spot_img
Homeຂ່າວພາຍ​ໃນຮ່າງລັດຖະທຳມະນູນ ສະບັບປັບປຸງໃໝ່ປີ 2015 ເຂົ້າສູ່ການພິຈາລະນາຮັບຮອງ ຢູ່ສະພາແຫ່ງຊາດແລ້ວ!

ຮ່າງລັດຖະທຳມະນູນ ສະບັບປັບປຸງໃໝ່ປີ 2015 ເຂົ້າສູ່ການພິຈາລະນາຮັບຮອງ ຢູ່ສະພາແຫ່ງຊາດແລ້ວ!

Published on

law

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VII ມື້ທໍາອິດ ແມ່ນເລີ່ມຕົ້ນດ້ວຍ ການພິຈາລະນາຮ່າງ ລັດຖະທໍາມະນູນ ສະບັບປັບປຸງປີ 2015 ຂອງສະມາຊິກສະພາແຫ່ງຊາດ, ຊຶ່ງນໍາສະເໜີໂດຍ ທ່ານ ສົມພັນ ແພງຄໍາມີ ຮອງປະທານສະພາແຫ່ງຊາດ, ທັງເປັນຮອງປະ ທານຄະນະກໍາມະການລະດັບຊາດ ເພື່ອປັບປຸງລັດຖະທໍາມະນຸນປີ 2003 ທີ່ມີ 11 ໝວດ, 98 ມາດຕາ ແລະ ລັດຖະທໍາມະນູນສະບັບປັບປຸງປີ 2015 ນີ້ໄດ້ເພີ່ມເນື້ອໃນເຂົ້າໃໝ່ 3 ໝວດຄື: ໝວດທີ VIII ວ່າດ້ວຍສະພາປະຊາຊົນທ້ອງຖິ່ນ, ໝວດທີ XI ວ່າດ້ວຍການກວດສອບແຫ່ງລັດ ແລະ ໝວດທີ XII ວ່າດ້ວຍຄະນະກໍາມະການເລືອກຕັ້ງ ແລະ ນອກຈາກນີ້ ຍັງມີການປັບປຸງເນື້ອໃນຂອງບາງໝວດ, ບາງມາດຕາຕື່ມອີກ.

ທ່ານຮອງປະທານສະພາແຫ່ງຊາດກ່າວວ່າ: ພາຍຫລັງປະທານປະເທດແຫ່ງ ສປປ ລາວ ໄດ້ອອກລັດຖະດໍາລັດ ປະກາດໃຊ້ລັດຖະທໍາມະນູນ ໃນວັນທີ 28 ພຶດສະພາ 2003 ແລະ ນັບແຕ່ນັ້ນມາ ລັດຖະທໍາມະນູນດັ່ງກ່າວ ໄດ້ເປັນພື້ນຖານໃຫ້ແກ່ການສ້າງສາ ແລະ ປັບປຸງກົດໝາຍຂອງ ສປປ ລາວ, ໄດ້ປະກອບສ່ວນຢ່າງຕັ້ງໜ້າ ໃນການປະຕິບັດພາລະກິດປ່ຽນແປງໃໝ່ ດ້ວຍການຫັນແນວທາງນະໂຍບາຍຂອງພັກ ເປັນກົດໝາຍ ແລະ ລະບຽບການເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍມີປະສິດທິຜົນ ແລະ ມີຄວາມສັກສິດເທື່ອລະກ້າວ, ສິດປະຊາທິປະໄຕປະຊາຊົນ ໄດ້ຮັບການສົ່ງເສີມໃຫ້ກວ້າງຂວາງ ແລະ ເປັນຮູບປະທໍາຫລາຍຂຶ້ນ, ອັນໄດ້ເຮັດໃຫ້ປະເທດຊາດ ໄດ້ຮັບການປົກປັກຮັກສາ ແລະ ພັດທະນາເປັນກ້າວໆມາ ແລະ ການປັບປຸງລັດຖະທໍາມະນູນ ໃນເທື່ອນີ້, ກໍແມ່ນການສືບຕໍ່ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ ໃນການເຮັດໃຫ້ລັດຖະທໍາມະນູນ ເປັນພື້ນຖານ ໃນການຫັນແນວທາງນະໂຍບາຍຂອງພັກ ເປັນກົດໝາຍໃນສະເພາະໜ້າ ແລະ ຍາວນານ ແລະ ສິ່ງສໍາຄັນ ລັດຖະທໍາມະນູນສະບັບປັບປຸງນີ້, ໄດ້ກໍານົດໃຫ້ສ້າງຕັ້ງ ສະພາປະຊາຊົນທ້ອງຖິ່ນຂັ້ນແຂວງ, ດັ່ງນັ້ນ ຈະເຮັດໃຫ້ອົງການອໍານາດລັດ ຢູ່ຂັ້ນທ້ອງຖິ່ນໄດ້ຮັບການປັບປຸງບູລະນະໃຫ້ເຂັ້ມແຂງ, ສາມາດຈັດຕັ້ງນໍາພາປະຊາຊົນ ປົກປັກຮັກສາ ແລະ ພັດທະນາທ້ອງຖິ່ນ, ຮັບປະກັນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ, ສິດປະຊາທິປະໄຕ, ສິດເປັນເຈົ້າຂອງປະຊາຊົນ ຈະໄດ້ຮັບການເສີມຂະຫຍາຍໃຫ້ກວ້າງຂວາງ ແລະ ເລີກເຊິ່ງກວ່າເກົ່າ, ປະຊາຊົນບັນດາເຜົ່າ ຈະມີຄວາມເຊື່ອໝັ້ນ ຕໍ່ການນໍາພາຂອງພັກ ແລະ ການຄຸ້ມຄອງລັດ, ຈະສ້າງຄວາມເຊື່ອຖື ໃຫ້ແກ່ປະເທດເພື່ອນມິດໃນພາກພື້ນ ແລະ ສາກົນ ຕໍ່ລະບອບປະຊາທິປະໄຕປະຊາຊົນຂອງ ສປປ ລາວ ຂຶ້ນຕື່ມກ້າວໜຶ່ງ.

ທ່ານປະທານສະພາແຫ່ງຊາດນາງ ປານີ ຢາທໍຕູ້ ໄດ້ມີຄໍາເຫັນເນັ້ນໃຫ້ ສະມາຊິກສະພາແຫ່ງຊາດມີຄໍາເຫັນ ຕໍ່ການຈັດວາງໂຄງປະກອບ ໝວດທີ່ເພີ່ມເຂົ້າໃໝ່ ແລະ ລົງເລີກເນື້ອໃນ ຂອງບັນດາມາດຕາທີ່ໄດ້ປັບປຸງຈໍານວນໜຶ່ງ ເປັນຕົ້ນ: ມາດຕາ 13 ໝວດ II ວ່າເສດຖະກິດແຫ່ງຊາດ ຂອງ ສປປ ລາວ ແມ່ນເສດຖະກິດຕະຫລາດ ຕາມທິດສັງຄົມນິຍົມ ຊຶ່ງປະກອບດ້ວຍຫລາຍພາກ ສ່ວນເສດຖະກິດ ທີ່ຄົງຕົວຢ່າງຍາວນານ, ມີຄວາມສະເໝີພາບ, ທັງແຂ່ງຂັນ ແລະ ຮ່ວມມືກັນພາຍໃຕ້ກົດໝາຍ, ມາດຕາ 52 ວ່າດ້ວຍສະພາແຫ່ງຊາດ ເປັນອົງການສູງສຸດແຫ່ງອໍານາດລັດ, ການໃຫ້ສິດຕົກລົງຂອງລັດຖະບານ ໃນການໃຫ້ສັນຊາດ, ຖອນສັນຊາດ, ປະສັນຊາດ ແລະ ການໃຫ້ສັນຊາດລາວຄືນ ເຫັນວ່າມີຄວາມເໝາະສົມແລ້ວ ຫລື ບໍ່ ? ລວມເຖິງເນື້ອໃນອື່ນໆ ທີ່ເຫັນວ່າຄວນເພີ່ມຕື່ມ ເພື່ອໃຫ້ລັດຖະທໍາມະນູນສະບັບປັບປຸງໃໝ່ ນີ້ມີຄວາມສົມບູນ ຕາມຫລັກການສ້າງນິຕິກໍາ, ມີວິທະຍາສາດ, ແທດເໝາະກັບຄວາມເປັນຈິງຂອງປະເທດ, ສາມາດເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ແລະ ນໍາໃຊ້ໄດ້ຢ່າງຍາວນານ.

 

ແຫລ່ງຂ່າວ:

ລພນ

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...