Homeຂ່າວຕ່າງປະເທດຫວຽດນາມ ສ້າງຕັ້ງສຳນັກງານທະນາຍຄວາມການຄ້າສາກົນ

ຫວຽດນາມ ສ້າງຕັ້ງສຳນັກງານທະນາຍຄວາມການຄ້າສາກົນ

Published on

400.123

ຂປລ.ຕາມ​ຂ່າວ​ ຕ່າງປະ​ເທດ, ວັນ​ທີ 7 ທັນວາ 2015, ທ່ານ ດຣ ​ໂດ​ງ້ອກທິ້ງ ຮອງ​ປະທານ ​ສະຫະພັນ​ ທະນາຍຄວາມ ຫວຽດນາມ ຖະ​ແຫລ​ງວ່າ: ການສ້າງ​ຕັ້ງ​​​ ສຳນັກງານ ທະນາຍຄວາມ​ ການ​ຄ້າ​ສາກົນ ​ຂຶ້ນ​ກັບ ​ສະຫະພັນ ​ທະນາຍຄວາມ ຫວຽດນາມ ຢູ່​ນະຄອນຫລວງ​ ຮ່າ​ໂນ້ຍ ​ເພື່​ອ​ແນ ​ໃສ່​ຊຸກຍູ້​ ບັນດາ​ ການ​ເຄື່ອນ​ໄຫວ ​ພົບ​ປະ​ແລກປ່ຽນ ບົດຮຽນ ​ແລະ ການ​ຮ່ວມ​ມື ລະຫວ່າງ​ ບັນດາ​ອົງການ ທີ່​ ເຮັດ​ອາຊີບ ​ທະນາຍຄວາມ, ​ເປັນ​ທະນາຍຄວາມ, ຊ່ຽວຊານ​ ດ້ານ​ກົດໝາຍ ​ແລະ ນັກວິ​ສາ​ຫະກິດ, ​ສຳນັກງານ ​ແລະ ອົງການ ຈັດ​ຕັ້ງ​ ພາຍ​ໃນ​ ​ແລະ ຕ່າງປະ​ເທດ ກ່ຽວ​ກັບ​​ກົ​ດໝາຍ ທີ່​ກ່ຽວຂ້ອງ​ເຖິງ​ ການ​ເຊື່ອມ​ໂຍງ ​ເຂົ້າ​ກັບ​ ເສດຖະກິດ​ສາກົນ./.

ແຫ່ລງຂ່າວ

ຂປລ

ບົດຄວາມຫຼ້າສຸດ

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...