບກັນຢູ່ໂຮງ ຮຽນສີບຸນເຮືອງ ແລະ ລົມກັນ ທາງໂທລະສັບ. ນອກຈາກນັ້ນ, ຍັງໄດ້ເຄີຍຍ່າງໄປສົ່ງນາງ ປ່າໃຈ ວື່ ທີ່ບ້ານຍວນ ປະມານ 4-5 ຄັ້ງ; ພໍກັບມາເຮືອນ, ຜູ້ເປັນອ້າຍ ໄດ້ເວົ້າໃຫ້ວ່າ: ພໍ່-ແມ່ສົ່ງໄປຮຽນ ຕ້ອງຕັ້ງໃຈຮ່ຳຮຽນ ແລະ ອີກ ຢ່າງໜຶ່ງ, ນາງ ປ່າໃຈວື່ ກໍມີແຟນ ຫຼາຍຄົນ. ຫຼັງຈາກນັ້ນ, ຜູ້ກ່ຽວ ຈຶ່ງພະຍາຍາມຫ່າງເຫີນຈາກນາງ ປ່າໃຈວື່ ແລະ ຜູ້ກ່ຽວຍັງໄດ້ເວົ້າ ໃຫ້ນາງ ປ່າໃຈວື່ ວ່າ: ເຈົ້າມີແຟນ ຫຼາຍຄົນ, ເຮົາເຊົາເປັນແຟນກັນ ສາ. ຕົກມາຮອດວັນທີ 4 ພະຈິກ 2013, ເວລາປະມານ 12:00 ໂມງ ຫຼັງຈາກເລີກໂຮງຮຽນ, ທ້າວ ຢົວຊົ່ງ ໄດ້ກັບມາຮອດເຮືອນ ຂອງອ້າຍ ຢູ່ບ້ານໂພນງາມເໜືອ ແລະ ໃນມື້ນັ້ນ, ພວກກ່ຽວໄດ້ມີ ປາກສ່ຽງກັນ ແລະ ນາງ ປ່າໃຈວື່ ໄດ້ຖາມຜູ້ກ່ຽວວ່າ: ເປັນຫຍັງເຈົ້າ ຈຶ່ງເລີກເປັນແຟນກັບຂ້ອຍ? ຜູ້ ກ່ຽວຕອບວ່າ: ພໍ່-ແມ່, ອ້າຍ- ເອື້ອຍສົ່ງໄປຮຽນ ເພິ່ນຢາກໃຫ້ ຕັ້ງໃຈຮຽນ, ບໍ່ຢາກໃຫ້ລົມສາວ ຢ້ານຮຽນບໍ່ຈົບ. ນາງ ປ່າໃຈວື່ ເວົ້າວ່າ: ຖ້າຈະເລີກກັນແທ້ ຂໍ ໃຫ້ເຈົ້າໄປຫຼິ້ນນຳຂ້ອຍອີກເທື່ອ ໜຶ່ງໄດ້ບໍ່? ຈາກນັ້ນ, ທັງສອງກໍ ພາກັນມຸ່ງໜ້າໄປຫາປ່າແຄມຫ້ວຍ ແລ້ວພາກັນນັ່ງຫຼິ້ນຢູ່ໃນປ່າ, ມີ ການເວົ້າລົມກັນຫຼາຍເລື່ອງ. ຫຼັງ ຈາກນັ້ນ, ກໍໄດ້…! ໂດຍນາງບໍ່ ໄດ້ ຂັດໃຈ; ພາຍຫຼັງສຳເລັດແລ້ວ, ນາງ ປ່າໃຈວື່ ກໍຊວນໄປພູຫົວ ຊ້າງ, ຈົນຮອດເວລາ 16:00 ໂມງ, ພວກກ່ຽວກໍໄດ້…! ກັນ ເປັນເທື່ອທີ 2. ຈາກນັ້ນ, ໄດ້ ພ້ອມກັນຍ່າງລົງມາທາງຕັດໃໝ່; ເວລາຍ່າງລົງມາ, ໄດ້ມີຄົນໂທລະ ສັບຫານາງ ປ່າໃຈວື່ ແຕ່ຜູ້ກ່ຽວ ບໍ່ຍອມຮັບ. ພໍມາຮອດບ່ອນທີ່ ພວກກ່ຽວ…! ກັນທຳອິດ, ທ້າວ ຢົວຊົ່ງ ໄດ້ຄອບນາງ ປ່າໃຈວື່ ວ່າ: ຂ້ອຍຈະກັບເຮືອນແລ້ວ, ເຮົາແຍກ ທາງກັນເທາະ; ນາງ ປ່າໃຈວື່ ໄດ້ ມາຈັບເສື້ອເບື້ອງຫຼັງຂອງຜູ້ກ່ຽວ ພ້ອມທັງເວົ້າວ່າ: ເຈົ້າຕ້ອງເອົາ ຂ້ອຍເປັນເມຍ, ຜູ້ກ່ຽວໄດ້ຕອບ ວ່າ: ເອົາກໍໄດ້, ແຕ່ໃຫ້ຂ້ອຍສອບ ເສັງນັກຮຽນເກັ່ງແລ້ວສາກ່ອນ; ນາງ ປ່າໃຈວື່ ເວົ້າວ່າ: ຢ້ານເຈົ້າ ໜີ. ຜູ້ກ່ຽວເວົ້າວ່າ: ຂ້ອຍບໍ່ໜີ ດອກ, ບໍ່ເຊື່ອເອົາໂທລະສັບຂ້ອຍ ໄວ້ກໍໄດ້. ຫຼັງຈາກນັ້ນ, ຍິ່ງມີການ ຜິດຖຽງກັນ ແລະ ຜູ້ກ່ຽວໄດ້ ຄອບນາງວ່າ: ຂ້ອຍຈະກັບບ້ານ ແລ້ວ; ນາງ ປ່າໃຈວື່ ກໍຈັບຫຼັງ ເສື້ອເບື້ອງຊ້າຍ ແລ້ວດຶງຜູ້ກ່ຽວປິ່ນ ໜ້າກັບຄືນມາຫານາງ ແລະ ໄດ້ ໃຊ້ມືຕີໃບໜ້າຂອງຜູ້ກ່ຽວ 2-3 ບາດ. ຫຼັງຈາກນັ້ນ, ຜູ້ກ່ຽວ ຈຶ່ງ ໃຊ້ມືຊຸກໜ້າເອິກຂອງນາງ ປ່າໃຈ ວື່ ຈົນລົ້ມລົງ ແລ້ວໃຊ້ມືບີບຄໍ ນາງ, ແຕ່ ນາງ ປ່າໃຈວື່ ໄດ້ໃຊ້ ຕີນຖີບໜ້າຜູ້ກ່ຽວອອກ ແລ້ວ ຕ່າງຄົນຕ່າງກໍກິ້ງລົງໂນນພູ; ນາງ ປ່າໃຈວື່ ໄດ້ລຸກຂຶ້ນກ່ອນ ແລ້ວ ແລ່ນລົງໄປຫ້ວຍນ້ຳ ແລະ ຈັບ ເອົາກ້ອນຫີນ; ຜູ້ກ່ຽວໄດ້ແລ່ນ ຕາມຫຼັງໄປ, ນາງ ປ່າໃຈວື່ ຈະ ເອົາກ້ອນຫີນຕີໃສ່ຫົວຜູ້ກ່ຽວ, ແຕ່ຜູ້ກ່ຽວຈັບແຂນໄດ້ ແລ້ວຊຸກ ນາງ ປ່າໃຈວື່ ແນບໃສ່ແຄບ ຫ້ວຍນ້ຳ, ຜູ້ກ່ຽວໄດ້ຈັບເອົາກ້ອນ ຫີນຕີໃສ່ໜ້າຜາກຂອງນາງ ປ່າ ໃຈວື່ 2-3 ບາດ; ນາງ ປ່າໃຈວື່ ໝົດສະຕິ, ລົ້ມນອນຂວ້ຳລົງ ບວກນ້ຳ ຜູ້ກ່ຽວກໍຖິ້ມກ້ອນຫີນ ນ້ອຍ, ແນມເຫັນກ້ອນຫີນໃຫຍ່ ແລ້ວກໍຈັບເອົາກ້ອນຫີນມາຕີໃສ່ ງ່ອນດ້ານຫຼັງນາງ ປ່າໃຈວື່ ທີ່ ນອນໝົດສະຕິຢູ່ບວກນ້ຳຕື່ມອີກ 2-3 ບາດ. ຫຼັງຈາກນັ້ນ, ກໍໂຍນ ກ້ອນຫີນດັ່ງກ່າວໃສ່ນາງ ປ່າໃຈ ວື່ ແລ້ວກໍກັບມາຊອກເອົາໂທລະ ສັບມືຖືຂອງຕົນເອງທີ່ນາງ ປ່າໃຈ ວື່ ໄດ້ໂຍນຖິ້ນຢູ່ບໍລິເວນທີ່ຕໍ່ສູ້ ກັນເບື້ອງຕົ້ນ; ເມື່ອໄດ້ໂທລະສັບ ແລ້ວ, ກໍຍ່າງໄປຈັບເອົາຖົງປຶ້ມ ແລະ ຍ່າງກັບເຮືອນຢູ່ບ້ານໂພນ ງາມເໜືອ. ທີ່ມາ: ໜັງສືພີມຄວາມສະຫງົບ ວັນທີ 20 ທັນວາ 2013

ຂໍ້ມູນຈາກ:  ໂທລະໂຄ່ງ THOLAKHONG

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...