Homeຂ່າວເຫດການພິທີ​ຊາ​ປະ​ນາ​ກິດ​ສົບ ພະອາຈານ​ໃຫຍ່ ມະຫາ​ຜ່ອງ ສະມາເລີກ ຈະມີຂຶ້ນໃນວັນທີ 20 ທັນວານີ້!

ພິທີ​ຊາ​ປະ​ນາ​ກິດ​ສົບ ພະອາຈານ​ໃຫຍ່ ມະຫາ​ຜ່ອງ ສະມາເລີກ ຈະມີຂຶ້ນໃນວັນທີ 20 ທັນວານີ້!

Published on

Untitled-1.12.07.2015.1

ຂປລ. ປັດຈຸບັນ, ບັນດາອອກຕົນຍາດໂຍມທົ່ວສາລະທິດ, ທັງແຂກພາຍໃນ ແລະ ຕ່າງປະເທດສືບຕໍ່ຫລັ່ງໄຫລເຂົ້າ ກາບສັກກາຣະ ສາຣິຣະສັງຂານ ພະອາຈານໃຫຍ່ ມະຫາຜ່ອງສະມາເລີກ, ອະດິດປະທານສູນກາງພະພຸດ ທະສາສະໜາສຳພັນລາວ ຢູ່ວັດອົງຕື້ ມະຫາວິຫານ ນະຄອນຫລວງວຽງຈັນ, ເພື່ອສະແດງຄວາມເຄົາລົບບູຊາ, ຄວາມກະຕັນຍູກະຕະເວທີ, ຮູ້ບຸນຄຸນ ແລະ ຄຸນງາມຄວາມດີຂອງພະອາຈານໃຫຍ່ ພາຍຫລັງ ດຣ. ມະຫາຜ່ອງ ສະມາເລີກ, ອະດິດປະທານສູນກາງພະພຸດທະສາສະໜາ ສຳພັນລາວ ທີ່ໄດ້ລະສັງຂານ ໃນວັນທີ 7 ຕຸລາ 2015.

ສຳລັບພິທີບຳເພັນກຸສົນ ພະອາຈານທ່ານໃຫຍ່ ດຣ. ມະຫາຜ່ອງ ສະມາເລີກກໍໄດ້ປະຕິບັດຢ່າງຕໍ່ເນື່ອງ ໂດຍມີການເຮັດບຸນປະຈຳວັນ ເປັນຕົ້ນແມ່ນ ໃສ່ບາດຖວາຍທານ, ພິທີສູດພຣະອະພິທັມ, ຖວາຍພັດຕາຫານເພນ ແລະ ຮັບຕ້ອນການເຂົ້າສັກ ກາຣະສາຣິຣະສັງຂານ ຈາກຄະນະພະສົງ ແລະ ອອກຕົນຍາດໂຍມ, ສູດພະອະພິທັມ, ຟັງເທສະໜາ, ຄາຣາວະ, ຮັບພອນ ແລະ ກິດຈະກຳ, ສົນທະນາທັມ ແລະ ອື່ນໆ.

ຄະນະຮັບຜິດຊອບຈັດພິທີ ໄດ້ໃຫ້ຮູ້ໃນວັນທີ 4 ທັນວາ 2015 ນີ້ວ່າ: ປັດຈຸບັັນນີ້ ຄະນະຮັບຜິດຊອບພິທີດັ່ງກ່າວ ໄດ້ສໍາເລັດໂດຍພື້ນຖານ ໃນການຫ້າງຫາກະກຽມງານຊາປະນາກິດສົບຂອງ ພະອາຈານໃຫຍ່ ມະຫາຜ່ອງ ສະມາເລີກ ແລະ ຄາດວ່າໃນວັນທີ 20 ທັນວາ 2015 ເວລາ 13:00 ໂມງຈະເຄື່ອນສົບຈາກວັດອົງຕື້ ຜ່ານເສັ້ນທາງປະຕູໄຊ, ເສັ້ນທາງໜອງບອນສູ່ເດີ່ນທາດຫລວງ ແລະ ປະມານ 20:00 ໂມງຈະໄດ້ມີພິທີວາງເພີງເຢັນ.

ແຫລ່ງຂ່າວ:
ຂປລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...