Homeຂ່າວພາຍ​ໃນກອງ​ປະຊຸມ​ສະ​ໄໝ​ສາມັນ ​ເທື່ອທີ 10 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VII ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ

ກອງ​ປະຊຸມ​ສະ​ໄໝ​ສາມັນ ​ເທື່ອທີ 10 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VII ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ

Published on

Meeting1

ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VII ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 7 ທັນວາ​ນີ້, ທີ່​ຫໍສະພາ​ແຫ່ງ​ຊາດ ນະຄອນຫລວງ​ວຽງ​ຈັນ, ​ໂດຍ​ການ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປະຊາຊົນ ​ປະຕິວັດ​ລາວ ປະທານ​ປະ​ເທດ ຈູມ​ມາລີ ​ໄຊ​ຍະ​ສອນ, ມີ​ບັນດາ​ຜູ້ນຳ​ພັກ-ລັດ, ອະ​ດີດ​ການ​ນຳ​ຂັ້ນ​ສູງ, ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫລາຍ.

ທ່ານ​ນາງ ປານີ ຢາທໍ່​ຕູ້​ ປະທານ​ສະພາ​ແຫ່ງ​ຊາດ, ​ໄດ້​ກ່າວ​ສູນ​ທອນ​ພົດ​ໄຂ​ກອງ​ປະຊຸມດັ່ງ ກ່າວ​ວ່າ: ກອງ​ປະຊຸມ​ຄັ້ງ​ນີ້ ​ໄດ້​ໄຂ​ຂຶ້ນ​ທ່າມກາງ​ບັນຍາກາດ​ທີ່​ທົ່ວ​ພັກ-ລັດ ​ແລະ ທົ່ວ​ປວງ​ຊົນ​ລາວ​ທັງ​ຊາດ ຫາ​ກໍ​ສຳ​ເລັດ​ການສະ​ເຫລີ​ມສະຫລອງ​ວັນ​ສະຖາປະນາ ສາທາລະນະ​ລັດ ປະຊາທິ​ປະ​ໄຕ ປະຊາຊົນ​ລາວ ຄົບຮອບ 40 ປີ ດ້ວຍຄວາມ​ເບີກບານ​ມ່ວນ​ຊື່ນ ​ແລະ ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ ​ແລະ ພູມ​ໃຈ​ຕໍ່​ຜົນສຳ​ເລັດ​ອັນ​ໃຫຍ່​ຫລວງ ​ແລະ ຮອບດ້ານ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງ ສາ​ພັດທະນາ​ປະ​ເທດ​ຊາດ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ ອັນ​​ໄດ້​ເຮັດ​ໃຫ້​ປະ​ເທດ​ຊາດ​ລາວເຮົາ ​ໄດ້​ຮັບ​ການພັດທະນາ​ຢ່າງ​ຕໍ່​ເນື່ອງ ​ແລະ ຮອບດ້ານ.

ນັບ​ແຕ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 9 ຂອງ​ສະພາ​​ແຫ່ງ​ຊາດຊຸດ​ທີ VII ມາຮອດປັດຈຸບັນ ທົ່ວພັກ-ລັດ ແລະ ປວງຊົນລາວທັງຊາດ ໄດ້ສຸມໃສ່ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງ​ພັກ ​ໃນ​ໄລຍະ​ທ້າຍ​ສະ​ໄໝ ກໍ​ຄື​ແຜນ​ພັດທະນ​າ​ເສດຖະກິດ-ສັງຄົມ ປະຈຳ​ສົກ​ປີ 2015-2016, ຊຶ່ງ​ເປັນ​ປີ​ເລີ່​ມຕົ້ນ​ແຫ່ງ​ການຈັດ​ຕັ້ງ​ຜັນ​ຂະຫຍາຍ​ແຜນ​ພັດທະນາ​ເສດຖະກິດ​-ສັງຄົມ ​ແຫ່ງ​ລັດ 5 ປີ ຄັ້ງ​ທີ VIII ດ້ວຍ​ຄວາມ​ບຸກ ບືນ ​ແລະ ​ເປັນ​ເຈົ້າ​ການ​ ​ແລະ ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​​ເທື່ອນີ້ ຊຶ່ງ​ຈະ​ດຳ​ເນີນ​ໄປ​ເປັນ​ເວລາ 18 ວັນ​ຂຶ້ນ, ​ໂດຍ​ຈະ​ໄດ້​ສຸມ​ໃສ່​ຄົ້ນຄວ້າ, ພິຈາລະນາ ​ແລະ ຕົກລົງ​ບັນຫາ​ສຳຄັນ​ຈຳນວນ​ໜຶ່ງ​ເຊັ່ນ: 1.) ພິຈາລະນາ, ຮັບຮອງ​ເອົາ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ ​ເຊິ່ງ​ເປັນ​ກົດໝາຍ​ພື້ນ​ຖານ​ຂອງ​ສາ​ທາ​ລະນະ​ລັດ ປະຊາທິ​ປະ​ໄຕ ປະຊາຊົນ​ລາວ; 2.) ພິຈາລະ​ນາ, ຮັບຮອງ​ເອົາ​ກົດໝາຍ ຈຳນວນ 11 ສະບັບຄື: ກົດໝາຍ​ສ້າງ​ໃໝ່ ຈຳນວນ 4 ສະບັບ​​ຄື: ກົດໝາຍ​ວ່າ​ດ້ວຍ​ສະພາປະຊາຊົນ​ຂັ້ນ​ແຂວງ, ກົດໝາຍ​ວ່າ​ດ້ວຍ​ການ​ຕ້ານ​ການ​ຄ້າ​ມະນຸດ, ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນຊາ​ດ, ກົດໝາຍ​ວ່າ​ດ້ວຍ​ພະນັກງານ-ລັດຖະ ກອນ ​ແລະ ກົດໝາຍປັບປຸງ​ຈຳນວນ 7 ສະບັບ​ຄື: ກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາ ຊົນຂັ້ນແຂວງ, ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ, ກົດໝາຍວ່າດ້ວຍລັດຖະບານ, ກົດໝາຍວ່າດ້ວຍງົບປະມານແຫ່ງລັດ, ກົດໝາຍວ່າດ້ວຍສ່ວຍສາອາກອນ ແລະ ກົດ ໝາຍວ່າດ້ວຍການລົງທຶນຂອງລັດ; 3.) ພິຈາລະນາ, ຮັບຮອງເອົາບົດລາຍງານຜົນການ ກວດສອບ ສະຫລຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳສົກປີ 2013-2014; 4.) ພິຈາລະນາ, ຮັບຮອງບົດສະຫລຸບການເຄື່ອນໄຫວວຽກງານ 5 ປີ ຂອງສະພາແຫ່ງຊາດຊຸດທີ VII ແລະ ປະກອບຄຳເຫັນຕໍ່ຮ່າງວິໄສທັດຮອດປີ 2030 ແລະ ຍຸດທະສາດການພັດທະນາລະບົບສະພາແຕ່ປີ 2016-2025 ແລະ ທິດທາງການເຄື່ອນ ໄຫວວຽກງານ 5 ປີຂອງສະພາແຫ່ງຊາດຊຸດທີ VII; 5.) ຮັບຟັງການລາຍງານຂອງຄະນະ ປະຈຳສະພາແຫ່ງຊາດ ກ່ຽວກັບການກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ VII ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ; 6.) ຮັບຟັງການລາຍງານຂອງລັດຖະ ບານກ່ຽວກັບໂຄງການດາວທຽມ ແລະ ແຜນການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ; 7.) ຮັບຟັງການລາຍງານ ແລະ ປະກອບຄຳເຫັນຕໍ່ຮ່າງວິໄສທັດຮອດປີ 2030, ຍຸດທະສາດ ໄລຍະ 10 ປີ (2016-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5ປີ ຄັ້ງທີ VII (2016-2020); 8.) ຮັບຟັງການລາຍງານຂອງ 4 ກະຊວງ, ອົງການທີ່ກ່ຽວຂ້ອງກ່ຽວກັບ ການວາງນະໂຍບາຍເສດຖະກິດ-ການເງິນ-ເງິນຕາ ເພື່ອຊຸກຍູ້ການຜະລິດທຸລະກິດ ກໍຄື ການເຊື່ອມໂຍງເສດຖະກິດອາຊຽນ ໃນທ້າຍປີ 2015, ການແກ້ໄຂປາກົດການຫຍໍ້ທໍ້ໃນ ສັງຄົມເພື່ອສ້າງບາດກ້າວບຸກທະລຸຢ່າງຕັ້ງໜ້າ ແລະ ໜັກແໜ້ນໃນປີທຳອິດ ແຫ່ງການ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ໃນໄລຍະ ໃໝ່ ແລະ ນອກຈາກນີ້ ຍັງໄດ້ຮັບຟັງການລາຍງານຂອງລັດຖະບານ ກ່ຽວກັບຜົນ​ຂອງການເຮັດທົດລອງວຽກງານ 3 ສ້າງນຳອີກ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...