Homeຂ່າວພາຍ​ໃນເປີດໂປງກາຕາ ຈ່າຍ 117 ລ້ານປອນດ໌ຊື້ເຈົ້າພາບບານໂລກ 2022

ເປີດໂປງກາຕາ ຈ່າຍ 117 ລ້ານປອນດ໌ຊື້ເຈົ້າພາບບານໂລກ 2022

Published on

ສື່ດັ່ງອອກເປີດໂປງ ກາຕາ ຈ່າຍເງິນຫຼາຍກວ່າ 117 ລ້ານປອນດ໌ເພື່ອໃຫ້ໄດ້ມາຊຶ່ງການເປັນເຈົ້າພາບຈັດການແຂ່ງຂັນບານໂລກ 2022 ຮອບສຸດທ້າຍ

ລອລ໌ດ ທຣີສແມນ ອະດີດປະທານເອຟເອ ແລະ ຜູ້ນຳແຄມປ໌ເປນ ຊຸດທີ່ສະເໜີຕົວໃຫ້ອັງກິດເປັນເຈົ້າພາບໃນປີ 2018 ເປັນຄົນຮວບຮວມຂໍ້ມູນຫລັກຖານຕ່າງໆ ກ່ອນທີ່ຈະຖືກບີບໃຫ້ລົງຈາກຕຳແໜ່ງຫຼັງຈາກທີ່ເປັນຄົນອອກມາເປີດໂປງວ່າແອດສະປາຍ ແລະ ລັດເຊຍພະຍາຍາມຕິດສິນບົນກຳມະການ

ທຣີສແມນ ກ່າວວ່າ: “ກາຕາ ທຸ່ມເງິນຫຼາຍກວ່າທີ່ອັງກິດສະເໜີຕົວເຖິງ 6 ເທົ່າ ໂດຍຕົນເອງນັ້ນໄດ້ຂໍ້ມູນມາຈາກຄົນສະໜິດກັບໜ່ວຍງານຂ່າວຂອງອັງກິດ” ໂດຍລາວຍັງໄດ້ກ່າວຕື່ມອີກວ່າ: “ ຂ້ອຍໄດ້ຮັບການບອກເລົ່າຈາກສອງແຫຼ່ງຂ່າວທີ່ເຊື່ອຖືໄດ້ສຸດໆ ເປັນຂ່າວທີ່ສຸດຍອດຫຼາຍ ກາຕາ ຈ່າຍເງິນໄປທັງໝົດ 117 ລ້ານປອນດ໌”

10654

ບົດຄວາມຫຼ້າສຸດ

ເມືອງຄູ່ແຝດ! ຂົວມິດຕະພາບລາວ-ໄທ ຕິດອັນດັບຂົວທີ່ງາມທີ່ສຸດໃນໂລກ

ອີງຕາມຂໍ້ມູນຈາກ Insider Monkey ເຊິ່ງປະເທດໄທຕິດຢູ່ໃນ ອັນດັບທີ 4 ແລະ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 (ຄໍາມ່ວນ - ນະຄອນພະນົມ)...

ລັດຖະບານ ຍີ່ປຸ່ນ ມອບພາຫະນະ, ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ ໃຫ້ ກະຊວງ ຍທຂ

ໃນວັນທີ 9 ພະຈິກ 2026 ທີ່ລັດວິສາຫະກິດ ກໍ່ສ້າງທາງເລກ 8 ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ...

JOYEE N01 ພ້ອມລຸຍຕະຫຼາດໂລກຢ່າງເປັນທາງການ!

ວັນທີ 28 ຕຸລາ ທີ່ຜ່ານມາ, China FAW (ສາຂາ Yancheng) ໄດ້ຈັດພິທີສະຫຼອງການຜະລິດ JOYEE N01 ຈຳນວນຫຼາຍ (Mass Production)...

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...